ທ່ານນາງ ດັ້ງທິຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ

14:33 | 23/03/2021

ວັນທີ 22 ມີນາ 2021, ທ່ານນາງ ດັ້ງ ທິ ຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມ ເຊີຍ ເຖິງທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນດັ່ງນີ້:

ທ ານນາງ ດ ງທ ຫງອກຖ ງ ຮອງປະທານປະເທດ ແຫ ງ ສສ ຫວຽດນາມ ໄດ ສ ງໂທລະເລກຊ ມເຊ ຍເຖ ງທ ານນາງ ປານ ຢາທ ຕ ຮອງປະທານປະເທດແຫ ງ ສປປ ລາວ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວັນ​ຝຸກ: ກອງ​ທຶນ​ສຶກ​ສາ ວື່​ອາ​ຢິງ ເຄື່ອນ​ໄຫວ​ເພື່ອ​ພາ​ລະ​ກິດ​ສົ່ງ​ເສີມ​ການ​ຮຽນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ
ທ ານນາງ ດ ງທ ຫງອກຖ ງ ຮອງປະທານປະເທດ ແຫ ງ ສສ ຫວຽດນາມ ໄດ ສ ງໂທລະເລກຊ ມເຊ ຍເຖ ງທ ານນາງ ປານ ຢາທ ຕ ຮອງປະທານປະເທດແຫ ງ ສປປ ລາວ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈິ່ນ​ດຶກ​ບິ່ງ ຮັບ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ
ທ ານນາງ ດ ງທ ຫງອກຖ ງ ຮອງປະທານປະເທດ ແຫ ງ ສສ ຫວຽດນາມ ໄດ ສ ງໂທລະເລກຊ ມເຊ ຍເຖ ງທ ານນາງ ປານ ຢາທ ຕ ຮອງປະທານປະເທດແຫ ງ ສປປ ລາວ
ທ່ານນາງ ດັ້ງ ທິ ຫງອກຖິ້ງ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ພາບ: thanhnien.vn

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າສະຫາຍ ໄດ້ຮັບຄວາມໄວ້ວາງໃຈຈາກ ສະພາແຫ່ງຊາດ ສະໄໝທີ IX ເລືອກຕັ້ງໃຫ້ດໍາລົງຕຳແໜ່ງ ເປັນຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ການທີ່ສະຫາຍໄດ້ຖືກຮັບຮອງ ໃຫ້ດໍາລົງຕຳແໜ່ງອັນສຳຄັນນີ້ ຢັ້ງຢືນ ແລະ ສະແດງໃຫ້ເຫັນເຖິງ ຄວາມເຊື່ອໝັ້ນ ແລະ ຕີລາຄາສູງ ຂອງ ພັກ, ລັດ ແລະ ປະຊາຊົນ ລາວ ຕໍ່ການການປະກອບສ່ວນ ອັນສໍາຄັນ ໃນໄລຍະຜ່ານມາ ຂອງສະຫາຍ, ພິເສດ ໃນໄລຍະດໍາລົງຕໍາແໜ່ງ ເປັນປະທານສະພາແຫ່ງຊາດ ຊຸດທີ VIII . ຕາງຫນ້າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ອັນປະເສີດສຸດ ແລະ ໝົດຈິດໝົດໃຈມາຍັງສະຫາຍ.

ຂ້າພະເຈົ້າເຊື່ອຫມັ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອຫມັ້ນ ແລະ ປະສົບການອັນອຸດົມສົມບູນ ຂອງສະຫາຍ, ສະຫາຍຈະສືບຕໍ່ ປະກອບສ່ວນອັນໃຫຍ່ຫລວງ ໃນການປົກປັກຮັກສາ, ສ້າງສາພັດທະນາ ສປປ ລາວ, ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນລາວອ້າຍນ້ອງ.

ດ້ວຍຈິດໃຈຜູກພັນອັນເລິກເຊິ່ງ ແລະ ສະໜິດສະຫນົມ ກັບ ປະຊາຊົນ ແລະ ປະເທດຫວຽດນາມ, ຂ້າພະເຈົ້າ ຫວັງວ່າ ສະຫາຍຈະສືບຕໍ່ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ຍີ່ງໃຫຍ່, ຄວາມສາມັກຄີ ອັນພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບສະໜິດສະໜົມ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ພວກເຮົາ.

ທ ານນາງ ດ ງທ ຫງອກຖ ງ ຮອງປະທານປະເທດ ແຫ ງ ສສ ຫວຽດນາມ ໄດ ສ ງໂທລະເລກຊ ມເຊ ຍເຖ ງທ ານນາງ ປານ ຢາທ ຕ ຮອງປະທານປະເທດແຫ ງ ສປປ ລາວ
ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ພາບ: vov

ອວຍພອນສະຫາຍ ຈົງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດຕໍ່ຫນ້າທີ່ ວຽກງານອັນສູງສົ່ງຂອງສະຫາຍ.

ໃນໂອກາດດຽວກັນ, ທ່ານນາງ ດັ້ງ ທິ ຫງ໋ອກ ທິ້ງ ຍັງໄດ້ສົ່ງໂທລະເລກຊົມເຊີຍ ເຖິງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວເນື້ອໃນວ່າ: ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີ ເປັນຢ່າງຍິ່ງ ເມື່ອຊາບຂ່າວວ່າ ສະພາແຫ່ງຊາດ ສະໄໝທີ IX ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໄວ້ວາງໃຈເລືອກຕັ້ງ ໃຫ້ສະຫາຍ ດໍາລົງຕໍາແໜ່ງ ຮອງປະທານປະເທດ. ສິ່ງນີ້ສະແດງໃຫ້ເຫັນ ເຖິງຄວາມເຊື່ອໝັ້ນ ແລະ ຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ຜົນສໍາເລັດຂອງສະຫາຍ ໃນໄລຍະຜ່ານມາ. ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນຈິງໃຈ ແລະ ອົບອຸ່ນທີ່ສຸດມາຍັງ ສະຫາຍ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍຄວາມສາມາດ, ຊື່ສຽງ ແລະປະສົບ ການຂອງສະຫາຍ, ສະຫາຍຈະສືບຕໍ່ ປະກອບສ່ວນສໍາຄັນ ເຂົ້າໃນພາລະກິດການ ສ້າງປະເທດລາວທີ່ເຂັ້ມແຂງ, ຮັ່ງມີ ແລະ ຈະເລີນຮຸ່ງເຮືອງ, ຖານະບົດບາດ ຂອງ ສປປ ລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບໄດ້ບົດບາດສໍາຄັນ.

ຂ້າພະເຈົ້າ ຫວັງວ່າຈະໄດ້ສືບຕໍ່ ຮ່ວມເຮັດວຽກກັບ ສະຫາຍຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ພວກເຮົາ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຂໍອວຍພອນໃຫ້ສະຫາຍ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນຕໍາແໜ່ງໃໝ່ຂອງຕົນ.

ທ ານນາງ ດ ງທ ຫງອກຖ ງ ຮອງປະທານປະເທດ ແຫ ງ ສສ ຫວຽດນາມ ໄດ ສ ງໂທລະເລກຊ ມເຊ ຍເຖ ງທ ານນາງ ປານ ຢາທ ຕ ຮອງປະທານປະເທດແຫ ງ ສປປ ລາວ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ: ຊົມເຊີຍ ລະດູບານໃໝ່, ບັນຍາກາດໃໝ່, ໄຊຊະນະໃໝ່

ຍສໝ - ໃນປີທີ່ຜ່ານມາ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ໄດ້ເສີມຂະຫຍາຍນ້ຳໃຈຮັກຊາດຢ່າງເຕັມລົ້ມ, ເຈດຈຳນົງ, ຄວາມຕັດສິນໃຈ, ຄຸນນະທາດ, ຄວາມສາມັກຄີ, ຫົວຄິດປະດິດສ້າງ, ມານະພະຍາຍາມສູ້ຊົນບັນລຸໄດ້ບັນດາຜົນງານທີ່ສຳຄັນຍິ່ງ, ຮອບດ້ານພໍ ສົມຄວນ, ສ້າງບັນດາຂີດໝາຍທີ່ພົ້ນເດັ່ນ.

ທ ານນາງ ດ ງທ ຫງອກຖ ງ ຮອງປະທານປະເທດ ແຫ ງ ສສ ຫວຽດນາມ ໄດ ສ ງໂທລະເລກຊ ມເຊ ຍເຖ ງທ ານນາງ ປານ ຢາທ ຕ ຮອງປະທານປະເທດແຫ ງ ສປປ ລາວ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ພົບ​ປະ​ສັງ​ສັນ ແລະອວຍ​ພອນ​ບັນ​ດາ​ສະ​ຫາຍ​ການ​ນຳ, ອະ​ດີດ​ການ​ນຳພັກ, ລັດ

ຕອນເຊົ້າວັນທີ 9 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານການພົບປະສັງສັນ ແລະອວຍພອນປີໃໝ່ນັກປະຕິວັດຜູ້ອາວຸໂສ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ການນຳບັນດາອົງການສຳນັກງານຂັ້ນສູນກາງ.

ທ ານນາງ ດ ງທ ຫງອກຖ ງ ຮອງປະທານປະເທດ ແຫ ງ ສສ ຫວຽດນາມ ໄດ ສ ງໂທລະເລກຊ ມເຊ ຍເຖ ງທ ານນາງ ປານ ຢາທ ຕ ຮອງປະທານປະເທດແຫ ງ ສປປ ລາວ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ​ ສິ​ຈ້​ິນ​ຜິງ

​ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ​ ສິ​ຈ້​ິນ​ຜິງ ໄດ້​ສົ່ງ​ຄຳ​ອວຍ​ພອນ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ​ຢ່າງ​ສົມ​ບູນ​ພູມ​ສຸກ.

kpl.gov.la

ເຫດການ
302 Found

Found

The document has moved here.