ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມຂຶ້ນຢ່າງວ່ອງໄວ, ບັນລຸໄດ້ 174,4 ລ້ານ USD

04:46 | 08/03/2024

ຍສໝ - ວົງເງິນການຄ້າ ຫວຽດນາມ-ລາວ ໃນເດືອນມັງກອນປີນີ້ ໄດ້ເພີ່ມຂຶ້ນຢ່າງແຮງ, ຮອດ 75,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸໄດ້ 174,4 ລ້ານ ; ​ໃນ​ນັ້ນ, ການ​ສົ່ງ​ອອກ​ຂອງ ​ຫວຽດນາມ ​ໄປ​ ​ລາວ​ ບັນລຸໄດ້ 56,8 ລ້ານ USD.

ຄະນະພະນັກງານແຂວງຄໍາມ່ວນ, ລາວ ອວຍພອນປີໃໝ່ທະຫານເຂດ 4 ຄະນະພະນັກງານແຂວງຄໍາມ່ວນ, ລາວ ອວຍພອນປີໃໝ່ທະຫານເຂດ 4
EuroCham: ວິສາຫະກິດ ເອີລົບ ຫາກໍ EuroCham: ວິສາຫະກິດ ເອີລົບ ຫາກໍ "ລົງທຶນ" ຕື່ມອີກ 100 ລ້ານ USD ຢູ່ ຫວຽດນາມ

ຕາມ​ນັກຂ່າວສຳ​ນັກ​ຂ່າວສານ​ ຫວຽດນາມ ປະຈຳ ​ລາວ ແລ້ວ, ວົງ​ເງິນ​ການ​ຄ້າ​ຫວຽດນາມ - ລາວ ​ໃນ​ເດືອນ​ມັງກອນ​ປີ​ນີ້​ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ຮອດ75,8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ບັນລຸໄດ້ 174,4 ລ້ານ USD.

​ໃນ​ນັ້ນ, ການ​ສົ່ງ​ອອກ​ຂອງ​ ຫວຽດນາມ ​ໄປ ​ລາວ ​ບັນລຸໄດ້ 56,8 ລ້ານ USD, ເພີ່ມ​ຂຶ້ນ 104,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາສິນຄ້າສົ່ງອອກຕົ້ນຕໍລວມມີນ້ຳມັນເຊື້ອໄຟທຸກປະເພດ (11,6 ລ້ານ USD, ເພີ່ມຂຶ້ນ 276%); ຜະລິດຕະພັນຈາກເຫຼັກ ແລະ ເຫຼັກກ້າ (5,44 ລ້ານ USD, ເພີ່ມຂຶ້ນ 176,6%); ພາຫະນະຂົນສົ່ງ ແລະ ອາໄຫຼ່ (4,3 ລ້ານ USD, ເພີ່ມຂຶ້ນ 118,7%); ເຄື່ອງຈັກ, ອຸປະກອນ, ເຄື່ອງມື, ອາໄຫຼ່ອື່ນໆ (3,3 ລ້ານ USD, ເພີ່ມຂຶ້ນ 83,6%); ເຫຼັກ ແລະ ເຫຼັກກ້າທຸກປະເພດ (2,98 ລ້ານ USD, ເພີ່ມຂຶ້ນ 18,2%); ຜະລິດຕະພັນດິນເຜົາ, (1,8 ລ້ານ USD, ເພີ່ມຂຶ້ນ 79,4%); ຜະລິດຕະພັນຈາກທາດໜຽວ (1,4 ລ້ານ USD, ເພີ່ມຂຶ້ນ 32,8%); ຜັກ ແລະ ໝາກໄມ້ (1,2 ລ້ານ USD, ຫຼຸດລົງ 36,2%); ເຈ້ຍ ແລະ ຜະ​ລິດ​ຕະ​ພັນຈາກເຈ້ຍ (1 ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ 19,5%)...

ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມຂຶ້ນຢ່າງວ່ອງໄວ, ບັນລຸໄດ້ 174,4 ລ້ານ USD

ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມຂຶ້ນຢ່າງວ່ອງໄວ

ການນຳເຂົ້າຂອງ ​ຫວຽດນາມ​ ຈາກ​ ລາວ​ ບັນລຸ 117,6 ລ້ານ USD, ​ເພີ່ມ​ຂຶ້ນ 64,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບາງສິນຄ້ານຳເຂົ້າຕົ້ນຕໍ ລວມມີຖົງຢາງອະນາໄມ (27,4 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 107,2%); ໄມ້ ແລະ ຜະລິດຕະພັນໄມ້ (11,2 ລ້ານ USD, ເພີ່ມຂຶ້ນ 62,2%); ສາລີ (8,5 ລ້ານ USD, ເພີ່ມຂຶ້ນ 19,9%); ຝຸ່ນປະເພດຕ່າງໆ (6,4 ລ້ານ USD, ເພີ່ມຂຶ້ນ 34%)...

ດ້ວຍ​ການ​ເຕີບ​ໂຕ​ຢ່າງ​ແຮງ​ໃນ​ເດືອນ​ມັງກອນ ​ປີ 2024, ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ຄາດ​ວ່າ ຈະ​ບັນລຸ ​ແລະ ລື່ນກາຍລະດັບ​ເຕີບ​ໂຕຕາມເປົ້າໝາຍແຕ່ 10-15% ທີ່​ການ​ນຳ​ຂອງ​ສອງ​ປະ​ເທດ ​ໄດ້​ວາງ​ອອກ​ໃນ​ກອງ​ປະຊຸມຄະນະກຳມະການລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ ຄັ້ງ​ທີ 46 ທິ່ຜ່ານມາ.

ປີ 2023, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ​ລາວ - ຫວຽດນາມ​ ​ບັນລຸ​ໄດ້ 1,6 ຕື້ USD.

ມິງດຶກ

ເຫດການ
302 Found

Found

The document has moved here.