ສານອວຍ​ພອນ​ຂ​ອງ ພັກ ສາ​ກົນ ສົ່ງ​ເຖິງກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ ພັກ ກອມ​ມູ​ນິດ ຫວຽດ​ນາມ

10:57 | 31/01/2021

ໃນຊຸມວັນຜ່ານມາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ສືບຕໍ່ໄດ້ຮັບສານອວຍພອນຕ່າງໆ ຂອງບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ ຈາກບັນດາທະວີບໃນໂລກ.

ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ
ຫວຽດນາມ ຈະສືບຕໍ່ຍົກສູງອິດທິພົນຊື່ສຽງໃນແຜນທີ່ການເມືອງໂລກ ຫວຽດນາມ ຈະສືບຕໍ່ຍົກສູງອິດທິພົນຊື່ສຽງໃນແຜນທີ່ການເມືອງໂລກ
ສານອວຍ​ພອນ​ຂ​ອງ ພັກ ສາ​ກົນ ສົ່ງ​ເຖິງກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ ພັກ ກອມ​ມູ​ນິດ ຫວຽດ​ນາມ
ການປະດັບປະດາຖະໜົນຫົນທາງຕ່າງໆຢູ່ນະຄອນຫຼວງ ໃນໂອກາດດຳເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກ (ພາບປະກອບ: TTXVN)

ໃນສານອວຍພອນຂອງພັກ ປະເທດ ລັດເຊຍ ເອກະພາບ ມີຕອນຂຽນວ່າ: “ກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ ກອມມູນິດ ຫວຽດນາມ ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນໃນພາລະກິດກໍ່ສ້າງພັກ ແລະ ລັດເທົ່ານັ້ນ ຫາກຍັງເປັນການສ້າງຕັ້ງພື້ນຖານເພື່ອພັດທະນາເສດຖະກິດຂອງຊາດ, ປັບປຸງສະຖຽນລະພາບດ້ານການເມືອງ ແລະ ເປີດກວ້າງການພົວພັນກັບສາກົນ ເພື່ອຄວາມຜາສຸກ ແລະ ວັດທະນາຖາວອນຂອງປະຊາຊົນ ຫວຽດນາມ ອີກດ້ວຍ.

ໃນສານອວຍພອນຂອງ ພັກປະຊາທິປະໄຕຕໍ່ສູ້ຂອງ ອິນໂດເນເຊຍ ໄດ້ເນັ້ນໜັກວ່າ: ພວກຂ້າພະເຈົ້າມີຄວາມເຂົ້າໃຈຢ່າງຈະແຈ້ງຕໍ່ຍຸດທະສາດ ແລະ ຄວາມສຳຄັນຂອງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ ກອມມູນິດ ຫວຽດນາມ ແລະ ການພັດທະນາຂອງປະເທດ ຫວຽດນາມ ທັນສະໄໝ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຈະປະສົບຜົນສຳເລັດ ນຳມາເຊິ່ງບັນດາໝາກຜົນຕັ້ງໜ້າ, ນັ້ນແມ່ນພື້ນຖານໝັ້ນແກ່ນ ແກ່ການພັດທະນາຂອງ ຫວຽດນາມ ມຸ່ງໄປເຖິງຂີດໝາຍປະຫວັດສາດໃໝ່.

ສ່ວນໃນສານອວຍພອນຂອງພັກ ເຄື່ອນໄຫວເພື່ອປະຊາຊົນ ສິງກະໂປ ມີຕອນຂຽນວ່າ: ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ນັບມື້ນັບບັນລຸຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າ ມາໃຫ້ປະຊາຊົນ.

ສະຫະພັນແຫ່ງຊາດເພື່ອປະຊາທິປະໄຕ ມຽນມາ ໄດ້ສົ່ງສານອວຍພອນມາຍັງກອງປະຊຸມ ໂດຍເນັ້ນໜັກວ່າ ພວກຂ້າພະເຈົ້າຂໍອວຍພອນພັກກອມມູນິດ ຫວຽດນາມ ດ້ວຍຄວາມຕັດສິນໃຈສູງທີ່ສຸດ ແລະ ຜົນງານອັນຍິ່ງໃຫຍ່ທີ່ບັນລຸໄດ້ໃນຕະຫຼອດ 90 ປີ ແຫ່ງການຕໍ່ສູ້ ແລະ ເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນ ຫວຽດນາມ.

ພັກສັງຄົມນິຍົມເອກະພາບ ເວເນຊູເອລາ ໄດ້ສົ່ງສານເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ໂດຍມີຕອນຂຽນວ່າ: ພວກຂ້າພະເຈົ້າຕີລາຄາສູງ ເລື່ອງເຂົ້າຮ່ວມຂອງປະຊາຊົນ ຫວຽດນາມ ນັບລ້ານໆຄົນ ເຂົ້າໃນການປຶກສາຫາລື, ປະກອບຄຳເຫັນໃສ່ບັນດາຮ່າງເອກະສານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ເປັນການສະແດງສິດເປັນເຈົ້າຂອງປະຊາຊົນ ຫວຽດນາມ ຢ່າງແຮງ ແລະ ຈະແຈ້ງ.

ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ

ກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.

ສື່ມວນຊົນສາກົນຕີລາຄາສູງຕໍ່ບັນດາກາລະໂອກາດທາງດ້ານເສດຖະກິດຂອງຫວຽດນາມ ສື່ມວນຊົນສາກົນຕີລາຄາສູງຕໍ່ບັນດາກາລະໂອກາດທາງດ້ານເສດຖະກິດຂອງຫວຽດນາມ

ບັນດາການນຳຫວຽດນາມ ພວມສຸມໃສ່ດຶງດູດເງິນລົງທຶນຈາກຕ່າງປະເທດໃຫ້ຫຼາຍກວ່າ, ໃນສະພາບທີ່ປະເທດນີ້ໄດ້ກາຍເປັນ “ຕ່ອງໂສ້ທີ່ຈຳເປັນ” ໃນລະບົບສະໜອງທົ່ວໂລກ.

ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຈຳ​ນວນ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ແມ່ນ 200 ສະ​ຫາຍ ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຈຳ​ນວນ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ແມ່ນ 200 ສະ​ຫາຍ

ກອງປະຊຸມໃຫ່ຍ ໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາຈຳນວນ ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 13 ແມ່ນ 200 ສະຫາຍ, ໃນນັ້ນ ມີ 180 ສະຫາຍແມ່ນກຳມະການສູນກາງພັກເປັນທາງການ ແລະ 20 ສະຫາຍ ແມ່ນກຳມະການສູນກາງພັກສຳຮອງ.

vovworld.vn

ເຫດການ
302 Found

Found

The document has moved here.