ກອງພົນ 316, ທະຫານເຂດ 2 ແລະກອງພົນ 2, ກອງທັບປະຊາຊົນລາວ ຫາກໍ່ສົມທົບກັນຈັດຕັ້ງການປະເມີມຜົນສອງປີແຫ່ງການເຄື່ອນໄຫວແຮກສ່ຽວ

14:38 | 08/11/2018

ໃນໄລຍະຈະມາເຖິງ, ສອງກົມກອງສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວແຮກສ່ຽວທັງລວງກວ້າງ ແລະລວງເລິກ....

ກອງພົນ 316, ທະຫານເຂດ 2 ແລະກອງພົນ 2, ກອງທັບປະຊາຊົນລາວ ຫາກໍ່ສົມທົບກັນຈັດຕັ້ງການປະເມີມຜົນສອງປີແຫ່ງການເຄື່ອນໄຫວແຮກສ່ຽວ

ກອງພົນ 316 ແລະກອງພົນ 2 (ກອງທັບປະຊາຊົນລາວ) ລົງນາມໃນບົດບັນທຶກຊ່ວຍຈຳ. (ພາບ: quankhu2.vn)

ໃນໄລຍະຜ່ານມາ, ສອງກົມກອງໄດ້ປະຕິບັດວຽກງານໂຄສະນາ, ສຶກສາອົບຮົມໃຫ້ພະນັກງານ, ນັກຮົບກ່ຽວກັບມູນເຊື້ອຂອງກົມກອງ, ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດເວົ້າລວມ, ສາຍພົວພັນສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງສອງກົມກອງເວົ້າສະເພາະເປັນຢ່າງດີ; ຫົວໜ້າທຸກຂັ້ນຍາມໃດກໍ່ເອົາໃຈໃສ່, ຊີ້ນຳ ແລະຈັດຕັ້ງການປະຕິບັດບັນດາເນື້ອໃນແຮກສ່ຽວລະຫວ່າງສອງກົມກອງຢ່າງມີປະສິດທິຜົນ. ໃນໄລຍະຈະມາເຖິງ, ສອງກົມກອງສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວແຮກສ່ຽວທັງລວງກວ້າງ ແລະລວງເລິກ; ປະຕິບັດບັນດາເນື້ອໃນທີ່ໄດ້ລົງນາມ, ບົດບັນທຶກຊ່ວຍຈຳເປັນຢ່າງດີ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແຈ້ງໃຫ້ກັນຮັບຊາບສະພາບການ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ...

(ແຫຼ່ງ​ຂໍ້​ມູນ​: ທູຮັ່ງ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.