ໜັງ​ສື​ພິມ ສິງ​ປະ​ໂປ: ເສດ​ຖະ​ກິດ ຫວຽດ​ນາມ​ມີ​ການ​ຟື້ນ​ຟູ​ໄວ​ກ່​ວາການ​ຄາດ​ຄະ​ເນ

15:08 | 05/11/2020

ຍ​ສ​ໝ - ຫວຽດ​ນາມ ແລະ ສິງ​ກະ​ໂປ ​ແມ່ນ 2 ພື້ນ​ຖານ​ເສດ​ຖະ​ກິດ​ຟື້ນ​ຟູ​ຕາມ​ຮູບ​ໂຕ V, ດ້ວຍ​ອັດ​ຕາ​ຄວາມ​ໄວ​ສູງ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ການ​ຄ​າ​ດ​ຄະ​ເນ​ກໍ່​ຄື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ຫວຽດ​ນາມ ມີ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ກ່ຽວ​ກັບ​ເສດ​ຖະ​ກິດ​ດີ​ຈ​ີ​ຕອນ​ໃນ​ພາກ​ພື້ນ ອາ​ຊຽນ
ຂະ​ແໜງຕ່ຳ​ແຜ່ນ​ຕັດ​ຫຍິ​ບ ແລະ ການ​ຢາ ແມ່ນ​ຂົງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ
ໜັງ​ສື​ພິມ ສິງ​ປະ​ໂປ: ເສດ​ຖະ​ກິດ ຫວຽດ​ນາມ​ມີ​ການ​ຟື້ນ​ຟູ​ໄວ​ກ່​ວາການ​ຄາດ​ຄະ​ເນ
ພາບ​ປະ​ກອບ: TTXVN

​ໃນ​ອາ​ທິດ​ຜ່ານ​ມາ, ເວັບ​ໄຊ propertyguru.com.sg ຂອງ​ສິງ​ກະ​ໂປໄດ້​ຄັດ​ສະ​ເໜີ​ບົດ​ລາຍ​ງານ​ທີ່​ໄດ້​ປະ​ກາດ​ໃນ​ມໍ່ໆ​ມານີ້​ຂອງ ທະ​ນາ​ຄານ​ໃຫຍ່​ທີ່​ສຸດ​ຂອງ ມາ​ເລ​ເຊຍ Maybank Kim Eng ເຊິ່ງຢັ້ງ​ຢືນ​ວ່າ ຫວຽດ​ນາມ ແລະ ສິງ​ກະ​ໂປ​ແມ່ນ 2 ພື້ນ​ຖານ​ສດ​ຖະ​ກິດຟື້ນ​ຟູ​ຕາມ​ຮູບ​ໂຕ V, ດ້ວຍ​ອັດ​ຕາ​ຄວາມ​ໄວ​ສູງ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ການ​ຄ​າ​ດ​ຄະ​ເນ​ກໍ່​ຄື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ຕາມ​ບັນ​ດາ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຂອງທະ​ນາ​ຄານ​ດັ່ງ​ກ່າວ ແລ້ວ, ບັນ​ດາ​ປັດ​ໄຈ​ໃນ​ນັ້ນ​ມີ​ບັນ​ດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ, ດອກ​ເບ້ຍ​ຕ່ຳ... ໄດ້​ຊຸກ​ຍູ້​ວິ​ວັດ​ການ​ຟື້ນ​ຟູ​ດັ່ງ​ກ່າວ, ຫວຽດ​ນາມ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ຍາກ​ໃນ​ອາ​ຊຽນ​ສາ​ມາດຫຼຸດ​ພົ້ນ​ອອກ​ຈາ​ກ​ຄວາມ​ສ່ຽງ​ຊຸດ​ໂຊມ. ພຽງ​ແຕ່​ຕົວ​ເລກ​ຄຸ້ມ​ຄອງ​ກາ​ນ​ຊື້ (PMI) ຂອງ ຫວຽດ​ນາມ​ເພີ່ມ​ຂຶ້ນ​ໄວ ແລະ ແຮງ​ກ່​ວາ​ເມື່ອ​ທຽ​ບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ສຳ​ລັບ ຫວຽດ​ນາມ, ກຳ​ລັງ​ໜູນ​ຟື້ນ​ຕົວ​ໂຕ V ແມ່ນ​ອີງ​ໃສ່​ການ​ສົ່ງ​ອອກ, ຂາຍ​ຍ່ອຍ ແລະ ການ​ຂົນ​ສົ່ງ​ສິນ​ຄ້າ.

ຫວຽດ​ນາມ ມີ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ກ່ຽວ​ກັບ​ເສດ​ຖະ​ກິດ​ດີ​ຈ​ີ​ຕອນ​ໃນ​ພາກ​ພື້ນ ອາ​ຊຽນ

ຕອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ “ພັດທະນາການຄ້າເອເລັກໂຕນິກ ຫວຽດນາມ ໃນສັງກາດດີຈີຕອນ”. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາຖືວ່າ ຫວຽດນາມ ມີລະດັບການເຕີບໂຕເສດຖະກິດດີຈີຕອນສູງໃນພາກພື້ນ ອາຊຽນ ແລະ ສະເໜີຫຼາຍມາດຕະການພັດທະນາການຄ້າເອເລັກໂຕນິກໃນທຸກຂົງເຂດຂອງຊີວິດສັງຄົມ ແລະ ການດຳເນີນທຸລະກິດ.

ຂະ​ແໜງຕ່ຳ​ແຜ່ນ​ຕັດ​ຫຍິ​ບ ແລະ ການ​ຢາ ແມ່ນ​ຂົງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ມີ​ຄຳ​ເຫັນຫຼາຍ​ຂໍ້​ຖື​ວ່າ ອິນ​ເດຍ ແລະ ຫວຽດ​ນາມ​ມີ​ບັນ​ດາ​ຂົງ​ເຂດ​ເປັນ​ທ່າ​ແຮງ​ທີ່​ຊ່ວຍ​ເຫຼືອ​ກັນ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ ເພື່ອ​ຊຸກ​ຍູ້​ການ​ລົງ​ທຶນ​ສອງ​ຝ່າຍ.

ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021

ຕາມການຄາດຄະເນຂອງທະນາຄານ Standard Chartered ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.