ອາ​ຟຼິກ​ກາ ມີ​ຄວາ​ມ​ຫວັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ສະ​ໜິດ​ສະ​ໜົມຂອງ ຫວຽດ​ນາມ

17:36 | 04/02/2021

ຍ​ສ​ໝ - ອາ​ຟຼິກ​ກາ ມີ​ຄວາມ​ຫວັງ​ຢາກ​ປະ​ກອບ​ສ່ວນ​ເຫື່ອ​ແຮງ, ຄວາມ​ດູ​ໝັ່​ນ ແລະ ຄວາມ​ຕັ້ງໜ້າ​ຂອງ​ຕົນ​ເພື່ອ​ສ້າງ​ການ​ພົວ​ພັນ​​​ກັບ ຫວຽດ​ນາມ ໃຫ້ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ໝັ້ນ​ຄົງ​ກ່​ວາ​ອີກ, ນັ້ນ​ແມ່ນ​ສານ​ຂອງ​ທ່ານ Mpetjane Kgaogelo Lekgoro ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຟິກ​ກາ ປະ​ຈຳ​ຫວຽດ​ນາມ.

ອາ ຟ ກ ກາ ມ ຄວາ ມ ຫວ ງ ກາຍ ເປ ນ ຄ ຮ ວມ ມ ສະ ໜ ດ ສະ ໜ ມຂອງ ຫວຽດ ນາມ ຫວຽດ​ນາມ ແລະ ຢູ​ແກຼນ ຊຸກ​ຍູ້​ການ​ຮ່ວມ​ມື​ເຕີບ​ໂຕ​ທາງ​ການ​ຄ້າ
ອາ ຟ ກ ກາ ມ ຄວາ ມ ຫວ ງ ກາຍ ເປ ນ ຄ ຮ ວມ ມ ສະ ໜ ດ ສະ ໜ ມຂອງ ຫວຽດ ນາມ ສານອວຍ​ພອນ​ວັນ​ຊາດ ອົດ​ສະ​ຕາ​ລີ
ອາ ຟ ກ ກາ ມ ຄວາ ມ ຫວ ງ ກາຍ ເປ ນ ຄ ຮ ວມ ມ ສະ ໜ ດ ສະ ໜ ມຂອງ ຫວຽດ ນາມ
ທ່ານ Mpetjane Kgaogelo Lekgoro ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຟິກ​ກາ ປະ​ຈຳ​ຫວຽດ​ນາມ

ໄລ​ຍະ​ຜ່ານ​ມາ​ຫວຽດ​ນາມ​ຍາດ​ໄດ້​ຄວາມ​ເຄົາ​ລົບ​ນັບ​ຖື​ຈາກ​ໂລກ​ດ້ວຍ​ວິ​ທີ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ ແລະ ເຖິງວ່າ ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດ​ກໍ່​ຕາມ​ແຕ່ ຫວຽດ​ນາມ​ຍັງ​ຮັກ​ສາ​ໄດ້​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ກະ​ໂດດ​ຂັ້ນ.

ໃນ​ບັນ​ດາ​ສະ​ພາບ​ການ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍນີ້, ຫວຽດ​ນາມ ໄດ້​ສຳ​ເລັດ​ປີ​ທຳ​ອິດ​ໃນ​ອາ​ຍຸ​ການ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແລະ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄ່າ​ເຂົ້າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ໂລກ.

ໃນ​ຖາ​ນະ​ເປັນ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປີ 2020 ຫວຽດ​ນາມ​ໄດ້​ປະ​ຕິ​ສັດ​ສຳ​ເລັດ​ໜ້າ​ທີ່​ສຳ​ຄັນ​ຂອງ​ຕົນ​ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ໄດ້ຮັບ​ຄວາມຍ້ອງ​ຍໍຈາກ​ພາກ​ພື້ນ.

ອາ​ຟຼິກ​ກາ ຮູ້​ວ່າ​ເປັນ​ກຽດ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ສັນ​ຍາ​ເປັນ​ມິດ ແລະ ຮ່ວມ​ມື​ອາ​ຊຽນ ຢູ່​ພີ​ທີ​ໂດຍ​ຫວຽດ​ນາມ​ເປັນ​ປະ​ທານ, ໃນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ໃນ​ວັນ​ທີ 10 ພະ​ຈິກ 2020.

ຍ້ອນ​ແນວ​ນັ້ນ, ໃນ​ປີ 2020 ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ ບັນ​ລຸ​ໄດ້​ຜົນ​ງານ​ທີ່​ພົ້ນ​ເດັ່ນ, ສ່ອງ​ແສງ​ໃຫ້​ເຫັນ​ຄຸນ​ນະ​ພາບ, ລະ​ບຽບ​ວິ​ໄນ​ແຫ່ງ​ຊາດ ແລະ ທຸກ​ສັນ​ຍາ​ນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ​ມັນ​ຈະ​ນັບ​ມື້​ນັບ​ແຂງ​ແຮງ​ກ່​ວາ​ອີກ​ໃນ​ປີ ໃໝ່.

ໃນ​ຈຸດ​ເວ​ລານີ້, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ຈາກ​ນັ້ນ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງ​ໝັ້ນ​ແກ່ນ ແລະ ກຳ​ນົດ​ທິດ​ຢ່າງ​ຈະ​ແຈ້ງ​ເພື່ອ​ໃຫ້​ຫວຽດ​ນາມ​ສືບ​ຕໍ່​ເດີ​ນ​ບົນ​ເສັ້​ນ​ທາງ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ດ້ວຍ​ລາຍ​ຮັບ​ລະ​ດັບ​ສູງ ໃນ​ຈຸດ​ເວ​ລາ ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງ​ການ​ສະ​ຖາ​ປະ​ນາ​ປະ​ເທດ​ຊາດ​ຈະ​ມາ​ເຖິງ.

ອາ​ຟຼິກ​ກາມີ​ຄວາມ​ປາດ​ຖະ​ໜາ​ຢາ​ກກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສະ​ໜິດ​ສະ​ໜົມ ແລະ ຈິງ​ໃຈ​ກັບ​ຫວຽດ​ນາມ ບົນ​ເສັ້ນ​ທາງ​ນັ້ນ ແລະ ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ໄດ້​ປະ​ກອບ​ສ່ວນ​ເຫື່ອ​ແຮງ, ຄວາມ​ດຸ​ໝັ້ນ ແລະ ຕັ້ງ​ໜ້າ​ຂອງ​ຕົນ​ເພື່ອ​ສ້າງ​ການ​ພົວ​ພັນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ໝັ້ນ​ຄົງ​ກ່​ວາອີກ​ໃຫ້​ແກ່​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດນີ້, ພວກ​ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ສ່ວນ​ບຸກ​ຄົນ ແລະ ບັນ​ດາ​ການ​ນຳ, ປະ​ຊາ​ຊົນ​ຫວຽດ​ນາມ​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ປະ​ສົບ​ຜົນ​ງານ​ທີ່​ໃຫຍ່ຫຼວງ​ກ່​ວາ​ອີກ.

ອາ ຟ ກ ກາ ມ ຄວາ ມ ຫວ ງ ກາຍ ເປ ນ ຄ ຮ ວມ ມ ສະ ໜ ດ ສະ ໜ ມຂອງ ຫວຽດ ນາມ ຫວຽດ​ນາມ ແລະ ຢູ​ແກຼນ ຊຸກ​ຍູ້​ການ​ຮ່ວມ​ມື​ເຕີບ​ໂຕ​ທາງ​ການ​ຄ້າ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ດັ້ງ​ຮ່​ວາງ​ອານ ຮອງ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຢູ​ແກຼນ, ພິ​ເສດ​ນັບ​ແຕ່​ເວ​ລາ 2 ປະ​ເທດ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ປີ 1992 ໄດ້​ພັດ​ທະ​ນາ​ຢ່າງ​ສຸດ​ຂີດ​ໃນ​ບັນ​ດາ​ຂົງ​ເຂດ​ທັງ​ໝົດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວິ​ກິດ​ການ​ສ້າງ ແລະ ພັດ​ທະ​ນາ​ຢູ່​ແຕ່​ລະ​ປະ​ເທດ.

ອາ ຟ ກ ກາ ມ ຄວາ ມ ຫວ ງ ກາຍ ເປ ນ ຄ ຮ ວມ ມ ສະ ໜ ດ ສະ ໜ ມຂອງ ຫວຽດ ນາມ ຫວຽດ​ນາມ - ກາ​ນາ​ດາ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫຍ່​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ທາງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ

ຍ​ສ​ໝ - ຫວຽດ​ນາມ ແລະ ກາ​ນາ​ດາ​ໄດ້​ກໍ່​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ, ໃນ​ສະ​ພາບ​ການ​ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ແມ່ນ​ສະ​ມາ​ຊິກ​ຂອງ ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP).

ອາ ຟ ກ ກາ ມ ຄວາ ມ ຫວ ງ ກາຍ ເປ ນ ຄ ຮ ວມ ມ ສະ ໜ ດ ສະ ໜ ມຂອງ ຫວຽດ ນາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ

ຍ​ສ​ໝ - ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ​ທາງ​ອອນ​ລາຍ​ໄດ້​ປຶກ​ສາ​ຫາ​ລື​ກຳ​ນົດ​ທິດ, ບຸ​ລິ​ມະ​ສິດ​ທົ່ວ​ປີ​ຂອງ​ອາ​ຊຽນ ແລະ ແລ​ກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.