ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ

08:14 | 09/02/2021

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ​ຊີ້​ແຈ້ງວ່າ: ປະ​ຊາ​ຊົນ​ຫວຽດ​ນາມ​ຫາ​ກໍ່​ຜ່ານ​ຜ່າ​ປີ 2020 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ ແຕ່​ຍັງ​ຄົງ​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ​ທີ່​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ປັດ​ຈຸ​ບັນ​ພວມ​ຮູ້ສຶກ ປະ​ເອີບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ​ສະຫຼຸ​ໃນ​ສະ​ພາບ​ການ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຕ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 8 ກຸມ​ພາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ບັນ​ດາອົງ​ການ​ຈັດ​ຕັ້ງ​ຂອງ ສ​ປ​ຊ ປະ​ຈຳ ​ຫວຽດ​ນາມ ໂດຍ​ທ່ານ Kamal Malhotra ນັກ​ປະ​ສານ​ງານ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ​ນຳ​ໜ້າ.

ທີ່​ການ​ຕ້ອນ​ຮັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ​ຊີ້​ແຈ້ງວ່າ: ປະ​ຊາ​ຊົນ​ຫວຽດ​ນາມ​ຫາ​ກໍ່​ຜ່ານ​ຜ່າ​ປີ 2020 ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ ແຕ່​ຍັງ​ຄົງ​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ​ທີ່​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ປັດ​ຈຸ​ບັນ​ພວມ​ຮູ້ສຶກ ປະ​ເອີບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ​ສະຫຼຸ​ໃນ​ສະ​ພາບ​ການ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຕ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຫ​າ​ກໍ່​ສິ້ນ​ສຸດ​ຢ່າງ​ຈົບ​ງາມ, ກຳ​ນົດ​ຍຸດ​ທະ​ສາດ ແລະ ຄາດ​ຫວັງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ຮອດ​ປີ 2025, ວາງ​ແຜນ​ກຳ​ນົດ​ວິ​ໄສ​ທັດ​ຮອດ​ປີ 2030 ແລະ ປີ 2045. ນີ້​ແມ່ນ​ເປົ້າ​ໝາຍ​ໃຫຍ່, ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ຮຽກ​ຮ້ອງ​ຕ້ອງ​ການ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທີ່​ຍິ່ງ​ໃຫຍ່​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ກໍ່​ຄື​ການ​ສະ​ໜັບ​ສະ​ໜູນ ແລະ ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຮອບ​ໃໝ່​ທີ່​ແຜ່​ລາມ​ອອກ​ສູ່​ປະ​ຊາ​ຄົມ​ນັບ​ແຕ່​ທ້າຍ​ເດືອນ​ມັງ​ກອນ​, ມາ​ຮອດ​ປັດ​ຈຸ​ບັນ ຫວຽດ​ນາມ​ໄດ້​ຄວບ​ຄຸມ​ບັນ​ດາ​ຈຸດ​ໃຈ​ກາງ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ພື້ນ​ຖານ, ສູ້​ຊົນ​ຄວບ​ຄຸມ​ສະ​ພາບ​ການ​ເພື່ອ​ໃຫ້​ປະ​ຊາ​ຊົ​ນ​ຕ້ອ​ນ​ຮັບ​ບຸນ​ເຕັດ​ສະຫຼຸດ​ຢ່າງ​ສະ​ຫງົ​ບ​ສຸກ. ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຫວຽດ​ນາມ​ຮູ້​ສຶກ​ເປັນ​ກຽດ​ຕໍ່​ການ​ອຸມ​ຊູ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ເພື່ອນ​ມິດ​ສາ​ກົນ ແລະ ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ນ້ຳ​ໃຈ, ການ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ດັ່ງ​ກ່າວ.

ສ່ວນ​ທ່ານ Kamal Malhotra ໄດ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ສ​ປ​ຊ ປະ​ຈຳ​ຫວຽດ​ນາມ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ຫວຽດ​ນາມ ເມື່ອ​ໄດ້​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຄັ້ງ​ທີ 13 ແລະ ເລື່ອງ​ຫວຽດ​ນາມ​ຄວບ​ຄຸມ​ໄດ້​ໂລກ​ລ​ະ​ບາດ​ໂຄວິດ - 19 ໂດຍ​ພື້ນ​ຖານ ຮັບ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ.

ສ່​ວນ​ທ່ານ Kidong Park ຜູ້​ຕາງ​ໜ້າ WHO ປະ​ຈຳ​ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຈະ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ​ເພື່ອ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ທີ່​ສົດ​ໃສ​ແລະ​ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ. ທ່ານ​ກໍ່​ຮູ້​ດີ​ໃຈ​ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ​ຄັ້ງ​ທີ 13 ແລະ ມີ​ການ​ເຊື່ອມ​ຕໍ່​ການ​ນຳ​ລຸ້ນ​ຕ່າງໆ. ທ່ານ​ເຊື້ອ​ໝັ້ນ​ວ່າ ຫວຽດ​ນາມ​ຈະ​ສືບ​ຕໍ່​ບັນ​ດາ​ນະ​ໂຍ​ບາຍ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ ແລະ WHO ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ບັນ​ດາ​ກົນ​ໄກ 2 ຝ່າຍ ແລະ ຫຼາຍ​ຝ່າຍ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ

ຍ​ສ​ໝ - ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ທາງ​ອອນ​ລາຍ​ໄດ້​ປຶກ​ສາ​ຫາ​ລື​ກຳ​ນົດ​ທິດ, ບຸ​ລິ​ມະ​ສິດ​ທົ່ວ​ປີ​ຂອງ​ອາ​ຊຽນ ແລະ ແລ​ກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Scott Morrison ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ບັນ​ດາ​ຜົນ​ງານ​ທີ່​ບຸກ​ທະ​ລຸ​ຂອງ ຫວຽດ​ນາມ ໃນ​ປີ 2021, ກ​າຍ​ເປັນ​ແບບ​ຢ່າງ​ປະ​ສົບ​ຜົ​ນ​ສຳ​ເລັດ​ທີ່​ຫາ​ຍາກ​ໃນ​ໂລກ ກ່ຽວ​ກັບ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຍັງ​ຮັກ​ສາ​ໄດ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລ​ກ​ຖືກ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ທົດ​ສະ​ວັດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຫງວຽນ​ຊວັນ​ຟຸກ: ​ມາ​ນະ​ຍາ​ພະ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ ຫວຽດ​ນາມ​ທີ່​ມີ​ຄວາມ​ປອດ​ໄພ​ຕໍ່​ໂລກ​ລະ​ບາດ​ໂຄວິດ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ໄດ້​ເນັ້ນ​ໜັກ​ວ່າ ປີ 2020 ແມ່ນ​ປີ ທີ່​ຖັນ​ແຖວ​ພະ​ນັກ​ງານ​ຂະແໜງສາທາລະນະສຸກ ​ໄດ້​ມາ​ນະ​ພະ​ຍາ​ຍາມສູ້​ຊົນ, ໂດຍສະເພາະແມ່ນຜູ້ທີ່ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ດ້ວຍຈິດໃຈບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ພ້ອມແລ້ວທີ່ຈະເສຍສະຫຼະ, ອຸທິດສ່ວນ… ປະກອບສ່ວນສຳຄັນເຂົ້າໃນໜ້າທີ່ຮັກສາສຸຂະພາບ, ປົກປ້ອງຊີວິດປະຊາຊົນເວົ້າສະເພາະ ແລະ ພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ເວົ້າລວມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.