ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ

14:17 | 23/01/2021

ຍ​ສ​ໝ - ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ທາງ​ອອນ​ລາຍ​ໄດ້​ປຶກ​ສາ​ຫາ​ລື​ກຳ​ນົດ​ທິດ, ບຸ​ລິ​ມະ​ສິດ​ທົ່ວ​ປີ​ຂອງ​ອາ​ຊຽນ ແລະ ແລ​ກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ.

ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ຟ າມ ບ ງ ມ ງ ເຂ າ ຮ ວມກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ອາ ຊຽນ ຫວຽດ​ນາມ ແລະ ບ​ຣູ​ໄນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ຄວາມ​ສະ​ໜິດ​ຕິດ​ພັນ​ພາຍ​ໃນ​ກຸ່ມ​ອາ​ຊຽນ
ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ຟ າມ ບ ງ ມ ງ ເຂ າ ຮ ວມກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ອາ ຊຽນ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ອາ​ຊຽນ ກະ​ກ​ຽມ​ໃຫ້​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ອາ​ຊຽນ
ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ຟ າມ ບ ງ ມ ງ ເຂ າ ຮ ວມກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ອາ ຊຽນ
ທ່ານ​ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: VOV)

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃຫ້​ຮູ້​ວ່າ, ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບ​ຣຸ​ໄນ Dato Erywan Pehin Yusof, ວັນ​ທີ 21 ມັງ​ກອນ, ທ່ານ​ຟ້າມ​ບິ່ງ​ມິງ ​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ທາງ​ອອນ​ລາຍ. ໂດຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ແລະ ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ທີ່ກອງ​ປະ​ຊຸມ,ບັນ​ດາ​ປະ​ເທດ​ໄດ້​ຕີ​ລ​າ​ຄາ​ສູງ ແລະ ອວຍ​ພອນ​ຫວຽດ​ນາມ ທີ່​ໄດ້​ສຳ​ເລັດ​ອາ​ຍຸ​ການ​ປະ​ທານ​ອາ​ຊຽນ 2020 ໄດ້​ເປັນ​ຢ່າງ​ດີ, ນຳ​ອາ​ຊຽນ​ຮັກ​ສາ​ການ​ໂອ້​ລົມ​ສົນ​ທະ​ນາ, ຮ່ວມ​ມື ແລະ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງ​ຍາກ​ທີ່​ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ. ກອງ​ປະ​ຊຸມ​ໄດ້​ເຫັນ​ດີ ອາ​ຊຽນ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ບັນ​ດາ​ບຸ​ລິມ​ະ​ສິດ, ຂໍ້​ລິ​ເລີ່ມ ແລະ ໂຄງ​ການ​ຮ່ວມ​ມື​ທີ່​ໄດ້​ຕົກ​ລົງ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​ໄດ້​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ, ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ແຮງ.

ບັນ​ດາ​ປະ​ເທດ​ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ຫົວ​ຂໍ້ “ຮ່ວມ​ສົນ​ໃຈ, ຮ່ວມ​ກະ​ກຽມ, ຮ່ວມ​ວັດ​ທະ​ນາ​ຖາ​ວອນ” ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ ບ​ຣູ​ໄນ​ໄດ້​ສະ​ເໜີ​ບັນ​ດາ​ບຸ​ລິ​ມະ​ສິດ, ຂໍ້ລິ​ເລີ່ມ ໃຫ້​ການ​ຮ່ວມ​ມື​ອາ​ຊຽນ ປີ 2021, ໃນ​ນັ້ນ​ມີ​ການ​ສ້າງ​ສຳ​ຜັດ​ສັງ​ລ​ວມ​ຂອງ​ອາ​ຊຽນ ຊຸກ​ຍູ້​ການ​ຮ່ວມ​ມື​ເປັນຫຼາຍ​ຮູບ​ແບບ, ສ້າງ​ໂຄງ​ປະ​ກອບ ພາກ​ພື້ນ​ໂດຍ​ອີງ​ໃສ່​ກົດ​ໝາຍ, ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ ແລະ ໄພ​ພິ​ບັດ, ດູ​ແລ​ສຸ​ຂະ​ພາບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ສົ່ງ​ເສີມ​ບົດ​ບາ ແລະ ເຂົ້າ​ຮ່ວມ, ປະ​ກອບ​ສ່ວນ​ຂອງ​ຊາວ​ໜຸ່ມ​ໃຫ້​ແກ່​ວັດ​ທະ​ນາ​ຖາ​ວັນ ແລະ ສັນ​ຕິ​ພາບ​ລວມ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ຂອງ​ບັນ​ດາ​ປະ​ເທດ​ທີ່​ສະ​ຫງວຽນ​ໃຫ້​ຫວຽດ​ນາມ, ເພື່ອ​ສຳ​ເລັດ​ໜ​້າ​ທີ່​ປະ​ທານ​ອາ​ຊຽນ 2020, ທ່ານ​ກໍ່​ຢັ້ງ​ຢືນ​ຈະ​ສະ​ໜັບ​ສະ​ໜູນ ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ບ​ຣູ​ໄນ ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ບຸ​ລິ​ມະ​ສິດ​ທີ່​ໄດ້​ວາງ​ອອກ​ໃນ​ປີ ອາ​ຊຽນ 2021.

ໃນ​ສະ​ພາບ​ການ​ໂລ​ກ ແລະ ພາກ​ພື້ນ​ສືບ​ຕໍ່​ປະ​ເສີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເນັ້ນ​ໜັກ​ວ່າ ອາ​ຊຽນ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ບັນ​ດາ​ຜົງານ, ຂໍ້​ລິ​ເລີ່ມ, ຂໍ້​ຕົກ​ລົງ​ໃນ​ປີ 2020 ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ສິ້ນ​ສຸດກອງ​ປະ​ຊຸມ, ບ​ຣູ​ໄນ​ປ​ະທາ​ນ​ອາ​ຊຽນ 2021 ໄດ້​ຕາງ​ໜ້າ​ອາ​ຊຽນ​ອອກ​ຖະ​ແຫຼງ​ການ​ສື່ມວນ​ຊົນ ຫວ​ນ​ຄືນ​ຈຸດຫຼັກ​ແຫຼ່ງ​ທີ່​ໄດ້​ແລກ​ປ່ຽນ​ທີ່ກອງ​ປະ​ຊຸມ.

ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ຟ າມ ບ ງ ມ ງ ເຂ າ ຮ ວມກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ອາ ຊຽນ ຫວຽດ​ນາມ ແລະ ບ​ຣູ​ໄນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ຄວາມ​ສະ​ໜິດ​ຕິດ​ພັນ​ພາຍ​ໃນ​ກຸ່ມ​ອາ​ຊຽນ

ຍ​ສ​ໝ - ທີ່​ການ​ໂອ້​ລົ​ມ​ທາງ​ໂທ​ລະ​ສັບ, ທ່ານ​ລັດ​ຖະ​ມົນ​ຕີ Dato Erywan Pehin Yusof ໄດ້​ສະ​ແດງ​ຄວາມອວຍ​ພອນ​ຫວຽດ​ນາມ​ທີ່​ໄດ້​ປະ​ຕິ​ບັດ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ​ປີ 2020 ຢ່າງ​ສຳ​ເລັດ, ພິ​ເສດ​ແມ່ນ​ໄດ້​ນຳ​ພາ​ອາ​ຊຽນ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຄວາມ​ຫຍຸ້ງ​ຍາກ ທີ່​ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ຟ າມ ບ ງ ມ ງ ເຂ າ ຮ ວມກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ອາ ຊຽນ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ອາ​ຊຽນ ກະ​ກ​ຽມ​ໃຫ້​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ອາ​ຊຽນ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫງວຽນ​ກ໊ວກ​ຢຸງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດ​າ​ປະ​ເທດ​ອາ​ຊຽນ​ຕໍ່ຫວຽດ​ນາມ ​ໃນ​ປີ 2020

ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ຟ າມ ບ ງ ມ ງ ເຂ າ ຮ ວມກອງ ປະ ຊ ມ ວ ງ ແຄບ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ອາ ຊຽນ ອາ​ຊຽນ​ນຳ​ມາ​ເຊິ່ງ​ບົດ​ຮຽ​ນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ໜິດ​ຕິດ​ພັນ​ຢູ່​ອາ​ຊີ​ໃຕ້

ຍ​ສ​ໝ - ທ່ານ ຮ່​ວາງວັນ​ເລິຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມຖື​ວ່າ ອາ​ຊຽນ​ໃນ​ຖາ​ນະ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ ໄດ້​ມີ​ການ​ປະ​ກອບ​ສ່ວນ​ໃນ​ການ​ນຳ​ພາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມຸ່ງ​ໄປ​ສູ່​ຄວາມ​ກ້າວ​ໜ້າ ແລະ ວັດ​ທະ​ນາ​ຖາ​ວອນ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ການ​ສ້າງ​ການ​ພົວ​ພັນ​ເພື່ອ​ສັນ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.