ການ​ນຳ​ບັນດາ​ປະ​ເທດ​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ​ວັນ​ຊາດ ຫວຽດນາມ ຄົບຮອບ 78 ປີ.

10:17 | 03/09/2023

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (02 ກັນຍາ1945 – 02 ກັນຍາ 2023), ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ການນຳຂອງຫຼາຍປະເທດໄດ້ສົ່ງສານອວຍພອນເຖິງ ການນຳພັກ ແລະ ລັດ ຫວຽດນາມ.

​ໃນ 8 ​ເດືອນ​ຕົ້ນ​ປີ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ໄດ້ລົງທຶນ​ຢູ່​ຕ່າງປະ​ເທດ​ເກືອບ 416,34 ລ້ານ USD ​ໃນ 8 ​ເດືອນ​ຕົ້ນ​ປີ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ໄດ້ລົງທຶນ​ຢູ່​ຕ່າງປະ​ເທດ​ເກືອບ 416,34 ລ້ານ USD
ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ຂະ​ແໜງ​ການ​ສຶກສາ ​ເນື່ອງ​ໃນ​ໂອກາດ​ເປີດ​ສົກຮຽນ​ໃໝ່ ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ຂະ​ແໜງ​ການ​ສຶກສາ ​ເນື່ອງ​ໃນ​ໂອກາດ​ເປີດ​ສົກຮຽນ​ໃໝ່
ການ​ນຳ​ບັນດາ​ປະ​ເທດ​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ​ວັນ​ຊາດ ຫວຽດນາມ ຄົບຮອບ 78 ປີ.
(ພາບປະກອບ: TTXVN)

ໃນສານອວຍພອນທີ່ສົ່ງເຖິງທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເນັ້ນໜັກວ່າ, ສະຫະປະຊາຊາດ ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນບັນດາຄວາມມານະພະຍາຍາມຮ່ວມໃນການແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ.

ໃນສານອວຍພອນຂອງບັນດາການນຳ ໄທ ໄດ້ຕີລາຄາສູງການພົວພັນ ຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນໄລຍະ 10 ປີຜ່ານມາ ແລະ ຢືນຢັນວ່າ ຈະສືບຕໍ່ຮ່ວມມືໃນທຸກຂົງເຂດສຳຄັນກັບ ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ.

ໃນສານອວຍພອນສົ່ງເຖິງທ່ານປະທານປະເທດ ຫວໍວັນເຖືອງ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເຊື່ອໝັ້ນວ່າ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ຈະສືບຕໍ່ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ທັງສອງປະເທດໃນໄລຍະຈະມາເຖິງ.

ເນື່ອງໃນໂອກາດນີ້, ເຈົ້າຊີວິດ ອັງກິດ Charles III, ປະທານາທິບໍດີສະຫະພັນ ເຢຍລະມັນ Frank-Walter Steinmeier, ປະທານາທິບໍດີ ສ.ອີຕາລີ Sergio Mattarella, ປະທານາທິບໍດີ ສ.ຝະລັ່ງ Emmanuel Macron... ກໍ່ໄດ້ສົ່ງຈົດໝາຍອວຍພອນ, ສານອວຍພອນເຖິງທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ເຊັ່ນດຽວກັນ.

ດີງເລື້ອງ

302 Found

Found

The document has moved here.