![]() |
ພາບປະກອບ: VOV |
ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ໄດ້ພົບປະກັບບັນດາຜູ້ແທນຕາງໜ້າ ກອງທຶນສຶກສາ ວື່ອາຢິງ ແລະ ບັນດາຜູ້ແທນຕາງໜ້າຜູ້ມີໃຈບຸນໃຈກຸສົນ ຊື່ງໄດ້ຮ່ວມເດີນທາງພ້ອມກັບກອງທຶນໃນຫຼາຍປີຜ່ານມາ.
ເດືອນມີນາປີ 2021 ແມ່ນຂີດໝາຍກອງທຶນສຶກສາ ວື່ອາຢິງ ຄົບຮອບ 22 ປີ. ມາຮອດປະຈຸບັນ, ກອງທຶນດັ່ງກ່າວໄດ້ມອບທຶນສຶກສາປະຈຳປີ ດ້ວຍຍອດຈຳນວນເງິນນັບຮ້ອຍຕື້ດົ່ງ ໃຫ້ນັກຮຽນ, ນັກສຶກສາຫວຽດນາມ ເກືອບ 90.000 ຄົນ, ໃນນັ້ນມີທັງນັກຮຽນຫວຽດນາມ ຢູ່ກຳປູເຈຍ, ລາວ, ໄທ, ກູບາ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຝຸກ ເນັ້ນໜັກວ່າ:
ພວກເພື່ອນແມ່ນຜູ້ມີຄວາມສຸດຈິດສຸດໃຈ ເພື່ອປະກອບສ່ວນບຳລຸງສ້າງໃຫ້ແກ່ລຸ້ນໜຸ່ມ ກໍ່ຄືປົກປັກຮັກສາປະເທດຊາດ. ປີ 2045 ດ້ວຍເປົ້າໝາຍແມ່ນຫວຽດນາມ ຈະກາຍເປັນປະເທດມີລາຍຮັບສູງ, ແຕ່ຖ້າຫາກວ່າລຸ້ນໜຸ່ມເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊົນເຜົ່າສ່ວນໜ້ອຍບໍ່ມີລາຍຮັບ, ບໍ່ໄດ້ໄປໂຮງຮຽນ, ພວກເຮົາຈະບໍ່ປະຕິບັດເປົ້າໝາຍນີ້ສຳເລັດໄດ້. ຖ້າຢາກເຮັດໄດ້ຄືແນວນັ້ນ, ຄວາມຮູ້, ພູມປັນຍາ, ບັນຫາປົກປັກຮັກສາອະທິປະໄຕແຫ່ງຊາດ, ເອກະລາດແຫ່ງຊາດ ລ້ວນແຕ່ມີຄວາມສຳຄັນທີ່ສຸດ.
![]() | ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ: ສຸມໃສ່ປະຕິບັດບັນດາກິດຈະກຳຈຸດສຸມ ເພື່ອສ້າງທ່ວງທ່າພັດທະນາ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສຸມໃສ່ບັນດາພື້ນຖານໂຄງລ່າງສຳຄັນ, ສ້າງທ່ວງທ່າພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ເປີດສາກແກ່ໄລຍະ 5 ປີ. |
![]() | ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ຍສໝ - ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ສະແດງຄວາມຍິນດີຕໍ່ບັນດາຜົນງານທີ່ບຸກທະລຸຂອງ ຫວຽດນາມ ໃນປີ 2021, ກາຍເປັນແບບຢ່າງປະສົບຜົນສຳເລັດທີ່ຫາຍາກໃນໂລກ ກ່ຽວກັບການຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ພ້ອມທັງຍັງຮັກສາໄດ້ການພັດທະນາເສດຖະກິດ - ສັງຄົມໃນສະພາບການເສດຖະກິດໂລກຖືກຊຸດໂຊມຢ່າງຮ້າຍແຮງທີ່ສຸດໃນທົດສະວັດ. |
![]() | ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານນາງ Catherine Wong ເອກອັກຄະລັດຖະທູດສິງກະໂປເມື່ອໄດ້ປະຕິບັດສຳເລັດອາຍຸການປະຕິບັດໜ້າທີ່ທາງການທູດຂອງຕົນຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບຮອບດ້ານ ແລະ ມີປະສິດທິຜົນ. |
vovworld.vn
ຂ່າວທີ່ກ່ຽວຂ້ອງ

ກຳລັງຕຳຫຼວດ ຫວຽດນາມ - ລາວ ປະກອບສ່ວນປົກປັກຮັກສາ, ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ

ຫວຽດນາມປາດຖະໜາຢາກພັດທະນາການພົວພັນກັບສະຫະພາບ ອາຣັບ ຢ່າງແທ້ຈິງ, ມີປະສິດທິຜົນກ່ວາອີກ

ທ່ານເລຂາທິການໃຫຍ່: “ເວລາຍິ່ງຜ່ານໄປ ຍິ່ງເຫັນໄດ້ຄວາມຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາ 1945 ແລະ ການສະຖະກະນາປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ”
ທ່ານອາດຈະມັກ

“ລະດູໃບໄມ້ຫຼົ່ນແຫ່ງເອກະລາດ” - ແນະນຳເປັນຄັ້ງທຳອິດບັນດາວັດຖຸພັນອັນລ້ຳຄ່າຂອງປະທານໂຮ່ຈີມິນ

ກອງທັບສ.ລັດເຊຍ, ລາວ ແລະ ກຳປູເຈຍ ໄດ້ເຂົ້າຮ່ວມການຝຶກແອບສວນສະໜາມເພື່ອສະເຫຼີມສະຫຼອງວັນຊາດ 2 ກັນຍາ.

ນະໂຍບາຍບຸກທະລຸໃນການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ

ອະດີດລັດຖະມົນຕີການຕ່າງປະເທດ ຫງວຽນຢີນຽນ: ພາກພູມໃຈທີ່ຕັ້ງຂອງຫວຽດນາມໃນເວທີສາກົນ

ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ: ຄວາມພາກພູມໃຈທີ່ໄດ້ເຫັນການເຕີບໂຕຂອງຫວຽດນາມ ພາຍຫຼັງ 80 ປີແຫ່ງວັນຊາດ
