​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ: ຊົມເຊີຍ ລະດູບານໃໝ່, ບັນຍາກາດໃໝ່, ໄຊຊະນະໃໝ່

15:14 | 12/02/2021

ຍສໝ - ໃນປີທີ່ຜ່ານມາ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ໄດ້ເສີມຂະຫຍາຍນ້ຳໃຈຮັກຊາດຢ່າງເຕັມລົ້ມ, ເຈດຈຳນົງ, ຄວາມຕັດສິນໃຈ, ຄຸນນະທາດ, ຄວາມສາມັກຄີ, ຫົວຄິດປະດິດສ້າງ, ມານະພະຍາຍາມສູ້ຊົນບັນລຸໄດ້ບັນດາຜົນງານທີ່ສຳຄັນຍິ່ງ, ຮອບດ້ານພໍ ສົມຄວນ, ສ້າງບັນດາຂີດໝາຍທີ່ພົ້ນເດັ່ນ.

ທ ານ ເລ ຂາ ທ ການ ໃຫຍ ປະ ທານ ປະ ເທດ ຫວຽດ ນາມ ຫງວຽນ ຝ ຈ ອງ ຊ ມເຊ ຍ ລະດ ບານໃໝ ບ ນຍາກາດໃໝ ໄຊຊະນະໃໝ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ພົບ​ປະ​ສັງ​ສັນ ແລະອວຍ​ພອນ​ບັນ​ດາ​ສະ​ຫາຍ​ການ​ນຳ, ອະ​ດີດ​ການ​ນຳພັກ, ລັດ
ທ ານ ເລ ຂາ ທ ການ ໃຫຍ ປະ ທານ ປະ ເທດ ຫວຽດ ນາມ ຫງວຽນ ຝ ຈ ອງ ຊ ມເຊ ຍ ລະດ ບານໃໝ ບ ນຍາກາດໃໝ ໄຊຊະນະໃໝ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

ທ ານ ເລ ຂາ ທ ການ ໃຫຍ ປະ ທານ ປະ ເທດ ຫວຽດ ນາມ ຫງວຽນ ຝ ຈ ອງ ຊ ມເຊ ຍ ລະດ ບານໃໝ ບ ນຍາກາດໃໝ ໄຊຊະນະໃໝ
ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ພາບ:TTXVN

ຮຽນພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍ ແລະ ນັກຮົບ ໃນທົ່ວປະເທດ ຫວຽດນາມ,

ລະດູບານໃໝ່ປີສະຫຼູ 2020 ພວມວຽນມາສູ່ທົ່ວປະເທດຫວຽດນາມ ທີ່ແສນຮັກຂອງພວກເຮົາຢ່າງຟົດຟື້ນມ່ວນຊື່ນ. ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ທີ່ສັກສິດນີ້, ຂ້າພະເຈົ້າ ຂໍຕາງໜ້າການນຳພັກ, ລັດ ສົ່ງຄຳຢືຶ້ຢາມຖາມຂ່າວ ຢ່າງຈິງໃຈ, ອາລົມຈິດຄວາມຮັກແພງ ແລະ ຄຳອວຍພອນປີໃໝ່ ຢ່າງຈົບງາມ ທີ່ສຸດ ມາຍັງພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍ, ນັບຮົບໃນທົ່ວປະເທດ ແລະ ຊາວ ຫວຽດາມພວມອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າຂໍສົ່ງຄຳອວຍພອນ ສັນຕິພາບ, ມິດຕະພາບ, ການຮ່ວມມື ຄວາມກ້າວໜ້າ ແລະ ພັດທະນາ ໄປຍັງປະຊາຊົນ ເພື່ອນມິດໃນທົ່ວໂລກ.

ປີ ຊວດ 2020 ຫາກໍ່ຜ່ານພົ້ນໄປ ດ້ວຍບັນດາເຫດການທີ່ສຳຄັນຍິ່ງ, ພິເສດແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຫາກໍ່ປະສົບຜົນສຳເລັດຢ່າງຈົບງາມ. ໃນປີທີ່ຜ່ານມາ ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ໄດ້ເສີມຂະຫຍາຍນ້ຳໃຈຮັກຊາດຢ່າງເຕັມລົ້ມ, ເຈດຈຳນົງ, ຄວາມຕັດສິນໃຈ, ຄຸນນະທາດ, ຄວາມສາມັກຄີ, ຫົວຄິດປະດິດສ້າງ, ມານະພະຍາຍາມສູ້ຊົນບັນລຸໄດ້ບັນດາຜົນງານທີ່ສຳຄັນຍິ່ງ, ຮອບດ້ານພໍ ສົມຄວນ, ສ້າງບັນດາຂີດໝາຍທີ່ພົ້ນເດັ່ນ. ເສດຖະກິດຂອງປະເທດຊາດ ສືບຕໍ່ພັດທະນາ, ການເມືອງສັງຄົມມີສະຖຽນລະພາບ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຮັບປະກັນ; ການເຄື່ອນໄຫວພົວພັນ ຕ່າງປະເທດ ແລະ ການຮ່ວມມືສາກົນ ໄດ້ຮັບການຍູ້ແຮງ, ເຂົ້າສູ່ລວງເລິກ ຮັກສາ ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢ່າງໝັ້ນຄົງ ເພື່ອພັດທະນາປະເທດຊາດ, ປັບປຸງຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ ພັກ, ລັດ ແລະ ລະບອບສັງຄົມນິຍົມ. ຈຸດທີ່ພົ້ນເດັ່ນແມ່ນພວກເຮົາທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງສຸມໃສ່ພັດທະນາ ເສດຖະກິດ, ກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ ອົງຄະນະພັກຂັ້ນຕ່າງໆ ຢ່າງປະສົບຜົນສຳເລັດ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ສ້າງບັນດາຄວາມປະທັບໃຈອັນດີງາມ, ປະກອບສ່ວນປັບປຸງ ແລະ ເພີ່ມຄວາມເຊື່ອໝັ້ນ, ຄວາມເອກອ້າງທະນົງໃຈ ຂອງຊາດ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກເພື່ອນມິດສາກົນ. ໂດຍຕາງໜ້າໃຫ້ການນຳພັກ, ລັດ ຂ້າພະເຈົ້າຂໍອວຍພອນ, ຊົມເຊີຍ ແລະ ສະແດງຄວາມຂອບໃຈຕໍ່ພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍ ແລະ ນັກຮົບໃນ ທົ່ວປະເທດ ກ່ຽວກັບການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນບັນດາໄຊຊະນະ ແລະ ຜົນສຳເລັດໃນປີທີ່ຜ່ານມາ.

ກ້າວເຂົ້າສູ່ປີໃໝ່ປີສະຫຼູ 2021 ເຊິ່ງແມ່ນ ປີທຳອິດແຫ່ງການຜັນຂະຫຍາຍ ປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025; ປີດຳເນີນ ການເລືອກຕັ້ງສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນ ຂັ້ນຕ່າງໆ ອາຍຸການ 2021 – 2026. ດ້ວຍເຈດຈຳນົງ ແລະ ຄວາມຕັດສິນໃຈ ບືນຕົວຂຶ້ນ ພັດທະນາປະເທດຊາດ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ ແລະ ສົມບູນພູມສຸກ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຄວນສືບຕໍ່ເຊີດຊູຈິດໃຈຮັກຊາດ, ຄວາມສາມັກຄີ, ເສີມຂະຫຍາຍ ເຈດຈຳນົງ, ຄວາມຕັດສິນໃຈ ແລະ ບັນດາໝາກຜົນຂອງປີ ຊວດ 2020, ຜ່ານຜ່າທຸກຄວາມຫຍຸ້ງຍາກສິ່ງທ້າທາຍນາໆປະການ, ຍູ້ແຮງກິດຈະການປ່ຽນແປງໃໝ່່ ຢ່າງຮອບດ້ານ ແລະ ຄົບຊຸດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃຫ້ໝັ້ນແກ່ນ, ຮັກສາສະພາບແວ້ດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປະຕິບັດບັນດາເປົ້າໝາຍ ແລະ ໜ້າທີ່ ເຊິ່ງໄດ້ວາງອອກຢ່າງມີໄຊ ຍາດໄດ້ບັນດາ ໄຊຊະນະໃໝ່ທີ່ຍິ່ງໃຫຍ່ກ່ວາເກົ່າ, ສະຫງ່າງາມກ່ວາອີກ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ ທີ່ແສນຮັກ ຂອງພວກເຮົາ.

ຂໍອວຍພອນພໍ່ແມ່ພີ່ນ້ອງຮ່ວມຊາດ, ສະຫາຍ, ຊາວຫວຽດນາມ ແຕ່ລະ ຄອບຄົວ, ແຕ່ລະຄົນ ກ້າວເຂົ້າສູ່ປີໃໝ່ ມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊືນ, ຜາສຸກ ແລະ ປະສົບຜົນສຳເລັດ.

ຊົມເຊີຍລະດູບານໃໝ່, ບັນຍາກາດໃໝ່, ໄຊຊະນະໃໝ່!

ທຸກໆຄອບຄົວເບີກບານມ່ວນຊື່ນ, ທຸກໆ ຄົນມີຄວາມຜາສຸກ!

ດ້ວຍຄວາມຮັກແພງ ແລະ ຕິດສິນໃຈ ເອົາໄຊຊະນະ!

ທ ານ ເລ ຂາ ທ ການ ໃຫຍ ປະ ທານ ປະ ເທດ ຫວຽດ ນາມ ຫງວຽນ ຝ ຈ ອງ ຊ ມເຊ ຍ ລະດ ບານໃໝ ບ ນຍາກາດໃໝ ໄຊຊະນະໃໝ ສະ​ຖານ​ທ​ູດ​ລາວ ປະ​ຈຳ ອົດ​ສະ​ຕາ​ລີ ອວຍ​ພອນ​ບຸນ​ເຕັດ​ປະ​ຈຳ​ຊາດ​ປີ ສະ​ຫຼຸ 2021

ຍ​ສ​ໝ - ທີ່​ການ​ພົບ​ປະ, ທ່ານ​ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ​ລາວ ສີ​ສະ​ວາດ ອິນ​ພະ​ຈັນ​ໄດ້​ອວຍ​ພອນ​ໃຫ້​ໝູ່​ຄະ​ນະ​ພັກ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ​ຫວຽດ​ນາມ ປີ​ໃໝ່​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ມີ​ໂຊກ, ມີ​ໄຊ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂ​ອງ​ຕົນ ກໍ່​ຄື​ໃນ​ການ​ດຳ​ລົງ​ຊີ​ວິດ.

ທ ານ ເລ ຂາ ທ ການ ໃຫຍ ປະ ທານ ປະ ເທດ ຫວຽດ ນາມ ຫງວຽນ ຝ ຈ ອງ ຊ ມເຊ ຍ ລະດ ບານໃໝ ບ ນຍາກາດໃໝ ໄຊຊະນະໃໝ ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

ຍສໝ - ໃນໄລຍະທີ່ຈະມາເຖິງ, ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຈະສືບຕໍ່ເດີນຄຽງຂ້າງກັນນຳພາທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງແຕ່ລະປະເທດ, ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ, ເຊິ່ງເຮັດໃຫ້ສາຍພົວພັນດັ່ງກ່າວນີ້ ມີການພັດທະນາຢ່າງມີຊີວິດຊີວາ, ມີປະສິດທິຜົນ ແລະ ແທດຈິງ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

ທ ານ ເລ ຂາ ທ ການ ໃຫຍ ປະ ທານ ປະ ເທດ ຫວຽດ ນາມ ຫງວຽນ ຝ ຈ ອງ ຊ ມເຊ ຍ ລະດ ບານໃໝ ບ ນຍາກາດໃໝ ໄຊຊະນະໃໝ ເພີ່ມ​ບຸນ​ຄຸນ​ສ້າງ​ການ​ພົວ​ພັນ ບໍ​ລິ​ຄຳ​ໄຊ ແລະ ແຂວງ​ຮ່າ​ຕິງ ແບບ​ຢ່າງ​ກ່ຽວ​ກັບ​ການ​ຮ່ວມ​ມື​ແບບ​ມິດ​ຕະ​ພາບ​ລະ​ຫວ່ງ ຫວຽດ​ນາມ - ລາວ

ຍ​ສ​ໝ - ວັນ​ທີ 7 ກຸ​ມພາ, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈ​ວ, ຄະ​ນະ​ຜູ້​ແທນ​ແຂວງ ບໍ​ລິ​ຄຳ​ໄຊ ໂດຍ​ທ່ານ ກອງ​ແກ້ວ ໄຊ​ສົງ​ຄຳ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເລ​ຂາ ເຈົ້າ​ແຂວງ ນຳ​ໜ້າມາ​ຢ້ຽມ​ຢາມ ແລະ ອວຍ​ພອນ​ປີ​ໃໝ່ ອົງ​ຄະ​ນະ​ພັກ, ປະ​ຊາ​ຊົນ​ແຂວງ​ຮ່າ​ຕິງ​ເນື່ອ​ງ​ໃນ​ໂອ​ກາດ​ບຸນ​ເຕັດ​​ປີ​ສະ​ຫຼຸຂອງ​ຫວຽດ​ນາ​ມ.

ໄຊພອນ

ເຫດການ
302 Found

Found

The document has moved here.