ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ

14:56 | 09/02/2021

ຍສໝ - ໃນໄລຍະທີ່ຈະມາເຖິງ, ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຈະສືບຕໍ່ເດີນຄຽງຂ້າງກັນນຳພາທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງແຕ່ລະປະເທດ, ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ, ເຊິ່ງເຮັດໃຫ້ສາຍພົວພັນດັ່ງກ່າວນີ້ ມີການພັດທະນາຢ່າງມີຊີວິດຊີວາ, ມີປະສິດທິຜົນ ແລະ ແທດຈິງ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.    

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຫວຽດນາມ ລາວ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ
ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຫວຽດນາມ ລາວ ການພົວພັນດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ ຫວຽດນາມ-ລາວ
ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຫວຽດນາມ ລາວ
ທ່ານ ຫງວຽນແມ້ງຮຸ່ງ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ

ຕອນເຊົ້າວັນທີ 9 ກຸມພາ, ຄະນະຜູ້ແທນດັ່ງລວມມີ ສະມາຄົມມິດຕະພາບ ຫວຽດນາມ - ລາວ ຂັ້ນສູນກາງ ແລະ ສະມາຄົມມູນເຊື້ອມິດຕະພາບຫວຽດນາມ - ລາວ ນຳໂດຍ ທ່ານ ຫງວຽນແມ້ງຮຸ່ງ, ອະດີດຮອງຫົວໜ້າຄະນະປະຈຳຄະນະການພົວພັນຕ່າງປະເທດສູນກາງພັກ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ຂັ້ນສູນກາງ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ພະນັກງານ, ພາລະກອນຂອງສະຖານທູດລາວ ປະຈຳ ຮ່າໂນ້ຍ ເນື່ອງໃນໂອກາດ ຕ້ອນຮັບບຸນເຕັດ - ປີສະຫຼູ 2021.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນແມ້ງຮຸ່ງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈຳ ຫວຽດນາມ ແລະ ບັນດາພະນັກງານ, ພາລະກອນຂອງສະຖານທູດລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຫວຽດນາມ ລາວ
ບັນຍາກາດທີ່ການຕ້ອນຮັບ

ເນື່ອງໃນໂອກາດ ຕ້ອນຮັບບຸນເຕັດ-ປີສະຫຼູ 2021, ທ່ານ ຫງວຽນແມ້ງຮຸ່ງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ແລະພະນັກງານ, ພາລະກອນສະຖານທູດລາວທຸກຄົນຈົ່ງມີສຸຂະພາບແຂງແຮງ, ຕ້ອນຮັບບຸນເຕັດ-ປີສະຫຼູ 2021 ດ້ວຍຄວາມມ່ວນຊື່ນ... ພ້ອມທັງກໍ່ເຊື່ອໝັ້ນວ່າ, ໃນໄລຍະທີ່ຈະມາເຖິງ, ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຈະສືບຕໍ່ເດີນຄຽງຂ້າງກັນນຳພາທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຂອງແຕ່ລະປະເທດ, ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ, ເຊິ່ງເຮັດໃຫ້ສາຍພົວພັນດັ່ງກ່າວນີ້ ມີການພັດທະນາຢ່າງມີຊີວິດຊີວາ, ມີປະສິດທິຜົນ ແລະ ແທດຈິງ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຫວຽດນາມ ລາວ
ພິທີມອບຮັບຂອງຂວັນ

ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ຫວຽດນາມ ແລະ ລາວ ແມ່ນ ສອງປະເທດອ້າຍນ້ອງ, ມີສາຍພົວພັນພິເສດ. ພ້ອມທັງ ຢືນຢັນວ່າ, ຈະສືບຕໍ່ຮ່ວມມືກັບສະມາຄົມມິດຕະພາບ ຫວຽດນາມ - ລາວ ຂັ້ນສູນກາງ ແລະ ສະມາຄົມມູນເຊື້ອມິດຕະພາບຫວຽດນາມ - ລາວ ໃນການເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ.

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຫວຽດນາມ ລາວ ການຮ່ວມມືຂອງກໍາລັງຕໍາຫຼວດສອງປະເທດແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ-ລາວ

ຍສໝ - ທ່ານພົນໂທ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ.ລາວ ໄດ້ຢືນຢັນຄືດັ່ງກ່າວເມື່ອຮັບຈົດໝາຍອວຍພອນຂອງທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະຄະນະພັກຕໍາຫຼວດສູນກາງຫວຽດນາມ.

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຫວຽດນາມ ລາວ ຄວາມສະໜິດຕິດພັນຫວຽດນາມ-ລາວ

ເພື່ອປະຕິບັດການຊີ້ນໍາຂອງພັກ, ລັດ, ໄລຍະ 2016-2020, ແຂວງເງະອານ ໄດ້ນໍາໃຊ້ງົບປະມານຫຼາຍກວ່າ 500 ຕື້ດົ່ງເພື່ອຊ່ວຍເຫຼືອແຂວງຕ່າງໆຂອງເພື່ອນມິດລາວ.

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຫວຽດນາມ ລາວ ຈິດໃຈສາມັກຄີ, ສະໜິດຕິດພັນແບບພິເສດລະຫວ່າງຫວຽດນາມ-ລາວ

ຍສໝ - ເມື່ອບໍ່ດົນມານີ້, ທີ່ສາງພາສີດ່ານຊາຍແດນແດນສະຫວັນ, ກົມໃຫຍ່ສະສົມແຫ່ງລັດ (ກະຊວງການເງິນຫວຽດນາມ) ໄດ້ຊີ້ນໍາກົມສະສົມແຫ່ງລັດເຂດແງະອານ-ຮ່າຕີ້ງ ປະຕິບັດການອອກສາງ, ຂົນສ່ົງ ແລະມອບເຂົ້າສານ 1.000 ໂຕນ ເພື່ອໜູນຊ່ວຍປະຊາຊົນແຂວງສະຫວັນນະເຂດ ສປປ.ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.