ໜັງ​ສື​ພິມ​​ຝ​ລັ່ງ: ເສດ​ຖະ​ກິດ ຫວຽດ​ນາມ​ຍັງ​ສາ​ມາດ​ພັດ​ທະ​ນາ​ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

16:30 | 08/01/2021

ຍ​ສ​ໝ - ຫວຽດ​ນາມ​ໄດ້​ເປີດ​ປະຕູ​ຢ່າງ​ແຮງ ກັບ​ສາ​ກົນ​ດ້ວຍ​ວິ​ທີ​ການ​ເຂົ້າ​ຮ່ວມຫຼາຍ​ກົນ​ໄກ​ກາ​ນ​ຄ້າ​ເສ​ລີ, ຍົກ​ຕົວ​ຢ່າງ​ຄື​ຫວ່າງ​ແລ້ວນີ້ ແມ່ນ​ຂໍ້​ຕົກ​ລົງ​ກັບ​ສະ​ຫະ​ພາບ​ເອີ​ລົບ (EU) ເຊິ່​ງ​ໄດ້​ລົງ​ນາມ​ໃນ​ເດືອນ​ກໍ​ລະ​ກົດ 2020, ຕາມ​ນັ້ນ​ແລ້ວ​ຈະ​ລົບ​ລ້າງອັດ​ຕາ​ພາ​ສີ​ເກືອບ​ທັງ​ໝົດລະ​ຫວ່າງ ຫວຽດ​ນາມ ແລະ EU ໃນ​ຮອບ​ເວ​ລາ 10 ປີ.

ໜັງ​ສື​ພິມ ສິງ​ປະ​ໂປ: ເສດ​ຖະ​ກິດ ຫວຽດ​ນາມ​ມີ​ການ​ຟື້ນ​ຟູ​ໄວ​ກ່​ວາການ​ຄາດ​ຄະ​ເນ
ໜັງ​ສື​ພິມອາເມລິກາ: ໄວໜຸ່ມຫວຽດນາມ ຍາມໃດກໍ່ມີຈິດໃຈຄວາມສາມັກຄີຢ່າງແຮງ ແລະ ຄວາມເຫັນດີລວມໝູ່ເປັນຈິດໜຶ່ງໃຈດຽວກັນໃນການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19
ໜັງ​ສື​ພິມ​​ຝ​ລັ່ງ: ເສດ​ຖະ​ກິດ ຫວຽດ​ນາມ​ຍັງ​ສາ​ມາດ​ພັດ​ທະ​ນາ​ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ພາບ​ປະ​ກອບ

ຫວ່າງ​ແລ້ວນີ້, ໜັງ​ສື​ພິມ Le Figaro ຂອງຝ​ລັ່ງ​ສະ​ບັບ​ຫຼ້າ​ສຸດ ໄດ້​ລົງ​ບົດ​ຂຽນ​ທີ່​ຕີ​ລາ​ຄາ​ສູງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ມີ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ.

ຕາມ Le Figaro ແລ້ວ, ຫວຽດ​ນາມ​ຍັງ​ຄົງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ໃນ​ໂລກ ໃນ​ປີ 2020, ເຖິງວ່າ​ບັນ​ດາ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ຄ​ວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມຫຼຸດ​ລົງ​ລະ​ດັບ 2,9%, ແຕ່​ລະ​ດັ​ບ 7% ໃນ​ປີ 2019 ກໍ່​ຕາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຫວຽດ​ນາມ​ສ່ວນຫຼາຍ​ລົບ​ລ້າງ​ໄດ້​ເກືອບ​ທັງ​ໝົດ​ສະ​ພາບ​ການ​ທຸກ​ຍາກ​ໃນ​ປະ​ຊາ​ຊົນ, ແຕ່​ລະ​ດັບ 50% ໃນ​ປີ 1990 ລົງ​ຮອດ​ລະ​ດັບ 2%ໃນ​ປັດ​ຈຸ​ບັນ ແລະ ພວມ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ແຜນ​ນະ​ໂຍ​ບາຍ​ຫັນ​ພື້ນ​ຖານ​ເສດ​ຖະ​ກິດ​ເປັນຫຼາຍ​ຮູບ​ແບບ, ດ້ວຍ​ອຸດ​ສາ​ຫະ​ກຳ​ທີ່ກວມ​ເອົາ 39% ການ​ເຄື່ອນ​ໄຫວ ແລະ ການ​ບໍ​ລິ​ການກວມ​ເອົາ 47%.

ຫວຽດ​ນາມ​ໄດ້​ເປີດ​ປະຕູ​ຢ່າງ​ແຮງ ກັບ​ສາ​ກົນ​ດ້ວຍ​ວິ​ທີ​ການ​ເຂົ້າ​ຮ່ວມຫຼາຍ​ກົນ​ໄກ​ກາ​ນ​ຄ້າ​ເສ​ລີ, ຍົກ​ຕົວ​ຢ່າງ​ຄື​ຫວ່າງ​ແລ້ວນີ້ ແມ່ນ​ຂໍ້​ຕົກ​ລົງ​ກັບ​ສະ​ຫະ​ພາບ​ເອີ​ລົບ (EU) ເຊິ່​ງ​ໄດ້​ລົງ​ນາມ​ໃນ​ເດືອນ​ກໍ​ລະ​ກົດ 2020, ຕາມ​ນັ້ນ​ແລ້ວ​ຈະ​ລົບ​ລ້າງອັດ​ຕາ​ພາ​ສີ​ເກືອບ​ທັງ​ໝົດລະ​ຫວ່າງ ຫວຽດ​ນາມ ແລະ EU ໃນ​ຮອບ​ເວ​ລາ 10 ປີ.

ໜັງ​ສື​ພິມ​ດັ່ງ​ກ່າວ​ກໍ່​ຖື​ວ່າ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ທີ່​ເປັນ​ໜ້າ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ດີ​ພໍ​ສົມ​ຄວນ​ເມື່ອ​ມີ​ຜູ້​ເສຍ​ຊີ​ວິດ​ພຽງ​ແຕ່ 35 ຄົນ​ໃນ​ປະ​ເທດ​ທີ່​ມີ​ປະ​ຊາ​ຊົນ ເກືອບ 100 ລ້ານ​ຄົນ. ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ, ໄວ ແລະ ທັນ​ການ​ໄດ້​ລັດ​ຖະ​ບານ ຫວຽດ​ນາມ​ວາງ​ອອກ​ຖື​ການ​ແຍກ​ຕົວ​ທົ່ວ​ສັງ​ຄົມ, ຄົ້ນ​ຫາ​ຜູ້​ຕິດ​ເຊື້ອ​ໃນ​ວົງ​ກວ້າງ ແລະ ຄວບ​ຄຸມ​ການ​ເດີ​ນ​ທາງ​ໄປ​ມາ​ຢ່າງ​ເຂັ້ມ​ງວດ, ໄດ້​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ໂຮງ​ງານ​ຢູ່​ຫວຽດ​ນາມ ກັບ​ຄືນ​ສູ່​ການ​ເຄື່ອນ​ໄຫວ ແລະ​ຟື້ນ​ຟູ​ໂດຍ​ໄວ.

ຕາມ Le Figaro ແລ້ວ, ຄວາມ​ຫຍຸ້ງ​ຍາກຕໍ່ຫວຽດ​ນາມ​ໃນ​ປີຜ່ານ​ມາ​ເຮັດ​ໃຫ້​ຕະຫຼາດ​ນຳເຂົ້າເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິ​ບ ແລະ ໂທ​ລະ​ສັບມື​ຖືຖືກ​ຢຸດ​ສະ​ຫງັກ ຍ້ອນ​ຄວາມ​ຕ້ອງ​ການ​ຈາກ​ຕະຫຼາດ​ຝ່າຍ​ຕາ​ເວັນ​ຕົກຫຼຸດ​ລົງ ແລະ ຂະ​ແໜງ​ການ​ທ່ອງ​ທ່ຽວ​ກໍ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂະ​ແໜງ​ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ​ຍັງ​ສາ​ມາດ​ຮັບ​ມື​ໄດ້​ເປັນ​ຢ່າງ​ດີ.

ໜັງ​ສື​ພິມ ສິງ​ປະ​ໂປ: ເສດ​ຖະ​ກິດ ຫວຽດ​ນາມ​ມີ​ການ​ຟື້ນ​ຟູ​ໄວ​ກ່​ວາການ​ຄາດ​ຄະ​ເນ

ຍ​ສ​ໝ - ຫວຽດ​ນາມ ແລະ ສິງ​ກະ​ໂປ ​ແມ່ນ 2 ພື້ນ​ຖານ​ເສດ​ຖະ​ກິດ​ຟື້ນ​ຟູ​ຕາມ​ຮູບ​ໂຕ V, ດ້ວຍ​ອັດ​ຕາ​ຄວາມ​ໄວ​ສູງ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ການ​ຄ​າ​ດ​ຄະ​ເນ​ກໍ່​ຄື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ໜັງ​ສື​ພິມອາເມລິກາ: ໄວໜຸ່ມຫວຽດນາມ ຍາມໃດກໍ່ມີຈິດໃຈຄວາມສາມັກຄີຢ່າງແຮງ ແລະ ຄວາມເຫັນດີລວມໝູ່ເປັນຈິດໜຶ່ງໃຈດຽວກັນໃນການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19

ຍ​ສ​ໝ - ໃນ​ໂລກ​ແຫ່ງ​ສັນ​ຕິ​ພາບ ດ້ວຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ເຄືອ​ຂ່າຍ​ອິນ​ເຕີ​ແນດ, ໄວໜຸ່ມຫວຽດນາມ ຍາມໃດກໍ່ມີຈິດໃຈຄວາມສາມັກຄີຢ່າງແຮງ ແລະ ຄວາມເຫັນດີລວມໝູ່ເປັນຈິດໜຶ່ງໃຈດຽວກັນ.

ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງຍ​ໍ​ຊົມ​ເຊີຍຫວຽດ​ນາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

ຍສໝ - ໜັງສືພິມລາຍວັນ Junge Welt ຂອງເຢຍລະມັນໄດ້ມີບົດຂຽນຍ້ອງຍໍຊົມເຊີຍການກະທຳຢ່າງທັນການແລະຂ້ຽວຂາດຂອງຫວຽດນາມໃນບັ້ນສະກັດກັ້ນໂລກລະບາດ Covid – 19 ທີ່ອັນຕະລາຍນີ້.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.