ໜັງ​ສື​ພິມ ລັດ​ເຊຍ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ງານ​ດ້ານ​ເສດ​ຖະ​ກິດ ແລະ ການ​ທູດ ຂອງ ຫວຽດ​ນາມ

09:39 | 13/01/2021

ຍ​ສ​ໝ - ຕາມ​ບົດ​ຂຽນ, ໃນ​ຈໍາ​ນວນ 30 ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ມີ​ຜົນ​ເປັນ​ບວກ​ໃນ​ປີ 2020, ຫວຽດ​ນາມ ພວມ​ພົ້ນ​ເດັ່ນ​ຂຶ້ນ​ດ້ວຍ​ລະ​ດັບ​ການ​ເຕີບ​ໂຕ​ເພີ່ມ​ຂຶ້ນ 2,9 %. ວົງ​ການ​ການ​ຄ້າ​ຂອງ ຫວຽດ​ນາມ​ໃນ​ໄລ​ຍະ​ແຕ່​ເດືອນ 1 – 11 ປີ 2020 ກໍ່​ເພີ່ມ​ຂຶ້ນ 3,6% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້, ບັນ​ລຸ​ໄດ້ 490 ຕື້ USD.

ໜ ງ ສ ພ ມ ລ ດ ເຊຍ ມ ຄວາມ ປະ ທ ບ ໃຈ ຕ ຜ ນ ງານ ດ ານ ເສດ ຖະ ກ ດ ແລະ ການ ທ ດ ຂອງ ຫວຽດ ນາມ ໜັງ​ສື​ພິມ​​ຝ​ລັ່ງ: ເສດ​ຖະ​ກິດ ຫວຽດ​ນາມ​ຍັງ​ສາ​ມາດ​ພັດ​ທະ​ນາ​ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ໜ ງ ສ ພ ມ ລ ດ ເຊຍ ມ ຄວາມ ປະ ທ ບ ໃຈ ຕ ຜ ນ ງານ ດ ານ ເສດ ຖະ ກ ດ ແລະ ການ ທ ດ ຂອງ ຫວຽດ ນາມ ສື່ມວນ​ຊົນ​ລັດ​ເຊຍ​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ພັກ​ກອ​ມູ​ນິດ ຫວຽດ​ນາມ
ໜ ງ ສ ພ ມ ລ ດ ເຊຍ ມ ຄວາມ ປະ ທ ບ ໃຈ ຕ ຜ ນ ງານ ດ ານ ເສດ ຖະ ກ ດ ແລະ ການ ທ ດ ຂອງ ຫວຽດ ນາມ
ພາບ​ປະ​ກອບ: Sputnik

ໜັງ​ສື​ພິມ​ລະ​ດູ​ບານ​ໃໝ່ ລັດ​ເຊຍ (Rusvesna) ວັນ​ທີ 11 ມັງ​ກອນ ​ໄດ້​ລົງ​ບົດ​ຂຽນ​ສະ​ແດງ​ໃຫ້​ເປັນ​ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ລົບ​ລ້າງ​ຄວາມ​ອຶ​ດ​ຫິວ, ປ້ອງ​ກັນ​ຕ້ານ​ການ​ລະ​ບາດ ແລະ ພັດ​ທະ​ນາ​ແນວ​ທາງ​ການ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ​ພາຍ​ໃນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

ຕາມ​ບົດ​ຂຽນ, ໃນ​ຈໍານວນ 30 ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ມີ​ຜົນ​ເປັນ​ບວກ​ໃນ​ປີ 2020, ຫວຽດ​ນາມ ພວມ​ພົ້ນ​ເດັ່ນ​ຂຶ້ນ​ດ້ວຍ​ລະ​ດັບ​ການ​ເຕີບ​ໂຕ​ເພີ່ມ​ຂຶ້ນ 2,9%. ວົງ​ການ​ການ​ຄ້າ​ຂອງ ຫວຽດ​ນາມ​ໃນ​ໄລ​ຍະ​ແຕ່​ເດືອນ 1 – 11 ປີ 2020 ກໍ່​ເພີ່ມ​ຂຶ້ນ 3,6% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້, ບັນ​ລຸ​ໄດ້ 490 ຕື້ USD.

ໃນ​ສະ​ພາບ​ການ​ນັ້ນ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າ ລະ​ຫວ່ງ ຮ່າ​ໂນ້ຍ ແລະ ມົດ​ສະ​ກູ ກໍ່​ຮັບ​ໄດ້​ສັນ​ຍານ​ທີ່​ຕັ້ງ​ໜ້າ. ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ ໃຫຍ່​ທີ່​ສຸດ​ຂອ​ງ​ລັດ​ເຊຍ​ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ແລະ ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ອັນ​ດັບ​ທີ 5 ຂອງ​ລັດ​ເຊຍ​ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເວ​ທີ​ປາ​ໄສ​ການ​ຮ່ວ​ມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC).

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ລັດ​ເຊຍ, ວົງ​ເງິນ​ກາ​ນ​ຄ້າ​ລະ​ຫວ່ງ ສອງ​ປະ​ເທດ​ໃນ​ໄລ​ຍະ​ແຕ່​ເດືອນ 1 – 10 ປີ 2020 ເພີ່ມ​ຂຶ້ນ 11,5% ແລະ ບັນ​ລຸ 4,6ຕື້ USD.

ນັກ​ຂຽນ​ຂ່າວ​ຖື​ວ່າ ການ​ເຕີບ​ໂຕ​ເສດ​ຖະ​ກິດ ​ຢູ່ ຫວຽດ​ນາມ ​ແມ່ນ​ມີ​ຄວາມ​ປະ​ທັບ​ໃຈ​ໃນ​ສະ​ພາບ​ການ​​ລະ​ບາດ​ໂຄວິດ - 19 ພວມ​ມີ​ການ​ຄຸກ​ຄາມ ແລະ ກໍ່​ຜົນ​ກະ​ທົບ​ຢ່າງ​ແຮງ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ສ່ວນຫຼາຍ​ປະ​ເທດ​ໃນ​ໂລກ. ບັນ​ດາ​ດັດ​ຊະ​ນີ​ປະ​ທັບ​ໃຈ​ບັນ​ລຸ​ໄດ້​ຍ້ອນ​ບັ້ນ​ສົງ​ຄາມ​ຕ້ານ​ການ​ແຜ່​ລາມ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

​ບໍ່​ພຽງ​ແຕ່ນຳ​ໃຊ້ບັນ​ດາ​ມາດ​ຕະ​ການ​​ຢ່າງ​ແຮງ ແລະ ເຂັ້ມ​ງວດເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ເປີດ​ເຜີຍ ແລະ ໂປ່ງ​ໃສ​ອີກດ້ວຍ. ໝາກ​ຜົນ​ແມ່ນ​ກ່​ວາ 1 ປີ​ຜ່ານ​ມາ, ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ປະ​ມານ 1.500 ຄົນ ແລະ ສິ່ງ​ພິ​ເສດ​ແມ່ນ​ການ​ປະ​ຕິ​ກິ​ລິ​ຍາ​ຂອງ​ປະ​ຊາ​ຊົນ​ຕໍ່​ບັນ​ດາ​ການ​ກະ​ທຳ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ແມ່ນ​ຕັ້ງ​ໜ້າ​ທີ່​ສຸດ.

ບົດ​ຂ່າວ​ດັ່ງ​ກ່າວ​ກໍ່​ໃຫ້​ຮູ້​ວ່າ, ຕາມ​ແຜນ​ການ​ແລ້ວ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຈະ​ໄດ້​ຈັດ​ຂຶ້ນ​ຢູ່​ຮ່າໂນ້ຍ ໃນ​ລະ​ຫວ່າງວັນ​ທີ 25 ມັງ​ກອນ - 2 ກຸມ​ພາ ເພື່ອ​ແນ​ໃສ່​ຕີລ​າ​ຄາ​ການ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ທີ່​ໄດ້​ດຳ​ເນີນ 5 ປີ​ກ່ອນ.

ໃນ​ທ້າຍ​ເດືອນ​ສິງ​ຫາ 2020, ທ່ານ​ຫງວຽນ​ຝຸ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ອັດ​ຕາ​ຜູ້​ວ່າງ​ງານ​ໄດ້ຫຼຸດ​ລົງ​ແຕ່ 9,9% ໃນ​ປີ 2016 ລົງ​ຮອດ 3% ໃນ​ປີ 2020.

ໜ ງ ສ ພ ມ ລ ດ ເຊຍ ມ ຄວາມ ປະ ທ ບ ໃຈ ຕ ຜ ນ ງານ ດ ານ ເສດ ຖະ ກ ດ ແລະ ການ ທ ດ ຂອງ ຫວຽດ ນາມ ໜັງ​ສື​ພິມ​​ຝ​ລັ່ງ: ເສດ​ຖະ​ກິດ ຫວຽດ​ນາມ​ຍັງ​ສາ​ມາດ​ພັດ​ທະ​ນາ​ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫວຽດ​ນາມ​ໄດ້​ເປີດ​ປະຕູ​ຢ່າງ​ແຮງ ກັບ​ສາ​ກົນ​ດ້ວຍ​ວິ​ທີ​ການ​ເຂົ້າ​ຮ່ວມຫຼາຍ​ກົນ​ໄກ​ກາ​ນ​ຄ້າ​ເສ​ລີ, ຍົກ​ຕົວ​ຢ່າງ​ຄື​ຫວ່າງ​ແລ້ວນີ້ ແມ່ນ​ຂໍ້​ຕົກ​ລົງ​ກັບ​ສະ​ຫະ​ພາບ​ເອີ​ລົບ (EU) ເຊິ່​ງ​ໄດ້​ລົງ​ນາມ​ໃນ​ເດືອນ​ກໍ​ລະ​ກົດ 2020, ຕາມ​ນັ້ນ​ແລ້ວ​ຈະ​ລົບ​ລ້າງອັດ​ຕາ​ພາ​ສີ​ເກືອບ​ທັງ​ໝົດລະ​ຫວ່າງ ຫວຽດ​ນາມ ແລະ EU ໃນ​ຮອບ​ເວ​ລາ 10 ປີ.

ໜ ງ ສ ພ ມ ລ ດ ເຊຍ ມ ຄວາມ ປະ ທ ບ ໃຈ ຕ ຜ ນ ງານ ດ ານ ເສດ ຖະ ກ ດ ແລະ ການ ທ ດ ຂອງ ຫວຽດ ນາມ ໜັງ​ສື​ພິມ ສິງ​ປະ​ໂປ: ເສດ​ຖະ​ກິດ ຫວຽດ​ນາມ​ມີ​ການ​ຟື້ນ​ຟູ​ໄວ​ກ່​ວາການ​ຄາດ​ຄະ​ເນ

ຍ​ສ​ໝ - ຫວຽດ​ນາມ ແລະ ສິງ​ກະ​ໂປ ​ແມ່ນ 2 ພື້ນ​ຖານ​ເສດ​ຖະ​ກິດ​ຟື້ນ​ຟູ​ຕາມ​ຮູບ​ໂຕ V, ດ້ວຍ​ອັດ​ຕາ​ຄວາມ​ໄວ​ສູງ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ການ​ຄ​າ​ດ​ຄະ​ເນ​ກໍ່​ຄື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ໜ ງ ສ ພ ມ ລ ດ ເຊຍ ມ ຄວາມ ປະ ທ ບ ໃຈ ຕ ຜ ນ ງານ ດ ານ ເສດ ຖະ ກ ດ ແລະ ການ ທ ດ ຂອງ ຫວຽດ ນາມ ໜັງ​ສື​ພິມອາເມລິກາ: ໄວໜຸ່ມຫວຽດນາມ ຍາມໃດກໍ່ມີຈິດໃຈຄວາມສາມັກຄີຢ່າງແຮງ ແລະ ຄວາມເຫັນດີລວມໝູ່ເປັນຈິດໜຶ່ງໃຈດຽວກັນໃນການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19

ຍ​ສ​ໝ - ໃນ​ໂລກ​ແຫ່ງ​ສັນ​ຕິ​ພາບ ດ້ວຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ເຄືອ​ຂ່າຍ​ອິນ​ເຕີ​ແນດ, ໄວໜຸ່ມຫວຽດນາມ ຍາມໃດກໍ່ມີຈິດໃຈຄວາມສາມັກຄີຢ່າງແຮງ ແລະ ຄວາມເຫັນດີລວມໝູ່ເປັນຈິດໜຶ່ງໃຈດຽວກັນ.

​ບຸນ​ຄົງ

302 Found

Found

The document has moved here.