ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ​ ສິ​ຈ້​ິນ​ຜິງ

19:35 | 09/02/2021

​ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ​ ສິ​ຈ້​ິນ​ຜິງ ໄດ້​ສົ່ງ​ຄຳ​ອວຍ​ພອນ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ​ຢ່າງ​ສົມ​ບູນ​ພູມ​ສຸກ.

ສະ​ໜາມ​ບິນ​ເຕິນ​ເຊີນ​ເຍິດນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຮັບ​ໃບ​ຢັ້ງ​ຢືນ​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ​ໂຄວິດ - 19 ລະ​ດັບ​ສາ​ກົນ
ນະ​ຄອ​ນ​ໂຮ່​ຈີ​ມິນ​ຍ້ອງຍໍ​ສັນ​ລະ​ເສີນ ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ດີ​ເດັ່ນ122 ຄົນ​ໃນ​ປີ 2020
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ​ ສິ​ຈ້​ິນ​ຜິງ
ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ ​ (ພາບ: TTXVN)

ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ ລະ​ຫວ່າງ ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ ​ແລະ ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ​ ສິ​ຈ້​ິນ​ຜິງ ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 8 ກຸມ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ​ ສິ​ຈ້​ິນ​ຜິງ ໄດ້​ອວ​ຍ​ພອນກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ອວຍ​ພອນ​ສະ​ຫາຍ​ ຫງວຽນ​ຝຸ້​ຈ້ອງ ໄດ້​ດຳ​ເນີນ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ຊຸດ​ໃໝ່, ທ່ານ​ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະ​ຊາ​ຊົນ ຫວຽດ​ນາມ ພາຍ​ໃຕ້​ການ​ຊີ້​ນຳ​ຢ່າງ​ສະຫຼາດ​ສ່ອງ​ໄສ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈະ​ປະ​ຕັບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢ່າງ​ມີ​ໄຊ, ປະ​ສົບ​ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່ຫຼາຍ​ຢ່າງ​. ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ​ ສິ​ຈ້​ິນ​ຜິງ ກໍ່​ຢັ້ງ​ຢືນ​ວ່າ ພັກ​, ລັດ ປະ​ຊາ​ຊົນ​ຈີນ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ແບບ​ບ້ານ​ໃກ້​ເຮືອນ​ຄຽງ​ກັບ ຫວຽດ​ນາມ​ເປັນ​ສຳ​ຄັນ​ທີ່​ສຸດ, ທ່ານ ກໍ່​ຢັ້ງ​ຢືນ​ວ່າ ຈີນ​ຈະ​ຮ່ວມ​ເດີນ​ທາງ​ກັບ​ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ເພີ​່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ທຸກ​ຂົງ​ເຂດ, ກຳ​ນົດ​ທິດການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານລະ​ຫວ່າງ ຫວຽດ​ນາມ - ຈີນ ບໍ່​ຢຸດ​ຢັ້ງ ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໄສ, ສະ​ຖຽນ​ລະ​ພາບ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ການ​ສ້າງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ຂອງ​ພາກ​ພື້ນ ແລະ ໃນ​ໂລກ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່, ປະ​ທານ​ປະ​ເທດ ຈີນ​ ສິ​ຈ້​ິນ​ຜິງ ໄດ້​ສົ່ງ​ຄຳ​ອວຍ​ພອນ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ​ຢ່າງ​ສົມ​ບູນ​ພູມ​ສຸກ.

ສ່ວນທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ຕໍ່​ສູນ​ກາງ​ພັກ​ກອມ​ມູ​ນິດ ຈີນ ທີ່​ໄດ້​ສົ່ງ​ສານອວຍ​ພອນ​ໄປ​ຍັງ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 13, ທ່ານ ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂ​ອບ​ໃຈ​ຕໍ່​ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ທີ່​ໄດ້​ສົ່ງ​ສານ​ສ່ວນ​ຕົວ​ໄປ​ຍັງ ທ່ານ ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ, ທ່ານ ໄດ້​ເນັ້ນ​ໜັກ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ແມ່ນ​ເຫດ​ການ​ການ​ເມືອງ​ທີ່​ສຳ​ຄັນ​ຍິ່ງ ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ເຊິ່ງ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ກອງ​ປະ​ຊຸມ​ໄດ້​ວາງ​ອອກ​ບັນ​ດາ​ເປົ້າ​ໝາຍ, ທິດ​ທາງ​ໃຫຍ່, ມີ​ຄວາມ​ໝາຍ​ກຳ​ນົດ​ທິດ ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ​ສຳ​ຄັນ​ໃຫ້​ແກ່​ພາ​ລະ​ກິດ​ການ​ປ່ຽນ​ແປງ​ໃໝ່ ແລະ ສ້າງ​ຕັ້ງ​ສັງ​ຄົມ​ນິ​ຍົມ ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝ​ຸ​ຈ້ອງ ເນັ້ນ​ໜັກ​ວ່າ 71 ປີ​ຜ່ານ​ມາ, ນັບ​ແຕ່​ເວ​ລາ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ມາ​ຮອດ​ປັດ​ຈຸ​ບັນ​, ເຖິງວ່າ ມີ​ບາງ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກໍ່​ຕາມ ແຕ່​ຕາມ​ປະ​ຫວັດ​ສາດ ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຍາມ​ໃດ​ກໍ່​ແມ່ນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຂອງ​ສອງ​ພັກ, ສອງ​ລັດ, ພ້ອມ​ທັງ​ຖື​ວ່າ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ສອ​ງ​ຝ່າຍ​ໄດ້​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ແລ​ກ​ປ່ຽນ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​, ນຳ​ມາ​ເຊິ່ງ​ຜົນ​ງານ​ທີ່​ດີ ເພື່ອ​ປະ​ກອ​ບ​ສ່ວນ​ເຂົ້າ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີ​ນ. ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ ສະຫຼຸ 2021 ນີ້, ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ​ກໍ່​ໄດ້​ສົ່ງ​ຄຳ​ອວຍ​ພອນປີ​ໃໝ່​ໄປ​ຍັງ ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ ຈີນ ແລະ ​ປະ​ຊາ​ຊົນຈີນ.

ຫວຽດ​ນາມ - ອາ​ເມ​ລິ​ກາ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ

ຍ​ສ​ໝ - ວັນທີ 5 ກຸມພາ 2021, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Scott Morrison ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ບັນ​ດາ​ຜົນ​ງານ​ທີ່​ບຸກ​ທະ​ລຸ​ຂອງ ຫວຽດ​ນາມ ໃນ​ປີ 2021, ກ​າຍ​ເປັນ​ແບບ​ຢ່າງ​ປະ​ສົບ​ຜົ​ນ​ສຳ​ເລັດ​ທີ່​ຫາ​ຍາກ​ໃນ​ໂລກ ກ່ຽວ​ກັບ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຍັງ​ຮັກ​ສາ​ໄດ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລ​ກ​ຖືກ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ທົດ​ສະ​ວັດ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Ted Yoho ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ

ຍ​ສ​ໝ - ​ທ່ານ ເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຮ່າ​ກິມງອກ ໄດ້​ຢັ້ງ​ຢື​ນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ຂອງ​ເພື່ອ​ນ​ມິດ, ຄູ່​ຮ່ວມ​ມືສະ​ໜິດ​ສະ​ໜົມ​ຂອງ​ຫວຽດ​ນາມ​ຄື​ທ່ານ ສະ​ມາ​ຊິກ​ສະ​ພາ​ຕ່ຳ Yoho.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.