ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ - ໄທ ໃຫ້ນັບມື້ນັບຂະຫຍາຍຕົວ

17:30 | 28/02/2020

ຍສໝ - ຕອນບ່າຍວັນທີ 26 ກຸມພາ, ທີ່ສຳນັກງານໃຫຍ່ກະຊວງສຶກສາ ແລະ ບຳລຸງສ້າງ, ທ່ານລັດຖະມົນຕີ ທ່ານ ຝູ່ງຊວັນຍະ ໄດ້ໃຫ້ການຕ້ອນຮັບທ່ານ Tanee Sangrat ເອກອັກຄະລັດຖະທູດໄທປະຈຳ ຫວຽດນາມ, ໂດຍປຶກສາຫາລືກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງລະຫວ່າງສອງປະເທດ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຝູ່ງຊວັນຍະ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ທ່ານ Tanee Sangrat ຊຸກຍູ້ເພື່ອໃຫ້ 2 ປະເທດໄດ້ລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືການສຶກສາທີ່ໄດ້ລົງນາມໃນປີ 2004 ຄືນໃໝ່ໂດຍໄວ; ສືບຕໍ່ໜູນຊ່ວຍບັນດາໂຄງການ, ລາຍການທີ່ພວມໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ ເປັນຕົ້ນແມ່ນຫຼັກສູດການສອນພາສາໄທ ຢູ່ຕາມໂຮງຮຽນມະຫາວິທະຍາໄລຂອງ ຫວຽດນາມ; ໜູນຊ່ວຍຍູ້ແຮງການສິດສອນພາສາ ຫວຽດ ຢູ່ ໄທ; ໜູນຊ່ວຍກະຊວງສຶກສາ ແລະ ບຳລຸງສ້າງໃນການສ້າງຕັ້ງສູນພາສາ ແລະ ການສຶກສາ ຫວຽດນາມ ຢູ່ ໄທ.

ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ - ໄທ ໃຫ້ນັບມື້ນັບຂະຫຍາຍຕົວ

ທ່ານລັດຖະມົນຕີ ຝູ່ງຊວັນຍະ ໄດ້ມອບຂອງຂວັນທີ່ລະນຶກໃຫ້ທ່ານ Tanee Sangrat ເອກອັກຄະລັດຖະທູດໄທຄົນໃໝ່ ປະຈຳ ຫວຽດນາມ. (ພາບ: giaoducthoidai)

ສ່ວນທ່ານເອກອັກຄະລັດຖະທູດ ທ່ານ Tanee Sangrat ໃຫ້ຮູ້ວ່າ: ຄາດວ່າໃນປີ 2020 ກະຊວງສຶກສາ ໄທ ຈະຈັດຕັ້ງກອງປະຊຸມສຳມະນາ ເພື່ອໃຫ້ຄູອາຈານ ຫວຽດນາມ ແລະ ຄູອາຈານບັນດາປະເທດ ອາຊຽນ ໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວິທີສິດສອນ; ໃນປີນີ້, ສະຖານທູດ ໄທ ປະຈຳ ຫວຽດນາມ ກໍ່ຈະຈັດຕັ້ງກອງປະຊຸມຫວນຄືນ 20 ປີແຫ່ງການສິດສອນພາສາໄທ ຢູ່ ຫວຽດນາມ, ພ້ອມກັນນັ້ນ ຈະຈັດຕັ້ງເວທີປາໄສການສຶກສາໄທ ຢູ່ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງຄູອາຈານທີ່ມາຈາກບັນດາມະຫາວິທະຍາໄລຂອງໄທ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.