ກອງພັນໃຫຍ່ 82 (ທະຫານເຂດ 2) ແລະກອງພົນທີ 3 (ກອງທັບປະຊາຊົນລາວ) ສະເຫຼີມສະຫຼອງ 5 ປີແຫ່ງການແຮກສ່ຽວ

09:41 | 23/12/2019

ຕອນເຊົ້າວັນທີ 21 ທັນວາ, ທີ່ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ, ກອງພັນໃຫຍ່ 82 (ທະຫານເຂດ 2) ແລະກອງພົນທີ 3 (ກອງທັບປະຊາຊົນລາວ) ຈັດຕັ້ງກອງປະຊຸມຮ່ວມ ແລະສະເຫຼີມສະຫຼອງ 5 ປີແຫ່ງການແຮກສ່ຽວ.

ກອງພັນໃຫຍ່ 82 (ທະຫານເຂດ 2) ແລະກອງພົນທີ 3 (ກອງທັບປະຊາຊົນລາວ) ສະເຫຼີມສະຫຼອງ 5 ປີແຫ່ງການແຮກສ່ຽວ

ຜູ້ແທນກອງພົນທີ 3 (ກອງທັບປະຊາຊົນລາວ), ກອງພັນໃຫຍ່ 82 ແລະ ທ້ອງຖິ່ນ ຢ້ຽມຢາມຄ້າຍພັກແລ້ງທີ່ເປັນມູນເຊື້ອ. (ພາບ: ດຶກດ່າວ)

ທີ່ກອງປະຊຸມ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ, ໝາກຜົນການເຄື່ອນໄຫວສົມທົບກັນໃນໄລຍະ 5 ປີແຫ່ງການແຮກສ່ຽວ ແລະໃນປີ 2019; ໃນນັ້ນພົ້ນເດັ່ນແມ່ນໄດ້ຈັດຕັ້ງການແລກປ່ຽນ, ຮຽນພາສາ; ຊອກຮູ້ຮີດຄອງປະເພນີຂອງກັນ, ແນະນໍາວິຊາການ, ບົດຮຽນວຽກງານວິຊາສະເພາະຈຳນວນໜຶ່ງ. ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບາງເນື້ອໃນຕົ້ນຕໍ່ຂອງການເຄື່ອນໄຫວສົມທົບກັນໃນປີ 2020, ປະຕິບັດບັນດາໜ້າທີ່ຮ່ວມມືຕາມສັນຍາລະຫວ່າງສອງກະຊວງປ້ອງກັນປະເທດ ແລະສອງກົມກອງທີ່ໄດ້ລົງນາມແຮກສ່ຽວ.

ເນື່ອງໃນໂອກາດນີ້ຄະນະຜູ້ແທນກອງພົນທີ 3 (ກອງທັບປະຊາຊົນລາວ) ມາເຂົ້າຮ່ວມກອງປະຊຸມຮ່ວມຕາມລາຍການ, ກົດລະບຽບແຮກສ່ຽວ, ຂໍ່ານັບຮັບຕ້ອນ 30 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ສອງກົມກອງໄດ້ສົມທົບກັນຈັດຕັ້ງບັນດາກິດຈະກໍາທີ່ມີຄວາມໝາຍຄືເຂົ້າຢາມ ແລະໄວ້ອາໄລທີ່ສຸສານໂນນ A1, ສຸສານຕົງຄາວ; ຢ້ຽມຢາມ ແລະມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍໃນບໍລິເວນ; ຈັດຕັ້ງລາຍການສະແດງສິລະປະ “ນໍ້າໃຈໄມຕີຈິດມິດຕະພາບຫວຽດນາມ - ລາວ”; ຄ້າຍພັກແລ້ງທີ່ເປັນມູນເຊື້ອ; ແຂ່ງຂັນກິລາມິດຕະພາບ... ບັນດາກິດຈະກໍາດັ່ງກ່າວໄດ້ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີທີ່ສະໜິດຕິດພັນລະຫວ່າງສອງກົມກອງທີ່ໄດ້ແຮກສ່ຽວນຳກັນ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.