ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສິງກະໂປ

18:51 | 11/03/2021

ຍສໝ - ໃນວັນທີ 10 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມໂທລະສັບກັບ ທ່ານນາຍົກລັດຖະມົນຕີສິງກະໂປ  Lee Hsien Loong ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ມ ການໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ສ ງກະໂປ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ມ ການໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ສ ງກະໂປ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: “ປີ 2020 ແມ່ນປີທີ່ປະສົບຜົນສຳເລັດທີ່ສຸດຂອງ ຫວຽດນາມໃນ 5 ປີຜ່ານມາ”

ທ່ານນາຍົກລັດຖະມົນຕີສິງກະໂປ Lee Hsien Loong ໄດ້ສະແດງຄວາມຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສືບຕໍ່ໄດ້ຮັບການເລືອກຕັ້ງເຂົ້າກົມການເມືອງ; ຊົມເຊີຍຫວຽດນາມ ທີ່ໄດ້ຮັບຜົນສຳເລັດໃນການຄວບຄຸມການລະບາດຂອງພະຍາດ COVID-19 ແລະ ພັດທະນາເສດຖະກິດ - ສັງຄົມ, ພ້ອມກັນນັ້ນ ກໍ່ປະຕິບັດສຳເລັດບົດບາດເປັນປະທານອາຊຽນປີ 2020 ຢ່າງສຳເລັດຜົນ, ລວມມີ ການເຊັນສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ (RCEP), ເປີດໂອກາດໃໝ່ໃຫ້ແກ່ການເປີດເສລີທາງດ້ານການຄ້າ ແລະ ການລົງທຶນ ແລະ ການອຳນວຍຄວາມສະດວກໃນພາກພື້ນ. ທ່ານນາຍົກລັດຖະມົນຕີ Lee Hsien Loong ກໍ່ຢືນຢັນວ່າ ສິງກະໂປ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ພິເສດແມ່ນໃນສະພາບການສາກົນ ແລະ ພາກພື້ນທີ່ມີການຜັນແປຢ່າງສັບສົນຄືໃນປະຈຸບັນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ມ ການໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ສ ງກະໂປ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສິງກະໂປ. (ພາບ: VGP)

ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍສິງກະໂປ ທີ່ໄດ້ກາຍເປັນຈຸດພົ້ນເດັ່ນໃນພາກພື້ນ ສຳລັບການຄວບຄຸມການລະບາດຂອງພະຍາດ; ສະແດງຄວາມຂອບໃຈຂໍ້ລິເລີ່ມຕ່າງໆຂອງສິງກະໂປ ໃນການສົ່ງເສີມການຟື້ນຕົວຂອງເສດຖະກິດ, ລວມທັງຂໍ້ລິເລີ່ມຕ່າງໆເພື່ອຄວາມສະດວກໃນການເດີນທາງໃຫ້ແກ່ປະຊາຊົນ, ສະເໜີໃຫ້ທັງສອງຝ່າຍຮ່ວມມືກັນຢ່າງຫ້າວຫັນໃນການຄວບຄຸມໂລກລະບາດ ແລະ ການເຂົ້າເຖິງແຫຼ່ງວັກຊີນທີ່ປອດໄພ; ສ້າງຄວາມສະດວກໃຫ້ແກ່ນັກທຸລະກິດ ແລະ ນັກລົງທຶນເພື່ອຟື້ນຟູການຜະລິດ, ການຄ້າ ແລະ ການລົງທຶນ; ສົ່ງເສີມການຮ່ວມມືທີ່ມີປະສິດທິຜົນໃນສັນຍາ CPTPP, RCEP ເພື່ອສົ່ງເສີມການຄ້າ ແລະ ຫຼຸດຜ່ອນການຂັດແຍ້ງ.

ນາຍົກລັດຖະມົນຕີທັງສອງທ່ານ ໄດ້ເຫັນດີເປັນເອກະສັນກັນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດພວມພັດທະນາຢ່າງມີປະສິດທິຜົນ; ຢືນຢັນຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດຂອງທັງສອງຝ່າຍ ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ, ຄື: ຊັບພະຍາກອນນ້ຳ ແລະ ການປະມົງ, ການເງິນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການສຶກສາ ແລະ ອົບຮົມ, ພື້ນຖານໂຄງລ່າງ...

ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ກ່ຽວກັບບັນຫາທະເລຕາເວັນອອກ, ນາຍົກລັດຖະມົນຕີສອງທ່ານ ໄດ້ຢືນຢັນຄວາມສຳຄັນຂອງການເພີ່ມທະວີການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ (UNCLOS) ປີ 1982; ເພື່ອບັນລຸ COC ຢ່າງມີປະສິດທິຜົນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ມ ການໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ສ ງກະໂປ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂອ້ລົມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen

ຍສໝ - ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາບາດກ້າວທີ່ຕັ້ງໜ້າ ໃນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກຳປູເຈຍ ໃນຊຸມປີຜ່ານມາ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ມ ການໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ສ ງກະໂປ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບນະໂຍບາຍທົ່ວໂລກ, ສາມັກຄີກັນກະທຳ ແລະ ຍົກສູງການຮ່ວມມືຫຼາຍຝ່າຍ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ໃນນັ້ນຕີລາຄາສູງບັນດາໝາກຜົນສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງບັນດາປະເທດ G20, ເປັນຕົ້ນແມ່ນການຊຸກຍູ້ການສົມທົບນະໂຍບາຍມະຫາພາກໃນການຟື້ນຟູເສດຖະກິດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ມ ການໂອ ລ ມທາງໂທລະສ ບກ ບທ ານນາຍ ກລ ດຖະມ ນຕ ສ ງກະໂປ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 37

ຍສໝ - ຕອນເຊົ້າວັນທີ 12 ພະຈິກນີ້, ພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ຈັດຂື້ນດ້ວຍຮູບການຖ່າຍທອດສົດ ພາຍໃຕ້ການເປັນປະທານກອງປະຊຸມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.