“ໂຄງ​ການ Homestay” ປີ 2019 – 2020 ໃຫ້​ແກ່​ນັກ​ສຶກ​ສາ​ລາວ ຢູ່​ແຂວງ​ໄທ​ຫງວຽນ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

16:30 | 11/10/2020

ຍ​ສ​ໝ - ໃນເດືອນ ຕຸ​ລາ​, ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ - ລາວ​ແຂວງ​ໄທ​ງວຽນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ ໂຄງ​ການ​ຕ້ອນ​ຮັບ​ນັກ​ສຶກ​ສາ ລາວ​ໄປ​ຢູ່​ກັບຄອບ​ຄົວ​ຂອງ​ປະ​ຊາ​ຊົນ (ໂຄງ​ການ Homestay) ປີ 2019 – 2020.

ນັກ​ຮຽນ​ລາວ 100 ຄົນ ເຂົ້າ​ຮ່ວມ​ການ​ເສັງ​ຈົບ​ມັດ​ທະ​ຍົມ​ຕອນ​ປາຍ ປີ 2020 ຢູ່ ກ໋​ວາງ​ບິ່ງ
AIPA 2020: ຍູ້​ແຮງ​ກາ​ນ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ
“ໂຄງ​ການ Homestay” ປີ 2019 – 2020 ໃຫ້​ແກ່​ນັກ​ສຶກ​ສາ​ລາວ ຢູ່​ແຂວງ​ໄທ​ຫງວຽນ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ
ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແຂ​ວງ​ໄທງວຽນ ໄດ້​ຍ້ອງ​ຍໍ​ສັນ​ລະເສີນ 10 ໝູ່​ຄະ​ນະ ແລະ ສ່ວນ​ບຸ​ກ​ຄົນ 10 ຄົນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ປະ​ຕິ​ບັດ ໂຄງ​ການ Homestay (ພາບ: thainguyen.gov.vn)

ໂຄງ​ການ Homestay ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ແຕ່​ປີ 2016 ເພື່ອ​ແນ​ໃສ່​ສ້າງ​ກາ​ລະ​ໂອ​ກາດ​ຝຶກ​ຝົນຫຼໍ່ຫຼອມ​ທັກ​ສະ​ພາ​ສາ​ຫວຽດ, ແລ​ກ​ປ່ຽນ​ພາ​ສາ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ​ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ຮ່ຳ​ຮຽນ​ຢູ່​ໄທ​ງວຽນ. ຜ່ານ​ການ​ ໂຄງ​ການ Homestay ຊ່ວຍ​ໃຫ້​ພວກ​ນ້ອງ​ເຊື່ອມ​ຕົວ​ເຂົ້າ​ກັບ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ປະ​ຊາ​ຄົມ​ເຂດ​ທ້ອງ​ຖິ່ນ, ຈາກ​ນັ້ນ​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ສະ​ພາບ​ແຫ່ງ​ການ​ຮ່ຳ​ຮຽນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວຢູ່​ແຂວງ ໄທ​ງວຽນ, ພ້ອມ​ທັງ​ເພີ່​ມ​ທະ​ວີ​ບັນ​ດ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ສາ​ກົນ​ຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ນັກ​ສຶກ​ສາ​ແຂວງ​ໄທ​ງວຽນ​ໃນ​ວິ​ວັດ​ແຫ່ງ​ການ​ເຊື່ອມໂຍງ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ. ຜ່ານ​ນັ້ນ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ກາ​ນ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ​ລະ​ຫວ່​າ​ງ ແຂວງ​ໄທ້​ງວຽນ​ກັບ​ບັນ​ດາ​ແຂວງ​ຂຶ້ນ​ກັບ​ປະ​ເທດ ສ​ປ​ປ.ລາວ​ໃຫ້​ເປັນ​ຢ່າງ​ດີ.

ປີ 2019 – 2020, ໄດ້​ມີ10/12 ໂຮງ​ຮຽນ​ດ້ວຍ​ນັກ​ສຶກ​ສາ​ລາວ 650/2.000 ຄົນ ແລະ ຄູ​ອາ​ຈານ 150 ຄົນ ຢູ່​ບັນ​ດາ​ໂຮ​ງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ, ນັກ​ສຶກ​ສາ​ລາວ ໄດ້​ບັນ​ດາ​ພະ​ນັກ​ງານ, ຄູ​ອາ​ຈານ ແລະ ປະ​ຊາ​ຊົນ​ແຂວງ​ໄທ​ງວຽນ​ຕ້ອນ​ຮັບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ສ້າງ​ເງື່ອນ​ໄຂ​ກ່ຽວ​ກັບ​ການ​ກິນ, ທີ່​ຢູ່​ກັບ​ບັນ​ດາ​ຄອບ​ຄົວ, ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ສີ​ສັນ​ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ແຕ່​ເດືອນ​ມີ​ນາ 2020 ຍ້ອນ​ຜົນ​ກະ​ທົບ​ຂອງ ໂລກ​ລະ​ບາດ Covid – 19ໄດ້​ຈຳ​ກັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ໂຄງ​ການ. ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ ແທນ​ທີ່​ຈະ​ສົ່ງ​ນັກ​ສຶກ​ສາ​ລາວ ໄປ​ຢູ່​ກັບ​ປະ​ຊາ​ຊົນ ດ້ວຍ​ການ​ດູ​ແລ​ນັກ​ສຶກ​ສາ​ຢູ່​ໂຮງ​ຮຽນ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເໝາະ​ສົມ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ພວກ​ນ້ອງໆ, ຈັດ​ຕັ້ງ​ຮູບ​ການ​ຮຽນ​ທາງ​ໄກ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ​ທີ່​ບໍ່​ສາ​ມາດ​ກັບ​ມ​າ​ຫວຽດ​ນາມ​ຮຽນ​ໂດຍ​ກົງ​ໄດ້.

ເນື່ອງ​ໃນ​ໂອ​ກາດນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແຂ​ວງ​ໄທງວຽນ ໄດ້​ຍ້ອງ​ຍໍ​ສັນ​ລະເສີນ 10 ໝູ່​ຄະ​ນະ ແລະ ສ່ວນ​ບຸ​ກ​ຄົນ 10 ຄົນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ປະ​ຕິ​ບັດ ໂຄງ​ການ Homestay ສຳ​ລັບ​ນັກ​ສຶກ​ສາ​ລາວ ປີ 2019 – 2020.

ນັກ​ຮຽນ​ລາວ 100 ຄົນ ເຂົ້າ​ຮ່ວມ​ການ​ເສັງ​ຈົບ​ມັດ​ທະ​ຍົມ​ຕອນ​ປາຍ ປີ 2020 ຢູ່ ກ໋​ວາງ​ບິ່ງ

ຍ​ສ​ໝ - ຕໍ່​ໜ້າ​ສະ​ພາບ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ Covid – 19, ນັກ​ຮຽນ​ທຸກ​ຄົນ​ມາ​ສະ​ຖານ​ທີ່​ເສັງ​ລ້ວນ​ແຕ່​ຕ້ອງ​ໃສ່​ຜ້າ​ອັດ​ປາກ - ດັງ, ວັກ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ, ລ້າງ​ມື​ຂ້າ​ເຊື້ອ ກ່ອນ​ທີ່​ຈະ​ເຂົ້າ​ໂຮງ​ຮຽນ.

ນັກ​ສຶກ​ສາ​ລາວ​ກ່​ວາ 400 ຄົນ​ໄດ້​ຮັບ​ການ​ແຍກ​ຕົວ

​ຍ​ສໝ - ມີ​ນັກ​ສຶກ​ສາ​ລາວ​ກ່​ວາ 400 ຄົນ ​ພາຍຫຼັງ​ເຂົ້າ​ເມືອງ​ຫວຽດ​ນາມ​ຜ່ານ​ດ່ານ​ຊາຍ​ແດນສາ​ກົນ ເກົ່າ​ແຈວ, ເມືອງ ເຮືອງ​ເຊີນ ໄດ້​ຮັບ​ການ​ແຍກ​ຕົວ​ໃນ​ວັນ​ທີ 22 ກໍ​ລະ​ກົດ.

ພິ​ທີ​ມອບ​ຮັບ​ເງິນ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ຫະ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ໃຫ້​ແກ່​ກົມ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ​ຂອງ​ຫວຽດ​ນາມ

ຍ​ສ​ໝ - ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມຸ່ງ​ໄປ​ເຖິງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ ສ​ປ​ຊ ຂອງ ຫວຽດ​ນາມ

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.