ຈິດໃຈສາມັກຄີ, ສະໜິດຕິດພັນແບບພິເສດລະຫວ່າງຫວຽດນາມ-ລາວ

06:38 | 06/12/2020

ຍສໝ - ເມື່ອບໍ່ດົນມານີ້, ທີ່ສາງພາສີດ່ານຊາຍແດນແດນສະຫວັນ, ກົມໃຫຍ່ສະສົມແຫ່ງລັດ (ກະຊວງການເງິນຫວຽດນາມ) ໄດ້ຊີ້ນໍາກົມສະສົມແຫ່ງລັດເຂດແງະອານ-ຮ່າຕີ້ງ ປະຕິບັດການອອກສາງ, ຂົນສ່ົງ ແລະມອບເຂົ້າສານ 1.000 ໂຕນ ເພື່ອໜູນຊ່ວຍປະຊາຊົນແຂວງສະຫວັນນະເຂດ ສປປ.ລາວ.

ຈ ດໃຈສາມ ກຄ ສະໜ ດຕ ດພ ນແບບພ ເສດລະຫວ າງຫວຽດນາມ ລາວ ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ
ຈ ດໃຈສາມ ກຄ ສະໜ ດຕ ດພ ນແບບພ ເສດລະຫວ າງຫວຽດນາມ ລາວ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ການພົວພັນລະຫວ່າງຫວຽດນາມ ກັບໂຊຫວຽດໃນເມື່ອກ່ອນ ແລະສະຫະພັນລັດເຊຍໃນປະຈຸບັນແມ່ນການພົວພັນທີ່ເປັນມູນເຊື້ອມິດຕະພາບອັນດີງາມ
ຈ ດໃຈສາມ ກຄ ສະໜ ດຕ ດພ ນແບບພ ເສດລະຫວ າງຫວຽດນາມ ລາວ
ພິທີມອບເຂົ້າສານ 1.000 ໂຕນ ເພື່ອໜູນຊ່ວຍປະຊາຊົນແຂວງສະຫວັນນະເຂດ ສປປ.ລາວ.ພາບ: baochinhphu.vn.

ໃນວັນທີ 13 ພະຈິກ ຢູ່ນະຄອນຫລວງວຽງຈັນ ສປປ.ລາວ, ໄດ້ມີພິທີມອບ-ຮັບ ເຂົ້າສານ ຈຳນວນ 1 ພັນໂຕນ ແບບທາງໄກ ຈາກ ລັດຖະບານຫວຽດນາມ ໃຫ້ແກ່ ສປປ ລາວ ເພື່ອຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ ແຂວງສະຫວັນນະເຂດ ໂດຍການເປັນສັກຂີພິຍານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ມີຄຳເຫັນ ໂດຍໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອ ອັນມີຄຸນຄ່າໃນຄັ້ງນີ້, ເຊິ່ງເປັນການສະແດງ ໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ເວລາໃດ ກໍ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຄຽງບ່າຄຽງໄຫລ່ກັນ, ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍ່ບິແບ່ງປັ່ນກັນ.

ໃນພິທີດັ່ງກ່າວ, ຕາງໜ້າມອບໂດຍ ທ່ານ ຫງວຽນກັວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກ່າວຮັບໂດຍ ທ່ານ ຈັນທະພອນ ຄຳມະນີຈັນ ອຸປະທູດຊົ່ວຄາວ, ສະຖານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ.

ຈ ດໃຈສາມ ກຄ ສະໜ ດຕ ດພ ນແບບພ ເສດລະຫວ າງຫວຽດນາມ ລາວ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ (ພາບ: KPL)

ເພື່ອຈັດຕັ້ງປະຕິບັດຕາມການຊີ້ນໍາຂອງນາຍົກລັດຖະມົນຕີ ສສ.ຫວຽດນາມ, ເມື່ອບໍ່ດົນມານີ້, ທີ່ສາງພາສີດ່ານຊາຍແດນແດນສະຫວັນ, ກົມໃຫຍ່ສະສົມແຫ່ງລັດ (ກະຊວງການເງິນຫວຽດນາມ) ໄດ້ຊີ້ນໍາກົມສະສົມແຫ່ງລັດເຂດແງະອານ-ຮ່າຕີ້ງ ປະຕິບັດການອອກສາງ, ຂົນສ່ົງ ແລະມອບເຂົ້າສານ 1.000 ໂຕນ ເພື່ອໜູນຊ່ວຍປະຊາຊົນແຂວງສະຫວັນນະເຂດ ສປປ.ລາວ.

ຕາງໜ້າແຂວງສະຫວັນນະເຂດ, ທ່ານ ບຸນລົບ ໂຄດຫລັກຄໍາ, ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງສະຫວັນນະເຂດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຂອງຂວັນທີ່ມີຄວາມໝາຍຢ່າງແທດຈິງຂອງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ. ພ້ອມທັງ ກໍ່ໄດ້ຢືນຢັນ ແລະໃຫ້ຄໍາໝັ້ນສັນຍາຈະແຈກຈ່າຍເຂົ້າສານຈໍານວນດັ່ງກ່າວໃຫ້ແກ່ປະຊາຊົນຖືກຜົນສະທ້ອນຈາກພາຍຸນໍ້າຖ້ວມໃນບໍເວນແຂວງສະຫວັນນະເຂດ, ຮັບປະກັນຖືກຕ້ອງຕາມເປົ້າໝາຍ.

ຕາມແຜນການແລ້ວ, ຮອດວັນທີ 5 ທັນວາ, ກົມສະສົມແຫ່ງລັດເຂດເງະອານ-ຮ່າຕີ້ງ ຈະສຳເລັດການມອບເຂົ້າສານ 1.000 ໂຕນ ເພື່ອໜູນຊ່ວຍປະຊາຊົນປະເທດເພື່ອນລາວ.

ຈ ດໃຈສາມ ກຄ ສະໜ ດຕ ດພ ນແບບພ ເສດລະຫວ າງຫວຽດນາມ ລາວ ກອງປະຊຸມໂອ້ລົມສົນທະນາກ່ຽວກັບການສ້າງຂອບການຮ່ວມມືພັດທະນາຫວຽດນາມ - ສປຊ ໄລຍະ 2022-2026

ຍສໝ - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ເນັ້ນໜັກວ່າ ໃນວິວັດການສ້າງກອບການຮ່ວມມື ພັດທະນາ ໄລຍະ 2022 – 2026, ສປຊ ຈະເພີ່ມທະວີການໃຫ້ຄຳປຶກສາກ່ຽວກັບນະໂຍບາຍ, ແບ່ງປັນຄວາມຮູ້ ແລະ ບົດຮຽນ, ປະສົບການ ກໍຄື ໜູນຊ່ວຍດ້ານກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນການບໍລິຫານ ດ້ານເສດຖະກິດ - ສັງຄົມ ຢ່າງມີປະສິດທິຜົນ.

ຈ ດໃຈສາມ ກຄ ສະໜ ດຕ ດພ ນແບບພ ເສດລະຫວ າງຫວຽດນາມ ລາວ ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ

ຍສໝ - ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ, ພ້ອມທັງກ່າວປະນາມບັນດາການກະທຳລ່ວງລ້ຳອະທິປະໄຕ, ສິດອຳນາດອະທິປະໄຕຂອງຫວຽດນາມ ຢູ່ເຂດທະເລນີ້.

ຈ ດໃຈສາມ ກຄ ສະໜ ດຕ ດພ ນແບບພ ເສດລະຫວ າງຫວຽດນາມ ລາວ ຫວຽດນາມ ແລະ ສ.ເກົາຫຼີເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ຍ​ສ​ໝ - ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ໄດ້​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ຫວຽດ​ນາມ - ສາ​ທາ​ລະ​ນະ​ລັດ​ເກົາຫຼີທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ຮອບ​ດ້ານ ໃນ​ບັນ​ດາຂົງ​ເຂດທັງ​ໝົດ​ຄື: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ຄວາມ​ໝັ້ນ​ຄົງ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ.

ໄຊພອນ

ເຫດການ
302 Found

Found

The document has moved here.