ສັນຍາ UKVFTA ນຳມາເຊິ່ງຜົນປະໂຫຍດມາໃຫ້ ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ

06:30 | 30/12/2020

ຍ​ສ​ໝ - ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ວັດ​ສະ​ດຸ​ຊີ້ນ​ຈາກ​ສ.ເກົາຫຼີ ແລະ EU ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ເພື່ອ​ຊຸກ​ຍູ້​ການ​ເປີດ​ກ້​ວາງ​ແຫຼ່ງ​ສະ​ໜອງວັດ​ສະ​ດຸ​ໃນ​ຂະ​ແໜງ ເພື່ອ​ຍາດ​ແຍ້ງ​ໄດ້​ບຸ​ລິ​ມະ​ສິດ.

ສ ນຍາ ukvfta ນຳມາເຊ ງຜ ນປະໂຫຍດມາໃຫ ຂະແໜງຕ ຳແຜ ນຕ ດຫຍ ບ ແລະ ເກ ບໜ ງ ຫວຽດນາມ ທ່ານ ຫວູຮົ່ງແທັງ ຫົວໜ້າກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານນາງ Elizabetj Truss ລັດຖະມົນຕີກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ
ສ ນຍາ ukvfta ນຳມາເຊ ງຜ ນປະໂຫຍດມາໃຫ ຂະແໜງຕ ຳແຜ ນຕ ດຫຍ ບ ແລະ ເກ ບໜ ງ ຫວຽດນາມ ເອກອັກຄະລັດຖະທູດອັງກິດ ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມຢູ່ແຂວງກວາງບິ່ງ
ສ ນຍາ ukvfta ນຳມາເຊ ງຜ ນປະໂຫຍດມາໃຫ ຂະແໜງຕ ຳແຜ ນຕ ດຫຍ ບ ແລະ ເກ ບໜ ງ ຫວຽດນາມ
ພາບ​ປະ​ກອບ: TTXVN

ສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກ ອັງກິດ (UKVFTA) ຫາກໍ່ສຳເລັດການເຈລະຈາ ແລະ ຄາດວ່າຈະມີຜົນສັກສິດນັບແຕ່ຕົ້ນປີ 2021 ເປັນຕົ້ນໄປ. ຕາມບັນດາວິສາຫະກິດ ຕ່ຳແຜ່ນຕັດຫຍິບ, ເກີບໜັງແລ້ວ, ສັນຍາດັ່ງກ່າວຈະສ້າງຫຼາຍກາລະໂອກາດໃນການສົ່ງອອກສິນຄ້າຕື່ມອີກ, ຍູ້ແຮງການຄ້າ ເຂົ້າຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້. ຕາມກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ປັດຈຸບັນສິນຄ້າຂອງ ຫວຽດນາມ ກວມເອົາສ່ວນໜ້ອຍ ພຽງແຕ່ 1% ໃນຍອດວົງເງິນການນຳເຂົ້າສິນຄ້າເກືອບ 700 ຕື້ USDໃນແຕ່ລະປີຂອງ ອັງກິດ.

ດັ່ງນັ້ນ, ດ້ວຍ UKVFTA, ວິສາຫະກິດຫວຽດນາມຈະມີທ່າໄດ້ປ່ຽບເພື່ອນຳສົ່ງສິນຄ້າໄປຍັງອັງກິດ, ພິເສດແມ່ນໃນສະພາບການອັງກິດຖອນຕົວອອກຈາກ ສະຫະພາບ ເອີລົບ (EVFTA), ບັນດາບຸລິມະສິດໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບເອີລົບ (EVFTA) ຈະບໍ່ໄດ້ນຳໃຊ້ອີກ. ທ່ານ ຫວູດຶກຢາງ, ປະທານສະຫະສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ຖືວ່າ ພ້ອມກັບບັນດາສັນຍາສະບັບຕ່າງໆຄື ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), EVFTA ທີ່ໄດ້ຮັບການລົງນາມໃນປີນີ້, UKVFTA ຈະສ້າງພື້ນຖານການຄ້າຢ່າງໝັ້ນແກ່ນກ່ວາເກົ່າ ແລະ ມີການຊ່ວຍເຫຼືອເຊິ່ງກັນແລະກັນໃນຂະແໜງຕ່ຳແຜ່ນຕັດຫຍິບ.

ກ່ຽວ​ກັບ​ປະ​ລິ​ມານ, EVFTA ມີ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ໜ້າ​ຕໍ່​ປະ​ລິ​ມານ​ດ້ວຍ​ອັດ​ຕາ​ເຕີ​ບ​ໂຕ 6% (ດ້ວຍ​ຂະ​ແໜງ​ຕ່ຳ​ແຜ່ນ) ແລະ 14% (ດ້ວຍ​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິ​ບ)ໃນ​ປີ 2030. ດັ່ງ​ນັ້ນ, ບັນ​ດາ​ຜົນ​ສຳ​ເລັດ​ນີ້​ກໍ່​ຈະ​ມີ​ຢູ່​ຕະຫຼາດ​ອັງ​ກິດ​ຜ່ານ​ສັນ​ຍາ UKVFTA.

ປັດ​ຈຸ​ບັນ, ຂະ​ແໜງນີ້​ຍັງ​ຄົງ​ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ຢ່າງ​ຍິ່ງ​ເພື່ອ​ພັດ​ທະ​ນາ ແລະ ​ເພີ່ມ​ຂຶ້ນ​ວົງ​ເງິນ. ນອກ​ຈາກ​ນັ້ນ, ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ວັດ​ສະ​ດຸ​ຊີ້ນ​ຈາກ​ສ.ເກົາຫຼີ ແລະ EU ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ເພື່ອ​ຊຸກ​ຍູ້​ການ​ເປີດ​ກ້​ວາງ​ແຫຼ່ງ​ສະ​ໜອງວັດ​ສະ​ດຸ​ໃນ​ຂະ​ແໜງ ເພື່ອ​ຍາດ​ແຍ້ງ​ໄດ້​ບຸ​ລິ​ມະ​ສິດ. ດ້ວຍ UKVFTA, ຫວຽດ​ນາມ​ຈະ​ມີ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢ່າງ​ແຮງ​ຈາກ​ຈີນ, ອິນ​ເດຍ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ.

ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ອາດຈະຫັນແຫຼ່ງວັດສະດຸຸເປັນຫຼາຍຮູບແບບ ດ້ວຍການນຳເຂົ້າຈາກຍີ່ປຸ່ນ, ສ.ເກົາຫຼີເພື່ອສົ່ງອອກໄປຍັງອັງກິດ, EU ເຊິ່ງຍັງຄົງໄດ້ຊົມໃຊ້ອັດຕາພາສີບຸລິມະສິດ. ນີ້ແມ່ນທ່າແຮງເຊິ່ງຫຼາຍປະເທດໃນພາກພື້ນອາຊຽນບໍ່ມີ. ກຸ່ມ EU, ອັງກິດ, ຈີນ, ອາເມລິກາ…ຈະແມ່ນບັນດາຕະຫຼາດແຖວໜ້າ ແລະ ສະຫະສະມາຄົມຈະມີບັນດາແຜນການລະອຽດເພື່ອພ້ອມກັບວິສາຫະກິດຍູ້ແຮງການຄ້າ, ການສົ່ງອອກ.

ສ ນຍາ ukvfta ນຳມາເຊ ງຜ ນປະໂຫຍດມາໃຫ ຂະແໜງຕ ຳແຜ ນຕ ດຫຍ ບ ແລະ ເກ ບໜ ງ ຫວຽດນາມ ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ​ຈາກ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ

ຍ​ສໝ - ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນຜູ້​ໂດຍ​ສານ​ທຸກ​ຄົນ​ໄດ້​ຮັບ​ການ​ກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ.

ສ ນຍາ ukvfta ນຳມາເຊ ງຜ ນປະໂຫຍດມາໃຫ ຂະແໜງຕ ຳແຜ ນຕ ດຫຍ ບ ແລະ ເກ ບໜ ງ ຫວຽດນາມ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂອ້ລົມທາງໂທລະສັບກັບ ອະດີດນາຍົກລັດຖະມົນຕີ ອັງກິດ

ຍ​ສ​ໝ - ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ທິງ ຢັ້ງ​ຢືນ​ວ່າ ກາ​ນ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ການ​ຮ່ວມ​ມື​ໃນ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ ແມ່ນ​ບັນ​ດາ​ກຳ​ນົດ​ທິດ​ບຸ​ລິ​ມະ​ສິດ ຂອງ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສ ນຍາ ukvfta ນຳມາເຊ ງຜ ນປະໂຫຍດມາໃຫ ຂະແໜງຕ ຳແຜ ນຕ ດຫຍ ບ ແລະ ເກ ບໜ ງ ຫວຽດນາມ ການ​ເຈ​ລະ​ຈ​າ ສັນ​ຍາ FTA ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2020

ຍ​ສ​ໝ - ທ່ານ ຮ່​ວາງກ໊ວກ​ເວື້ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໄດ້​ເນັ້ນ​ໜັກວ່າ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ແມ່ນ​ຕະຫຼາດ​ສຳ​ຄັນ ແລະ ຍາ​ມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ຂອງ​ຫວຽດ​ນາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.