ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ຢູແກຼນ ໃນອາຊຽນ

10:47 | 25/12/2020

ຍ​ສ​ໝ - ໃນການພົບປະ,ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການ ກໍ່​ຄື​ບັນ​ດາມາດຕະການຕ່າງໆເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ.

ຫວຽດນາມແມ ນຄ ຮ ວມມ ສຳຄ ນຂອງ ຢ ແກ ນ ໃນອາຊຽນ ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ຢູ​ແກຼນ ໃນຫຼາຍ​ຂົງ​ເຂດ
ຫວຽດນາມແມ ນຄ ຮ ວມມ ສຳຄ ນຂອງ ຢ ແກ ນ ໃນອາຊຽນ ຢູ​ແກຼນ​ຢາກ​ຮັດ​ແໜ້ນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ແລະ ອາ​ຊຽນ​ໃຫ້ຫຼາຍ​ກ່​ວາ​ອີກ
ຫວຽດນາມແມ ນຄ ຮ ວມມ ສຳຄ ນຂອງ ຢ ແກ ນ ໃນອາຊຽນ

ທ່ານ ຫງວຽນ​ຮົ່ງ​ແທັ້ງ​ເອກ​ອັກ​ຄະ​ລັດ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ແລະ​ທ່ານ Chyzhykov, ປະທານ UCCI

(ພາບ: TTXVN)

ອາ​ທິດ​ຜ່ານ​ມາ, ທ່ານ ຫງວຽນ​ຮົ່ງ​ແທັ້ງ​ເອກ​ອັກ​ຄະ​ລັດ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຢູ​ແກຼນ (UCCI). ເຂົ້າຮ່ວມກອງປະຊຸມມີທ່ານ Gennandiy Chyzhykov, ປະທານ UCCI; ທ່ານ Valeriy Korol, ຮອງປະທານ UCCI ຮັບຜິດຊອບວຽກງານການຕ່າງປະເທດ.

ໃນການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການ ກໍ່​ຄື​ບັນ​ດາມາດຕະການຕ່າງໆເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ. ທ່ານ Chyzhykov ໃຫ້ຮູ້ວ່າ ນະໂຍບາຍໃນປະຈຸບັນຂອງຢູແກຼນ ແມ່ນຊຸກຍູ້ການພົວພັນກັບອາຊີຕາເວັນອອກ, ໃນນັ້ນອາຊຽນແມ່ນໜຶ່ງໃນບັນດາຈຸດສຸມ ແລະ ຫວຽດນາມແມ່ນຄູ່ຮ່ວມມືສຳ ຄັນຂອງຢູແກຼນໃນອາຊຽນ.

ສອງຝ່າຍກໍ່ໄດ້ແລກປ່ຽນບາງຂໍ້ລິເລີ່ມເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດຄື: ການທ່ອງທ່ຽວ, ກະສິກຳ, ບໍ່ແຮ່, ພະລັງງານພະ​ລິດ​ຄືນ​ໃໝ່, ວິທະຍາສາດ, ອຸດສາຫະກຳປ້ອງກັນຊາດ ແລະການບໍລິການ… ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ, ຈະຮ່ວມມືຈັດຕັ້ງກອງປະຊຸມ ແລະ ກອງ​ປະ​ຊຸມສຳ ມະນາທາງອອນ​ລາຍເຊື່ອມຕໍ່ທຸລະກິດຂອງສອງປະເທດ.

ແລະ​ກໍ່​ຫວ່າງ​ແລ້ວນີ້, ເວັບໄຊ modernpolicy.eu ໄດ້ລົງບົດຂຽນຂອງທ່ານສາດສະດາຈານ Pankaj Jha ຢູ່ມະຫາວິທະຍາໄລ O.P Jindal Global (ອິນເດຍ), ໃນນັ້ນໄດ້ຕີລາຄາວ່າ ບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ, ອາເມເລິກາ ຈຶງເພີ່ມທະວີການກະທົບຊຶ່ງກັນແລະກັນກັບ ອາຊຽນ ໃນປີ 2020.

ກໍ່ຕາມທ່ານສາດສະດາຈານ Pankaj Jha ແລ້ວ, ການເຈລະຈາລະຫວ່າງ ອາເມລິກາ-ອາຊຽນ ຄັ້ງທີ 33, ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາໄດ້ເນັ້ນໜັກວ່າ ຄວາມຈຳເປັນຂອງລະບຽບຫຼັກການທີ່ຈະແຈ້ງ ແລະ ໂປ່ງໃສແມ່ນອີງໃສ່ບົນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ເຫັນດີກັບຄຳຕັດສິນປີ 2016 ຂອງສານອະນຸຍາໂຕຕຸລາການ (PCA) ໃນການຮ້ອງຟ້ອງກ່ຽວຂ້ອງເຖິງທະເລຕາເວັນອອກ.

ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ອາຊຽນ ສາມາດຮັບມືກັບໂລກລະບາດໂຄວິດ-19 ແລະ ອາເມລິກາ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄວາມອາດສາມາດຟື້ນຟູຂອງ ອາຊຽນ. ອາເມລິກາ ກໍ່ໃຫ້ຄຳໝັ້ນສັນຍາສະໜອງເງິນກວ່າ 87 ລ້ານ USD ໃຫ້ແກ່ການບໍລິການການແພດສຸກເສີນ, ຢຸກຢາ ແລະ ການເຄື່ອນໄຫວຊ່ວຍເຫຼືອປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນ ອາຊຽນ.

ຄຽງຄູ່ກັນນັ້ນ, ທ່ານ Pankaj Jha ຖືວ່າ ໂຄງການຮ່ວມມືກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ລະຫວ່າງ ອົງການພັດທະນາສາກົນ ອາເມລິກາ (USAID) ແລະ 11 ມະຫາວິທະຍາໄລຂອງ ຫວຽດນາມ ຈະຊ່ວຍຫັນສະຖາບັນຄົ້ນຄ້ວາເຕັກໂນໂລຢີ ແລະ ເຕັກນິກຕ່າງໆຂອງ ຫວຽດນາມ ເປັນທັນສະໄໝ. ເລື່ອງນີ້ຈະຊຸກຍູ້ ຫວຽດນາມ ໃຫ້ກາຍເປັນສູນເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນຢູ່ ອາຊຽນ. ນອກຈາກນັ້ນ, ພາຍໃຕ້ບົດບາດນຳພາຂອງ ຫວຽດນາມ ໃນປີຜ່ານມາ, ອາຊຽນ ກໍ່ໄດ້ສະເໜີໃຫ້ມີການຄົ້ນຄ້ວາ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບຂົງເຂດການເດີນເຮືອກັບ ອາເມລິກາ.

ຫວຽດນາມແມ ນຄ ຮ ວມມ ສຳຄ ນຂອງ ຢ ແກ ນ ໃນອາຊຽນ ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ III

ຍ​ສ​ໝ - ໃນ​ອາ​ຍຸ​ການນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ບ​ັນ​ດາ​ການ​ເຄື່ອນ​ໄຫວ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ພ້ອມ​ກັນ​ພັດ​ທະ​ນາ​ລະ​ຫວ່າງ ສອງ​ປະ​ເທດ, 2 ຊາດ ຫວຽດ​ນາມ - ຢູ​ແກຼນ.

ຫວຽດນາມແມ ນຄ ຮ ວມມ ສຳຄ ນຂອງ ຢ ແກ ນ ໃນອາຊຽນ ຊຸກຍູ້ການຮ່ວມມືດ້ານເຕັກນິກການທະຫານລະຫວ່າງຫວຽດນາມ - ຢູແກຼນ

ຍ​ສ​ໝ - ທ່ານ Vadym Nozdria ຜູ້​ອຳນວຍການໃຫຍ່ບໍລິສັດ Ukrspecexport ໃຫ້ຮູ້ວ່າການເປີດກວ້າງແລະພັດທະນາການຮ່ວມມືກັບຫວຽດນາມແມ່ນໜຶ່ງໃນບັນດາບຸລິມະສິດຂອງບໍລິສັດ.

ຫວຽດນາມແມ ນຄ ຮ ວມມ ສຳຄ ນຂອງ ຢ ແກ ນ ໃນອາຊຽນ ພະຍາດ COVID-19: ພົນລະເມືອງຫວຽດນາມຫລາຍກວ່າ 240 ຄົນຈາກຢູແກຼນ ໄດ້ກັບຄືນປະເທດ

ຍສໝ - ໃນສອງມື້ວັນທີ 31 ສິງຫາ ແລະ ວັນທີ 1 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຢູແກຼນ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າ 240 ຄົນໄດ້ກັບຄືນບ້ານຢ່າງປອດໄພ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.