ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ

07:57 | 29/12/2020

2 ປະເທດພວມຢູ່ໃນໄລຍະພິຈາລະນາ, ປຶກສາຫາລືກ່ຽວກັບເລື່ອງເປີດສາຍການບິນຄືນໃໝ່, ກໍຄືບັນດາມາດຕະການເພື່ອຮັບປະກັບຄວາມປອດໄພເມື່ອຮັບຜູ້ໂດຍສານເຂົ້າເມືອງຜ່ານທາງການບິນ.

ສປປ.ລາວ: ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງເດືອນ 11 ຂອງ ສປປ.ລາວ ບັນລຸໄດ້ປະມານ 869 ລ້ານໂດລາ
ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ
ພາບ​ປະ​ກອບ

ລາວ ພວມຕັ້ງໜ້າພິຈາລະນາການເປີດສາຍການບິນກັບຫວຽດນາມ ຄືນໃໝ່ ໃນໄລຍະໄວ້ທີ່ສຸດເທົ່າທີ່ສາມາດ - ຂໍ້ມູນດັ່ງກ່າວໂດຍວິທະຍຸກະຈາຍສຽງແຫ່ງຊາດລາວ ອອກອາກາດໃນວັນທີ 28 ທັນວາ. ທ່ານ ພອນສີ ບຸນມີໄຊ, ຮອງຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດລາວ ໃຫ້ຮູ້ວ່າ, 2 ປະເທດພວມຢູ່ໃນໄລຍະພິຈາລະນາ, ປຶກສາຫາລືກ່ຽວກັບເລື່ອງເປີດສາຍການບິນຄືນໃໝ່, ກໍຄືບັນດາມາດຕະການເພື່ອຮັບປະກັບຄວາມປອດໄພເມື່ອຮັບຜູ້ໂດຍສານເຂົ້າເມືອງຜ່ານທາງການບິນ. ຕາມທ່ານ ພອນສີ ບຸນມີໄຊ ແລ້ວ, 2 ຝ່າຍໄດ້ເຫັນດີເປັນເອກະພາບບາງບັນຫາຄື: ພຽງແຕ່ຕ້ອນຮັບພົນລະເມືອງທີ່ມາຈາກລາວ ແລະ ຫວຽດນາມ; ບໍ່ອະນຸຍາດໃຫ້ບັນດາບໍລິສັດການບິນຮັບໃຊ້ຜູ້ໂດຍສານໄປຜ່ານ; ອະນຸດຍາດໃຫ້ບັນດາກໍລະນີຢູ່ຫວຽດນາມ ໄດ້ 30 ວັນຈຶ່ງສາມາດໄປເຖິງປະເທດທີ 3 ໄດ້.

ສປປ.ລາວ: ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ອັດລົງຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 25 ທັນວາ 2020 ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສຊປລ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງເດືອນ 11 ຂອງ ສປປ.ລາວ ບັນລຸໄດ້ປະມານ 869 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 436 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 434 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 2 ລ້ານໂດລາສະຫາລັດ.

ປະເທດລາວ: ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ

ໃນຕອນແລງຂອງ ວັນທີ 25 ທັນວາ 2020 ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຂຶ້ນພິທີເຊັນສັນຍາໂຄງການ ກໍ່ສ້າງຕຶກອາຄານກອງບັນຊາ ການທະຫານອາກາດ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດ (Fron tier Services Group Co, Ltd).

vovworld.vn

ເຫດການ
302 Found

Found

The document has moved here.