ຫວຽດນາມ - ຢູແກຼນ ໄດ້ບຸກບືນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 1 ຕື້ໂດລາ

21:51 | 30/12/2020

ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນໂຮ່ງແທັ້ກ ແລະ ທ່ານຮອງລັດຖະມົນຕີ Taras Kachka ມີຄວາມເຊື່ອໝັ້ນຕໍ່ອະນາຄົດໃນແງ່ດີຫຼາຍ ກ່ຽວກັບແງ່ຫວັງຂອງການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ, ແລະ ເຫັນດີຈະຮ່ວມກັນເພີ່ມທະວີການແລກປ່ຽນສິນຄ້າຂອງສອງປະເທດໄດ້ບັນລຸ ຂຶ້ນເປັນ 1 ຕື້ໂດລາ.    

ຫວຽດນາມ ຢ ແກ ນ ໄດ ບ ກບ ນນຳວ ງເງ ນການຄ າສອງຝ າຍໃຫ ບ ນລ 1 ຕ ໂດລາ ສັນຍາ UKVFTA ນຳມາເຊິ່ງຜົນປະໂຫຍດມາໃຫ້ ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ
ຫວຽດນາມ ຢ ແກ ນ ໄດ ບ ກບ ນນຳວ ງເງ ນການຄ າສອງຝ າຍໃຫ ບ ນລ 1 ຕ ໂດລາ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ຢູແກຼນ ໃນອາຊຽນ

ວັນທີ 28 ທັນວາ, ທີ່ສຳນັກງານໃຫຍ່ຂອງກະຊວງພັດທະນາເສດຖະກິດ, ການຄ້າ ແລະ ກະສິກຳ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຢູແກຼນ ຫງວຽນໂຮ່ງແທັ້ກ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານຮອງລັດຖະມົນຕີຢູແກຼນ Taras Kachka, ປະທານຄະນະອະນຸກຳມະການ ຂອງຄະນະລະຫວ່າງລັດຖະບານອູແກຼນ - ຫວຽດນາມ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ.

ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ກອງປະຊຸມຄັ້ງທີ 15 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ຢູແກຼນ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ, ເຊິ່ງຄາດວ່າຈະໄດ້ຮັບການຈັດຕັ້ງກອງປະຊຸມດ້ວຍຮູບການຖ່າຍທອດສົດ ໃນທ້າຍເດືອນມັງກອນປີ 2021.

ຫວຽດນາມ ຢ ແກ ນ ໄດ ບ ກບ ນນຳວ ງເງ ນການຄ າສອງຝ າຍໃຫ ບ ນລ 1 ຕ ໂດລາ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຢູແກຼນ ຫງວຽນໂຮ່ງແທັ້ກ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ຫງວຽນໂຮ່ງແທັ້ກ ໄດ້ເນັ້ນໜັກວ່າ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຍ້ອນການລະບາດຂອງ COVID-19, ແຕ່ການແລກປ່ຽນການຄ້າລະຫວ່າງອູແກຣນ ແລະ ຫວຽດນາມແຕ່ເດືອນມັງກອນຫາເດືອນກັນຍາປີ 2020 ໄດ້ເພີ່ມຂຶ້ນຫຼາຍກວ່າ 12% ທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸ ຂຶ້ນເປັນ 300 ລ້ານໂດລາສະຫະ. ເຖິງຢ່າງໃດກໍ່ຕາມ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນທີ່ຍັງບໍ່ໄດ້ຮັບການພັດທະນາ, ໂດຍສະເພາະແມ່ນໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ.

ດ້ວຍຈຸດສຸມໃໝ່ໃນນະໂຍບາຍການຕ່າງປະເທດຂອງຢູແກຼນ ກ່ຽວກັບການສົ່ງເສີມການທູດທາງດ້ານເສດຖະກິດ ແລະ ການຂະຫຍາຍບໍລິເວນແຫ່ງການຮ່ວມມືເຂົ້າໃນພາກພື້ນອາຊີ, ທ່ານເອກອັກຄະລັດຖະທູດ ໄດ້ເຊື່ອໝັ້ນວ່າ ການຮ່ວມມືດ້ານເສດຖະກິດການຄ້າ ແມ່ນໜ້າທີ່ສຳຄັນທີ່ສຸດໃນປະຈຸບັນ ລະຫວ່າງຫວຽດນາມ ແລະ ຢູແກຼນ.

ທ່ານເອກອັກຄະລັດຖະທູດ ຫງວຽນໂຮ່ງແທັ້ກ ໃຫ້ຄຳໝັ້ນສັນຍາວ່າ ສະຖານທູດຫວຽດນາມປະຈຳຢູແກຼນແມ່ນເຄົ້າເງື່ອນ ແລະ ພ້ອມແລ້ວທີ່ຈະແລກປ່ຽນລາຍລະອຽດກັບບັນດາຄູ່ຮ່ວມມືຂອງອູແກຣນ ກ່ຽວກັບບັນຫາ ແລະ ຂໍ້ຫຍຸ້ງຍາກໃນການຮ່ວມມືເພື່ອຊອກຫາວິທີແກ້ໄຂ.

ທ່ານເອກອັກຄະລັດຖະທູດ ຫງວຽນໂຮ່ງແທັ້ກ ແລະ ທ່ານຮອງລັດຖະມົນຕີ Taras Kachka ມີຄວາມເຊື່ອໝັ້ນຕໍ່ອະນາຄົດໃນແງ່ດີຫຼາຍ ກ່ຽວກັບແງ່ຫວັງຂອງການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ, ແລະ ເຫັນດີຈະຮ່ວມກັນເພີ່ມທະວີການແລກປ່ຽນສິນຄ້າຂອງສອງປະເທດໄດ້ບັນລຸ ຂຶ້ນເປັນ 1 ຕື້ໂດລາ.

ຫວຽດນາມ ຢ ແກ ນ ໄດ ບ ກບ ນນຳວ ງເງ ນການຄ າສອງຝ າຍໃຫ ບ ນລ 1 ຕ ໂດລາ ຫວຽດນາມມີຜະລິດຕະພັນ OCOP 3.200 ຊະນິດ

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ການຜັນຂະຫຍາຍໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ປີ 2020, ບັນດາທ້ອງຖິ່ນຕີລາຄາ, ຈັດອັນດັບ ແລະ ຮັບຮອງເອົາຜະລິດຕະພັນ 3200 ຊະນິດ, ເກີນຄາດໝາຍ 800 ຊະນິດເມື່ອທຽບໃສ່ກັບແຜນການວາງອອກ.

ຫວຽດນາມ ຢ ແກ ນ ໄດ ບ ກບ ນນຳວ ງເງ ນການຄ າສອງຝ າຍໃຫ ບ ນລ 1 ຕ ໂດລາ ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2020

ຍສໝ - ໃນວັນທີ 28 ທັນວາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຊາວຫວຽດນາມ ໃນທົ່ວສະຫະພັນລັດເຊຍປ້ອງກັນ ແລະ ຕ້ານ COVID-19 ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ.

ຫວຽດນາມ ຢ ແກ ນ ໄດ ບ ກບ ນນຳວ ງເງ ນການຄ າສອງຝ າຍໃຫ ບ ນລ 1 ຕ ໂດລາ ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ

2 ປະເທດພວມຢູ່ໃນໄລຍະພິຈາລະນາ, ປຶກສາຫາລືກ່ຽວກັບເລື່ອງເປີດສາຍການບິນຄືນໃໝ່, ກໍຄືບັນດາມາດຕະການເພື່ອຮັບປະກັບຄວາມປອດໄພເມື່ອຮັບຜູ້ໂດຍສານເຂົ້າເມືອງຜ່ານທາງການບິນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.