ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ

10:44 | 31/01/2021

ວັນທີ 29 ມັງກອນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ເຮັດວຽກຕາມຄະນະກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIII.

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ສົ່ງສານອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ໃນຕອນເຊົ້າ, ບັນດາຜູ້ແທນໄດ້ຄົ້ນຄວ້າເອກະສານ ແລະ ປຶກສາຫາລືກ່ຽວກັບບຸກຄະລາກອນ ຄາດວ່າຈະໄດ້ຮັບການແນະນຳເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກຊຸດທີ XIII.

ໃນຕອນບ່າຍ, ຄະນະປະທານໄດ້ປະກາດສັງລວມບັນຊີລາຍຊື່ຜູ້ສະໝັກ, ຜູ້ໄດ້ຮັບການສະເໜີ (ເພີ່ມເຕີມ) ເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກ ໃຫ້ບັນດາຄະນະ.

ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ
ພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ. (ພາບ: TTXVN)

ເມື່ອແລກປ່ຽນກັບສື່ມວນຊົນ, ຜູ້ແທນຫລາຍທ່ານໄດ້ຕີລາຄາວ່າ ຂໍ້ມູນຂ່າວກ່ຽວກັບບຸກຄະລາກອນ ເຊິ່ງໄດ້ສະໜອງຢ່າງຄົບຖ້ວນ, ມີຄວາມຮັບຜິດຊອບ. ນີ້ຈະແມ່ນພື້ນຖານ ເພື່ອໃຫ້ຜູ້ແທນແຕ່ລະຄົນຍົກອອກການເລືອກເຟັ້ນຂອງຕົນ ເພື່ອເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດໃໝ່, ຮັບປະກັນມາດຕະຖານ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານ ຫຼືງອັກບີ່ງ, ຄະນະຜູ້ແທນແຂວງ ກ໋ວາງຫງາຍ ໃຫ້ຮູ້ວ່າ: “ຄະນະບໍລິການງານສູນກາງພັກ ໄດ້ກະກຽມວຽກງານບຸກຄະລາກອນຢ່າງລອບຄອບຖີ່ຖ້ວນ, ມີແບບມີແຜນວິທະຍາ. ຂໍ້ມູນຂ່າວກ່ຽວກັບບຸກຄະລາກອນໄດ້ສະໜອງໃຫ້ຜູ້ແທນຢ່າງຄົບຖ້ວນ ເພື່ອໃຫ້ຜູ້ແທນຮັບຂໍ້ມູນ, ຕີລາຄາ ແລະ ເລືອກຕັ້ງຜູ້ທີ່ດີເດັ່ນທີ່ສຸດ ເພື່ອນຳພາປະເທດຊາດໃນໄລຍະໃໝ່.

ທ່ານ ລໍມິງຮຸ່ງ, ຄະນະຜູ້ແທນແຂວງ ເຊີນລາ ໃຫ້ຮູ້ວ່າ: “ບັນຊີລາຍຊື່ຜູ້ທີ່ໄດ້ຮັບການສະເໜີເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກຊຸດນີ້ ຂ້າພະເຈົ້າເຫັນວ່າ ລ້ວນແຕ່ແມ່ນຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ມີປະສົບການເພື່ອສາມາດຮັບບົດບາດເປັນຢ່າງດີ.

ກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມຄັ້ງທີ 13: ເຄົາລົບແລະເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ

ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍ່ຕ້ອງຊາບຊຶມທັດສະນະຢ່າງເລິກເຊິ່ງທີ່ວ່າ ຖື “ປະຊາຊົນເປັນກົກ”; ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ.

ເອກອັກຄະລັດຖະທູດຕ່າງປະເທດເຂົ້າ​ຢືນ​ສານ​ຕາ​ຕັ້ງ​ເຖິງ​ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຍິນ​ດີ​ຕ້ອນ​ຮັບບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ປະ​ເທດ ແອັດ​ສະ​ປາຍ, ອີ​ຣານ ແລະ ຟີ​ລິບ​ປິນ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ຂອງທ່ານນາງເອກອັກຄະລັດຖະທູດກູບາ ໃນການເພີ່ມທະວີແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງສອງພັກ ແລະ ສອງປະເທດຫວຽດນາມ - ກູບາ ໄດ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.