ຫວຽດນາມ - ໄທ ສູ້ຊົນວົງເງິນການຄ້າບັນລຸ 20 ຕື້ໂດລາສະຫະລັດ | |
ປະຊາຄົມຊາວຫວຽດນາມ ອາໄສ ໄທ ບໍລິຈາກເງິນ ໄດ້ປະມານ 3,7 ຕື້ດົ່ງ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ສສ.ຫວຽດນາມ |
ຫວ່າງແລ້ວນີ້,, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ມີການໂອ້ລົມທາງຫ່າງໄກກັບ ທ່ານເລຂາທິການປະຈຳການກະຊວງການຕ່າງປະເທດຂອງໄທ, ທ່ານ Thani Thongphakdi ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ຍົກອອກບັນດາຄວາມສົນໃຈໃນພາກພື້ນ ແລະ ສາກົນ.
ທ່ານເລຂາທິການປະຈຳການກະຊວງການຕ່າງປະເທດຂອງໄທ, ທ່ານ Thani Thongphakdi ໄດ້ສະແດງຄວາມຊົມເຊີຍຫວຽດນາມທີ່ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງສຳເລັດຜົນ ແລະ ສຳເລັດພາລະບົດບາດເປັນປະທານຂອງອາຊຽນ; ຢັ້ງຢືນວ່າ ປະເທດໄທຖືເປັນສຳຄັນ ແລະ ຈະເພີ່ມທະວີ ແລະ ພັດທະນາການພົວພັນຮ່ວມມືທີ່ດີກັບຫວຽດນາມຢ່າງບໍ່ຢຸດຢັ້ງ.
![]() |
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ. (ພາບ: bapquocte) |
ສ່ວນທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ສະແດງຄວາມຂອບໃຈລັດຖະບານໄທ ທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການບິນ ເພື່ອນຳພົນລະເມືອງຫວຽດນາມກັບບ້ານຢ່າງປອດໄພ, ພ້ອມທັງໜູນຊ່ວຍພົນລະເມືອງຫວຽດນາມທີ່ດຳລົງຊີວິດ ແລະ ຮໍ່າຮຽນຢູ່ປະເທດໄທ.
ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໄດ້ສະເໜີໃຫ້ປະເທດໄທ ຈຳກັດບັນດາຮົ້ວກີດຂວາງດ້ານການຄ້າ, ປະສານງານແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບລະບຽບການ ແລະ ຂັ້ນຕອນການນຳເຂົ້າ ແລະ ສົ່ງອອກ; ສືບຕໍ່ສະໜັບສະໜູນ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມຢູ່ບັນດາອົງການຈັດຕັ້ງ ແລະ ເວທີປາໄສພາກພື້ນ ແລະ ສາກົນ.
ໃນການໂອ້ລົມທາງຫ່າງໄກ, ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ ເພື່ອເພີ່ມທະວີການພົວພັນຮ່ວມມືຫວຽດນາມ - ໄທ; ເພີ່ມທະວີການຢ້ຽມຢາມ, ຕິດຕໍ່ພົວພັນໃນລະດັບສູງ ແລະ ລະດັບຕ່າງໆ; ຮັກສາກົນໄກການຮ່ວມມືສອງຝ່າຍ; ລວມທັງກຳນົດເວລາ ແລະ ຮູບແບບທີ່ເໝາະສົມເພື່ອຈັດຕັ້ງ: ກອງປະຊຸມຄັ້ງທີ 4 ຂອງຄະນະລັດຖະບານຮ່ວມຫວຽດນາມ - ໄທ, ຄະນະກຳມະການຮ່ວມ ກ່ຽວກັບການຮ່ວມມືສອງຝ່າຍລະດັບລັດຖະມົນຕີກະຊວງການຕ່າງປະເທດ ແລະ ການທາບທາມການເມືອງລະດັບລັດຖະມົນຕີວ່າການກະຊວງການຕ່າງປະເທດ.
ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເຫັນດີວ່າ ອາຊຽນຄວນຮັກສາຄວາມສາມັກຄີ, ເປັນສຽງເວົ້າລວມ ແລະ ບົດບາດໃຈກາງ, ຍຶດໝັ້ນຫຼັກການທີ່ໄດ້ຕົກລົງກັນ, ຍຶດໝັ້ນການປະຕິບັດຕາມກົດໝາຍສາກົນ ແລະ ສົນທິສັນຍາກົດໝາຍວ່າດ້ວຍທະເລ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ 1982 ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).
![]() | ຫວຽດນາມ - ໄທ: ຄູ່ຮ່ວມມືທີ່ຍືນຍົງເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງ ຍສໝ - ມາຮອດປະຈຸບັນ, ໄທແມ່ນໜຶ່ງໃນ 10 ນັກລົງທືນຕ່າງປະເທດຢູ່ຫວຽດນາມດ້ວຍຍອດຈຳນວນເງິນລົງທຶນກ່ວາ 12.3 ຕື້ ໂດລາສະຫະລັດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ ແລະ ພັດທະນາເສດຖະກິດ. |
![]() | ຜູ້ຊ່ຽວຊານລັດເຊຍ ໄຈ້ແຍກ 3 ປັດໃຈທີ່ຊ່ວຍໃຫ້ຫວຽດນາມ ສະກັດກັ້ນພະຍາດ Covid-19 ຢ່າງມີປະສິດທິຜົນ ຍສໝ - ຕາມຜູ້ຊ່ຽວຊານລັດເຊຍ, ຫວຽດນາມ ສະກັດກັ້ນການລະບາດຂອງພະຍາດ Covid-19 ໄດ້ມີປະສິດທິຜົນ ຍ້ອນ 3 ປັດໃຈຕົ້ນຕໍ: ການກະທຳຢ່າງວ່ອງໄວ ແລະ ທັນການຂອງລັດຖະບານ; ທ່າທີມີຄວາມຮັບຜິດຊອບຂອງປະຊາຊົນ, ກໍ່ຄືການເປີດເຜີຍ ແລະ ຈະແຈ້ງຂອງຂໍ້ມູນ. |
![]() | ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ - ໄທ ໃຫ້ນັບມື້ນັບຂະຫຍາຍຕົວ ຍສໝ - ຕອນບ່າຍວັນທີ 26 ກຸມພາ, ທີ່ສຳນັກງານໃຫຍ່ກະຊວງສຶກສາ ແລະ ບຳລຸງສ້າງ, ທ່ານລັດຖະມົນຕີ ທ່ານ ຝູ່ງຊວັນຍະ ໄດ້ໃຫ້ການຕ້ອນຮັບທ່ານ Tanee Sangrat ເອກອັກຄະລັດຖະທູດໄທປະຈຳ ຫວຽດນາມ, ໂດຍປຶກສາຫາລືກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ. |
ຄຳຮຸ່ງ
ຂ່າວທີ່ກ່ຽວຂ້ອງ

ສູນສຶກສາຫວຽດນາມ ວິທະຍາ ແລະສະມາຄົມມິດຕະພາບໄທ - ຫວຽດນາມ ຮ່ວມມືບຳລຸງສ້າງພາສາຫວຽດ

ຊຸກຍູ້ການຮຽນພາສາຫວຽດ ຢູ່ພາກຕາເວັນອອກສ່ຽງເໜືອຂອງໄທ ແລະ ລາວ

ຫວຽດນາມ, ອາເມລິກາ ເປັນເອກະພາບດຳເນີນງານການເຈລະຈາຂໍ້ຕົກລົງການຄ້າສົມທົບ
ທ່ານອາດຈະມັກ

ງານພົບປະມິດຕະພາບສະເຫຼີມສະຫຼອງ 158 ປີແຫ່ງວັນຊາດການາດາ ຢູ່ນະຄອນໂຮ່ຈີມິນ

ທ່ານນາງຮອງປະທານປະເທດຫວຽດນາມ ພົບປະສົນທະນາກັບປະທານ ສະພາຕ່ຳ ອີຕາລີ

ເປີດຕົວເຄືອຂ່າຍນັກຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມ ຢູ່ການາດາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບປະທານ JBIC Maeda Tadashi

ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ ແມ່ນຍັງໃຫຍ່ຫຼວງຢູ່
