ຈັດສົ່ງພົນລະເມືອງ ຫວຽດນາມຈາກການາດາ ກັບຄືນປະເທດ | |
ລັດຖະບານ ການາດາ ໄດ້ມອບ ອຸປະກອນການແພດ ທີ່ມີມູນຄ່າ ກ່ວາ 830.000 ໂດລາການາດາໃຫ້ກະຊວງສາທາລະນະສຸກ ຫວຽດນາມ |
![]() |
ກອງປະຊຸມສຳທະນາທາງອອນລາຍ ກ່ຽວກັບການ “ພັດທະນາການພົວພັນຄູ່ຮ່ວມມືດຳເນີນທຸລະກິດ ຫວຽດນາມ - ການາດາ” (ພາບ: TTXVN) |
ຫວ່າງແລ້ວນີ້, ມີຜູ້ແທນເກືອບ 200 ທ່ານໄດ້ເຂົ້າຮ່ວມກອງປະຊຸມສຳທະນາທາງອອນລາຍ ກ່ຽວກັບການ “ພັດທະນາການພົວພັນຄູ່ຮ່ວມມືດຳເນີນທຸລະກິດ ຫວຽດນາມ - ການາດາ” ໂດຍສະຖານທູດ ຫວຽດນາມປະຈຳ ການາດາ, ອຳນາດການປົກຄອງ ແລະ ສະພາດຳເນີນທຸລະກິດ ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະຈຳການາດາຮ່ວມຈັດຕັ້ງ.
ພາກພື້ນອາຊີຕາວັນອອກສ່ຽງໃຕ້ ພວມສ້າງກາລະໂອກາດໃຫຍ່ຫຼວງ ໃຫ້ແກ່ບັນດາວິສາຫະກິດ ການາດາຢາກບືນຕົວຂຶ້ນອອກຈາກປະເທດ. ໃນຂະນະນັ້ນ, ຫວຽດນາມແມ່ນດວງດາວພວມພົ້ນເດັ່ນຂຶ້ນ ຢູ່ອາຊີຕາເວັນອອກ, ໂດຍເປັນປະທານປະສົມຜົນສຳເລັດໃນຖານະເປັນປະທານອາຊຽນ 2020 ແລະ ແມ່ນໜຶ່ງໃນບັນດາປະເທດມີອັດຕາເຕີບໂຕ GDP ແຖວໜ້າໂລກ.
ຄຽງຄູ່ກັນນັ້ນ, ຫວຽດນາມ ແລະ ການາດາໄດ້ກໍ່ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຄູ່ຮ່ວມມືເສດຖະກິດ, ໃນສະພາບການທັງສອງປະເທດລ້ວນແຕ່ແມ່ນສະມາຊິກຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
ທ່ານ ຟ້າມກາວຟອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ໄດ້ໃຫ້ຂໍ້ສັງເກດວ່າ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19, ການພົວພັນລະຫວ່າງ ຫວຽດນາມ - ການາດາໃນຊຸມປີຜ່ານມາ ຍັງສືບຕໍ່ພັດທະນາ ແມ່ນພະຍານຫຼັກຖານໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງໝັ້ນຄົງລະຫວ່າງ ສອງປະເທດ.
ຫວຽດນາມ ແລະ ການາດາພິຈາລະນາການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ, ບົນເນື້ອໃນຈິດໃຈກໍ່ສ້າງ ແລະ ເຄົາລົບເຊິ່ງກັນແລະກັນ, ຖືການຄ້າ ແລະ ການລົງທຶນສອງສົ້ນແມ່ນກຳລັງໜູນສຳຄັນ ໃນການພົວພັນລະຫວ່າງສອງປະເທດ.
ເຖິງວ່າຫວຽດນາມ ແລະ ການາດາມີຫ່າງຈາກກັນ ແຕ່ທັງສອງປະເທດລ້ວນແຕ່ມານະພະຍາຍາມຊຸກຍູ້ການພົວພັນສອງຝ່າຍ ດ້ວຍການທູດຂັ້ນສູງ, ການພົວພັນຂັ້ນປະຊາຊົນ ແລະ ການຮ່ວມມືຮອບດ້ານໃນບັນດາເວທີປາໄສສາກົນ, ສ້າງເງື່ອນໄຂໃຫ້ແກ່ການພົວພັນ ເສດຖະກິດ ການຄ້າ ໃຫ້ນັບມື້ນັບພັດທະນາ.
ທ່ານ John F.G Hannaford ຮອງລັດຖະມົນຕີຜູ້ຮັບຜິດຊອບທາງການຄ້າສາກົນ ການາດາໄດ້ສະແດງຄວາມເຄົາລົບເມື່ອຫວຍດນາມຮັບມືກັບກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຢັ້ງຢືນໄດ້ບົດບາດສຳຄັນທີ່ສຸດໃນການຮ່ວມມືສາກົນ ໃນໂລກລະບາດ.
ຕາມທ່ານ John F.G Hannaford ແລ້ວ, ເລື່ອງຫວຽດນາມຮັກສາໄດ້ຕ່ອງໂສ້ສະໜອງເປີດຕໍ່ສິນຄ້າ ແລະ ການບໍລິການທີ່ຈຳເປັນ ໄດ້ໜູນຊ່ວຍກະແສການຄ້າ ບໍ່ຖືກຕັດຂາດລະຫວ່າງ ອາຊີຕາເວັນອອກສ່ຽງໃຕ້ ກັບການາດາ.
ການາດາໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການພົວພັນດ້ານການຄ້າ ກັບ ຫວຽດນາມ ບົນພື້ນຖານອັນໝັ້ນແກ່ນ ເຊິ່ງໄດ້ທັງສອງຝ່າຍສ້າງຕັ້ງຂຶ້ນ. ບັນດາສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ ຕະຫຼາດຫວຽດນາມ ພວມນັບມື້ນນັບດຶງດູດຄວາມສົນໃຈຂອງບັນດານັກຜະລິດ ແລະ ນັກລົງທຶນ ການາດາ.
![]() | ຈັດສົ່ງພົນລະເມືອງ ຫວຽດນາມຈາກການາດາ ກັບຄືນປະເທດ ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເວິນໂດນ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ. |
![]() | ລັດຖະບານ ການາດາ ໄດ້ມອບ ອຸປະກອນການແພດ ທີ່ມີມູນຄ່າ ກ່ວາ 830.000 ໂດລາການາດາໃຫ້ກະຊວງສາທາລະນະສຸກ ຫວຽດນາມ ຍສໝ - ທ່ານນາງເອກອັກຄະລັດຖະທູດ ການາດາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມທ່ານນາງເອກອັກຄະລັດຖະທູດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມ. |
![]() | ປະຊາຄົມຊາວຫວຽດນາມອາໄສຢູ່ ອົດສະຕາລີ, ການາດາ ໄດ້ສະໜັບສະໜູນ ປະຊາຊົນຢູ່ເຂດພາກກາງທີ່ຖືກນ້ຳຖ້ວມຂອງຫວຽດນາມ ຍສໝ - ຢູ່ການາດາ, ໃນວັນທີ 20 ຕຸລາ, ສະຖານທູດ ຫວຽດນາມໄດ້ປຸກລະດົມຂະບວນການຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ ແລະ ບໍລິຈາກໃຫ້ແກ່ພໍ່ແມ່ປະຊາຊົນເຂດພາກກາງ. |
ບຸນຄົງ