ສານອວຍ​ພອນ​ວັນ​ຊາດ ອົດ​ສະ​ຕາ​ລີ

08:35 | 28/01/2021

ຍ​ສ​ໝ - ໃນ​ສານອວຍ​ພອນ, ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ໄດ້​ຢັ້ງ​ຢືນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ອົດ​ສະ​ຕາ​ລີ​ພັດ​ທະ​ນາ​ນັບ​ມື້​ນັບ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ
ການ​ພົວ​ພັນ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ - ຫວຽດ​ນາມ​ພວມ​ຢູ່​ຈຸດ​ເວ​ລາ​ສຳ​ຄັນ​ທີ່​ສຸດ
ສານອວຍ​ພອນ​ວັນ​ຊາດ ອົດ​ສະ​ຕາ​ລີ
ພາບ​ປະ​ກອບ

ເນື່ອງ​ໃນ​ໂອ​ກາ​ດ​ສະ​ເຫຼີມ​ສະຫຼອງ 233 ປີ​ແຫ່ງວັນ​ຊາດ​ອົດ​ສະ​ຕາ​ລີ (26 ມັງ​ກອນ 1788 – 26 ມັງ​ກອນ 2021) ວັນ​ທີ 26 ມັງ​ກອນ, ທ່ານ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝຸ​ຈ້ອງ​ ໄດ້​ສົ່ງ​ສານອວຍ​ພອນ​ໄປ​ຍັງ​ທ່ານ David Hurley ຜູ້ມີອຳນາດເຕັມແຫ່ງອົດສະຕາລີ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ສົ່ງ​ສານອວຍ​ພອນ​ໄປ​ຍັງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Scott Morrison, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ສົ່ງ​ສານ​ອວຍ​ພອນ​ໄປ​ຍັງ​ປະ​ທານ​ສະ​ພາ​ສູງ Scott Ryan ແລະ ທ່ານ ປະ​ທາ​ນ​ສະ​ພາ​ຕ່ຳ Tony Smith.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຟ້າມ​ບິ່ງ​ມິງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ສົ່ງ​ສານອວຍ​ພອນ​ໄປ​ຍັງ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ Marise Payne.

ໃນ​ສານອວຍ​ພອນ, ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ​້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ສຳ​ຄັນ ຂອງ​ອົດ​ສະ​ຕາ​ລີ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ຄວາມ​ໝັ້ນ​ຄົງ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ...ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຟື້ນ​ຟູ​ຢ່າງ​ແຮງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ, ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ ອົດ​ສະ​ຕາ​ລີ ຕໍ່​ພາກ​ພື້ນ ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ໄຊ​ຟິກ ແລະ ໃນ​ໂລກ ແລະ ​ໄດ້​ຢັ້ງ​ຢືນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ອົດ​ສະ​ຕາ​ລີ​ພັດ​ທະ​ນາ​ນັບ​ມື້​ນັບ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Scott Morrison ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ບັນ​ດາ​ຜົນ​ງານ​ທີ່​ບຸກ​ທະ​ລຸ​ຂອງ ຫວຽດ​ນາມ ໃນ​ປີ 2021, ກ​າຍ​ເປັນ​ແບບ​ຢ່າງ​ປະ​ສົບ​ຜົ​ນ​ສຳ​ເລັດ​ທີ່​ຫາ​ຍາກ​ໃນ​ໂລກ ກ່ຽວ​ກັບ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຍັງ​ຮັກ​ສາ​ໄດ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລ​ກ​ຖືກ​ຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ທົດ​ສະ​ວັດ.

ການ​ພົວ​ພັນ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ - ຫວຽດ​ນາມ​ພວມ​ຢູ່​ຈຸດ​ເວ​ລາ​ສຳ​ຄັນ​ທີ່​ສຸດ

ຍ​ສ​ໝ - ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ສົມ​ບູນ​ແບບ​ຂອງ ອົດ​ສະ​ຕາ​ລີ, ທ່ານ Kyle Springer ໃຫ້​ຮູ້​ວ່າ ແຕ່​ດົນ​ນານ​ມາ​ແລ້ວ, ຫວຽດ​ນາມໄດ້​ຮັບ​ຮູ້​ວ່າ ອົດ​ສະ​ຕາ​ລີ​ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ ແລະ ຍຸດ​ທະ​ສາດ​ສຳ​ຄັ​ນ

ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ

ຍ​ສ​ໝ - ທີ່ການເຈລະຈາ, 2 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກວ່າອີກ. 2 ຝ່າຍກໍ່ປາດຖະໜາຢາກເປີດກວ້າງບາງເນື້ອໃນການຮ່ວມມືໃໝ່ ເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີຄວາມສາມາດຄື: ເສນາຮັກ, ຄວາມໝັ້ນຄົງທາງດ້ານເຄືອຂ່າຍອີນເຕີແນັດ, ການຊອກຫາ-ກູ້ໄພກູ້ຊີບ, ອຸດສາຫະກຳປ້ອງກັນຊາດ…

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.