ພິທີສົ່ງນາຍທະຫານໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄປປະຕິບັດໜ້າທີ່ສາກົນ

06:30 | 27/03/2021

ຍສໝ - ໃນຕະຫຼອດໄລຍະການຝຶກແອບ, ເຖິງວ່າພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ດ້ວຍຄວາມຕັດສິນໃຈສູງ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງການຝຶກແອບດ້ານວິຊາສະເພາະທາງດ້ານການແພດທະຫານ ແລະໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 3.

ພ ທ ສ ງນາຍທະຫານໂຮງໝ ກາງສະໜາມຂ ນ 2 ເລກ 3 ໄປປະຕ ບ ດໜ າທ ສາກ ນ ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ກຽມພ້ອມທີ່ຈະເດີນທາງໄປປະຕິບັດໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້
ພ ທ ສ ງນາຍທະຫານໂຮງໝ ກາງສະໜາມຂ ນ 2 ເລກ 3 ໄປປະຕ ບ ດໜ າທ ສາກ ນ ກອງພັນໃຫຍ່ 82 (ທະຫານເຂດ 2) ແລະກອງພົນທີ 3 (ກອງທັບປະຊາຊົນລາວ) ສະເຫຼີມສະຫຼອງ 5 ປີແຫ່ງການແຮກສ່ຽວ
ພ ທ ສ ງນາຍທະຫານໂຮງໝ ກາງສະໜາມຂ ນ 2 ເລກ 3 ໄປປະຕ ບ ດໜ າທ ສາກ ນ

ພິທີສົ່ງນາຍທະຫານໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ພາບ: qdnd.vn.

ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີສົ່ງນາຍທະຫານໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ຢູ່ຄະນະປະຕິບັດງານສາທາລະນະລັດຊູດັງໃຕ້. ທີ່ພິທີ, ການນຳກະຊວງປ້ອງກັນປະເທດໄດ້ຮຽກຮ້ອງໃຫ້ພະນັກງານ, ນັກຮົບຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຈົ່ງຍົກສູງຈິດໃຈສາມັກຄີ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ໃຫ້ສຳເລັດເປັນຢ່າງດີ, ເພື່ອໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ, ກອງທັບ ແລະປະຊາຊົນມອບໝາຍໃຫ້; ປະກອບສ່ວນຮັກສາ, ເສີມຂະຫຍາຍມູນເຊື້ອ ແລະຮູບພາບ “ທະຫານລຸງໂຮ່” ໃນສາຍຕາຂອງເພື່ອນມິດສາກົນ.

ທີ່ພິທີ, ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ: ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ສ້າງຕັ້ງຂຶ້ນໃນ ເດືອນມີນາ ປີ 2020. ໃນຕະຫຼອດໄລຍະການຝຶກແອບ, ເຖິງວ່າພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ດ້ວຍຄວາມຕັດສິນໃຈສູງ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງການຝຶກແອບດ້ານວິຊາສະເພາະທາງດ້ານການແພດທະຫານ ແລະໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 3.

ພ ທ ສ ງນາຍທະຫານໂຮງໝ ກາງສະໜາມຂ ນ 2 ເລກ 3 ໄປປະຕ ບ ດໜ າທ ສາກ ນ
ຖັນແຖວນາຍທະຫານໂຮງໝໍກາງສະໜາມຂັ້ນ 2 ເລກ 3.ພາບ: qdnd.vn.

ກ່ອນໜ້ານັ້ນ, ຄະນະພັກ, ຄະນະຫົວໜ້າໂຮງໝໍກອງທັບ 175 (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ຈັດພິທີຖະຫວາຍທູບທຽນປະທານໂຮ່ຈີມິນ, ລາຍງານໝາກຜົນວຽກງານຝຶກແອບ ແລະຈິດໃຈກຽມພ້ອມທີ່ຈະເດີນທາງໄປປະຕິບັດໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3. ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ສູ້ຊົນປະຕິບັດວຽກງານຂໍ້ມູນຂ່າວສານ, ໂຄສະນາ, ການພົບປະແລກປ່ຽນ, ປັບປຸງສາຍພົວພັນຮ່ວມມືມິດຕະພາບອັນດີງາມກັບບັນດາຄູ່ຮ່ວມມື, ຮັບປະກັນຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈໃຫ້ທະຫານ, ສ້າງຈິດໃຈສາມັກຄີ, ຄວາມຕັດສິນໃຈປະຕິບັດໜ້າທີ່ໃຫ້ສໍາເລັດເປັນຢ່າງດີ, ປະກອບສ່ວນປະຕິບັດແນວທາງການພົວພັນຕ່າງປະເທດຂອງພັກ, ລັດ ຢ່າງມີໄຊ...

ພ ທ ສ ງນາຍທະຫານໂຮງໝ ກາງສະໜາມຂ ນ 2 ເລກ 3 ໄປປະຕ ບ ດໜ າທ ສາກ ນ
ບັນດາຜູ້ແທນຖ່າຍຮູບເປັນທີ່ລະລຶກກັບນາຍທະຫານໂຮງໝໍກາງສະໜາມຂັ້ນ 2 ເລກ 3 ກ່ອນເວລາອອກເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn.

ການປະກອບສ່ວນຂອງຫວຽດນາມ ສຳລັບບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໄດ້ຮັບການຕີລາຄາສູງຈາກປະຊາຄົມ ສາກົນ, ບັນດາຄະນະປະຕິບັດງານຂອງ ສປຊ ແລະບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານ (I/NGOs). ບັນດານາຍທະຫານ ຫວຽດນາມ ໄດ້ຮັບການຕີລາຄາສູງດ້ວຍ ການເຮັດວຽກເປັນມືອາຊີບ, ມີວິໄນ, ຈິດໃຈສາມັກຄີສາກົນ ແລະ ພິເສດ ແມ່ນຄວາມສາມາດຮັບມືຢ່າງວ່ອງໄວກັບສິ່ງແວດລ້ອມຮ້າຍແຮງ, ແລະ ເຮັດວຽກໃນສະພາບນາໆຊາດເຂົ້າຮ່ວມ.

ພ ທ ສ ງນາຍທະຫານໂຮງໝ ກາງສະໜາມຂ ນ 2 ເລກ 3 ໄປປະຕ ບ ດໜ າທ ສາກ ນ ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ຫວຽດນາມ ແລະ ໂຮງຮຽນທະຫານຊາຍແດນ ລາວ ເຊັນບົດບັນທຶກວ່າດ້ວຍການແຮກສ່ຽວ

ຍສໝ - ເມື່ອບໍ່ດົນມານີ້, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະໂຮງຮຽນທະຫານຊາຍແດນ 712, ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.

ພ ທ ສ ງນາຍທະຫານໂຮງໝ ກາງສະໜາມຂ ນ 2 ເລກ 3 ໄປປະຕ ບ ດໜ າທ ສາກ ນ ຄັງແຮອາຊຽນ+3 ມອບເຂົ້າຫຼາຍກວ່າ 2 ພັນໂຕນ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບແຂວງອັດຕະປື

ກະ­ຊວງ​ການ​ເງິນ ຈັດ​ພິ­ທີ​ມອບ-ຮັບ​ເຂົ້າ­ສານ​ຈ້າວ ຄັງ​ແຮ​ເຂົ້າ​ອາ​ຊຽນ+3 ຕາມ​ພັນ­ທະ​ຂອງ​ລັດ­ຖະ­ບານ ສປປ ລາວ ຈຳ­ນວນ 2.221,40 ໂຕນ ລວມ​ມູນ​ຄ່າ​ທັງ​ໝົດ 16,66 ຕື້​ກີບ ໃຫ້​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ເພື່ອ​ນຳ­ໄປ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ ຢູ່​ເມືອງ​ສະໜາມໄຊ ແຂວງ​ອັດ​ຕະ​ປື.

ພ ທ ສ ງນາຍທະຫານໂຮງໝ ກາງສະໜາມຂ ນ 2 ເລກ 3 ໄປປະຕ ບ ດໜ າທ ສາກ ນ ກອງພົນ 316, ທະຫານເຂດ 2 ແລະກອງພົນ 2, ກອງທັບປະຊາຊົນລາວ ຫາກໍ່ສົມທົບກັນຈັດຕັ້ງການປະເມີມຜົນສອງປີແຫ່ງການເຄື່ອນໄຫວແຮກສ່ຽວ

ໃນໄລຍະຈະມາເຖິງ, ສອງກົມກອງສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວແຮກສ່ຽວທັງລວງກວ້າງ ແລະລວງເລິກ....

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.