ກະຊວງການຕ່າງປະເທດຫວຽດນາມ ໄດ້ປະກາດຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

06:30 | 28/02/2021

ຍສໝ - ໃນວັນທີ 26 ກຸມພານີ້, ຄະນະພັກກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມໂດຍແບບຫ່າງໄກ ເພື່ອປະກາດຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.

ກະຊວງການຕ າງປະເທດຫວຽດນາມ ໄດ ປະກາດຜ ນສຳເລ ດກອງປະຊ ມໃຫຍ ຄ ງທ xiii ຂອງພ ກ ກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ພ້ອມແລ້ວທີ່ຈະປົກປ້ອງພົນລະເມືອງຫວຽດນາມ ຢູ່ມຽນມາ
ກະຊວງການຕ າງປະເທດຫວຽດນາມ ໄດ ປະກາດຜ ນສຳເລ ດກອງປະຊ ມໃຫຍ ຄ ງທ xiii ຂອງພ ກ ບັນຊີລາຍຊື່ ກົມການເມືອງ, ຄະນະເລຂາ ແລະ ຄະນະກຳມະການກວດກາສູນກາງຊຸດທີ XIII

ທີ່ກອງປະຊຸມ, ທ່ານບຸ່ຍແທງເຊີນ, ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານກອງປະຊຸມ ໄດ້ປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກທີ່ໄດ້ໄຂຂຶ້ນແຕວັນທີ 25 ມັງກອນ ຫາ ວັນທີ 1 ກຸມພາ ທີ່ຮ່າໂນ້ຍ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແມ່ນເຫດການການເມືອງທີ່ສຳຄັນຂອງພັກ ແລະ ປະເທດຊາດ; ມີຄວາມໝາຍສຳຄັນພິເສດໃນຂະບວນການສືບຕໍ່ໂຄສະນາເຜີຍແຜ່ຢ່າງຮອບດ້ານ ແລະ ຄົບຊຸດກັບການປ່ຽນແປງໃໝ່ປະເທດຊາດ.

ກະຊວງການຕ າງປະເທດຫວຽດນາມ ໄດ ປະກາດຜ ນສຳເລ ດກອງປະຊ ມໃຫຍ ຄ ງທ xiii ຂອງພ ກ
ກະຊວງການຕ່າງປະເທດຫວຽດນາມ ໄດ້ປະກາດຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. (ພາບ: baoquocte)

ດ້ວຍຈິດໃຈ “ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ປະດິດສ້າງ - ພັດທະນາ”, ກອງປະຊຸມໄດ້ ດຳເນີນການກວດກາຄືນ ສຳຫຼັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, 10 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ (2011-2020), 30 ປີແຫ່ງການຈັດຕັ້ງປະຕິບັດໂຄງການດຳເນີນງານ ປີ 1991, 35 ປີແຫ່ງການຈັດຕັ້ງປະຕິບັດວຽກງານປ່ຽນແປງໃໝ່; ກໍານົດທິດທາງ ແລະ ໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ (2021-2025); ກຳນົດຍຸດທະສາດການພັດທະນາເສດຖະກິດ - ສັງຄົມ 10 ປີ (2021-2030) ແລະ ວິໄສທັດການພັດທະນາຂອງປະເທດຮອດປີ 2045...

ຈຸດເດັ່ນທີ່ສຳຄັນໃນເອກະສານທີ່ໄດ້ຮັບຜ່ານໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນການກຳນົດວິໄສທັດຍຸດທະສາດ ແລະ ຄວາມປາດຖະໜາຂອງການພັດທະນາປະເທດໃນໄລຍະໃໝ່. ກອງປະຊຸມໃຫຍ່ ບໍ່ພຽງແຕ່ວາງແຜນເສັ້ນທາງພັດທະນາຂອງປະເທດຮອດປີ 2025 ເທົ່ານັ້ນ, ແຕ່ຍັງວາງແຜນເສັ້ນທາງ ແລະ ວິໄສທັດໃຫ້ກວ້າງຂວາງຮອດປີ 2030 ແລະ 2045 ອີກດ້ວຍ.

ທ່ານບຸ່ຍແທງເຊີນ, ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກວ່າ, ກອງປະຊຸມສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຫຼາກຫຼາຍ ແລະ ຫັນເປັນຫຼາຍຝ່າຍຢ່າງບໍ່ຢຸດຢັ້ງ; ເຊື່ອມໂຍງເຂົ້າກັບທົ່ວໂລກຢ່າງຕັ້ງໜ້າ, ກວ້າງຂວາງ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປັບປຸງທີ່ຕັ້ງ ແລະ ອິທິຜົນຊື່ສຽງສາກົນຂອງຫວຽດນາມຢ່າງຕໍ່ເນື່ອງ; ເພື່ອຮັບປະກັນຜົນປະໂຫຍດສູງສຸດຂອງຊາດ ທີ່ບົນພື້ນຖານຫຼັກກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ມີຄວາມສະເໝີພາບ, ການຮ່ວມມື ແລະ ຕ່າງຝ່າຍມີຜົນປະໂຫຍດ.

ກະຊວງການຕ າງປະເທດຫວຽດນາມ ໄດ ປະກາດຜ ນສຳເລ ດກອງປະຊ ມໃຫຍ ຄ ງທ xiii ຂອງພ ກ ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII

ຕອນເຊົ້າວັນທີ 31 ມັງກອນ 2021, ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ໄດ້ດຳເນີນການເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຄະນະກຳມະການກວດກາສູນກາງ, ປະທານຄະນະກຳມະການກວດກາສູນກາງ.

ກະຊວງການຕ າງປະເທດຫວຽດນາມ ໄດ ປະກາດຜ ນສຳເລ ດກອງປະຊ ມໃຫຍ ຄ ງທ xiii ຂອງພ ກ ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ

ວັນທີ 29 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ເຮັດວຽກຕາມຄະນະກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIII.

ກະຊວງການຕ າງປະເທດຫວຽດນາມ ໄດ ປະກາດຜ ນສຳເລ ດກອງປະຊ ມໃຫຍ ຄ ງທ xiii ຂອງພ ກ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.