ປະຊາຄົມຊາວຫວຽດນາມ ອາໄສ ໄທ ບໍລິຈາກເງິນ ໄດ້ປະມານ 3,7 ຕື້ດົ່ງ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ສສ.ຫວຽດນາມ

09:40 | 05/11/2020

ຍສໝ - ວັນທີ 1 ພະຈິກ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກໄທ ໄດ້ຈັດຕັ້ງພິທີຮັບເງິນບໍລິຈາກຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທີ່ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ.

ປະຊາຄ ມຊາວຫວຽດນາມ ອາໄສ ໄທ ບ ລ ຈາກເງ ນ ໄດ ປະມານ 3 7 ຕ ດ ງ ສະໜ ບສະໜ ນພ ແມ ປະຊາຊ ນພາກກາງ ສສ ຫວຽດນາມ ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ - 19 ເພື່ອພັດທະນາເສດຖະກິດ ຫວຽດນາມ
ປະຊາຄ ມຊາວຫວຽດນາມ ອາໄສ ໄທ ບ ລ ຈາກເງ ນ ໄດ ປະມານ 3 7 ຕ ດ ງ ສະໜ ບສະໜ ນພ ແມ ປະຊາຊ ນພາກກາງ ສສ ຫວຽດນາມ ສະຖານທູດ ຫວຽດນາມ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ຈັດຕັ້ງການບໍລິຈາກເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ
ປະຊາຄ ມຊາວຫວຽດນາມ ອາໄສ ໄທ ບ ລ ຈາກເງ ນ ໄດ ປະມານ 3 7 ຕ ດ ງ ສະໜ ບສະໜ ນພ ແມ ປະຊາຊ ນພາກກາງ ສສ ຫວຽດນາມ
ປະຊາຄົມຊາວຫວຽດນາມ ອາໄສ ໄທ ບໍລິຈາກເງິນ ໄດ້ປະມານ 3,7 ຕື້ດົ່ງ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ສສ.ຫວຽດນາມ.ພາບ: nhandan.com.vn

ທ່ານ ຈິ້ງກາວເຊີນ ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ໄທ ແບ່ງປັນວ່າ ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງຢູ່ພາກກາງ, ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ໄທ ໄດ້ປຸກລະດົມຂະບວນການບໍລິຈາກສະໜັບສະໜູນເຖິງ 26 ສາຂາຂອງສະມາຄົມໃນທົ່ວປະເທດໄທ ແລະໄດ້ຮັບການຕອບສະໜອງຢ່າງກວ້າງຂວາງຂອງພໍ່ແມ່ປະຊາຊົນເປັນຈໍານວນຫຼວງຫຼາຍ. ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ໄທ ບໍລິຈາກເງິນໄດ້ ປະມານ 3,7 ຕື້ດົ່ງ.

ເມື່ອບໍ່ດົນມານີ້, ປະຊາຄົມຊາວຫວຽດນາມອາໄສ ຢູ່ ເຢຍລະມັນ ໄດ້ຈັດຕັ້ງ ຫຼື ເຂົ້າຮ່ວມບັນດາກິດຈະກໍາຂົນຂວາຍ, ບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນພາກກາງຖືກຜົນສະທ້ອນຢ່າງໜັກໜ່ວງຈາກໄພນໍ້າຖ້ວມ. ມາຮອດປະຈຸບັນຈໍານວນເງິນບໍລິຈາກໄດ້ຂຶ້ນເຖິງປະມານ 9 ຕື້ດົ່ງ. ນີ້ແມ່ນສາຍໃຈທີ່ໜ້າເຄົາລົບນັບຖືຂອງຊາວຫວຽດນາມ ອາໄສຢູ່ເຢຍລະມັນ ສົ່ງເມືອປະເທດເພື່ອຮ່ວມແຮງຮ່ວມໃຈໜູນຊ່ວຍພໍ່ແມ່ປະຊາຊົນພາກກາງບັນເທົາຄວາມທຸກໂສກ, ສູນເສຍຈາກໄພນໍ້າຖ້ວມ.

ຕອນເຊົ້າວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ Molave ຢູ່ບັນດາແຂວງ ກວາງງ້າຍ ແລະ ກວາງນາມ. ທ່ານນາຍົກລັດຖະມົນຕີ ກໍ່ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບັນດາຄູອາຈານ ແລະ ນັກຮຽນຢູ່ເມືອງບິ່ງເຊີນ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພາຍຸຫົວດັ່ງກ່າວ.

ປະຊາຄ ມຊາວຫວຽດນາມ ອາໄສ ໄທ ບ ລ ຈາກເງ ນ ໄດ ປະມານ 3 7 ຕ ດ ງ ສະໜ ບສະໜ ນພ ແມ ປະຊາຊ ນພາກກາງ ສສ ຫວຽດນາມ
ພາບປະກອບ

ເມື່ອໄປຢ້ຽມຢາມພໍ່ແມ່ປະຊາຊົນຢູ່ຕາແສງ ຕາມກວາງ, ເມືອງ ນຸ໊ຍແທັ່ງ, ແຂວງກວາງນາມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາກຳລັງກອງທັບ, ຕຳຫຼວດ ຈົ່ງຮີບເຮັ່ງໜູນຊ່ວຍປະຊາຊົນ ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ; ພິເສດແມ່ນຍູ້ໄວການຟື້ນຟູພື້ນຖານໂຄງລ່າງຢູ່ບັນດາໂຮງໝໍ, ໂຮງຮຽນ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ແຂວງ ກວາງນາມ ແລະ ເມືອງ ນຸ໊ຍແທັ່ງ ສະຫງວນແຫຼ່ງເງິນໜູນຊ່ວຍຈາກສູນກາງ, ບັນດາແຫຼ່ງເງິນກູ້ຊ່ວຍ ເພື່ອໜູນຊ່ວຍໃຫ້ແກ່ປະຊາຊົນ, ບໍ່ປະໃຫ້ປະຊາຊົນຖືກອຶດຫິວ, ບໍ່ມີບ່ອນຢູ່ອາໄສ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໄປຢື້ຢາມຖາມຂ່າວບັນດາຜູ້ຮັບບາດເຈັບທີ່ພວມປິ່ນປົວຢູ່ໂຮງໝໍຫຼາຍຂະແໜງແຂວງກວາງນາມ.

ທີ່ກອງປະຊຸມໃນວັນທີ 02 ພະຈິກ, ຢູ່ຮ່າໂນ້ຍ ກ່ຽວກັບການຮັບມືກັບພາຍຸ Goni, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ປະທານຄະນະກຳມະການແຫ່ງຊາດຮັບມືກັບການເກີດເຫດຈາກໄພທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ, ໄດ້ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນ, ນອກຈາກເລື່ອງເປັນເຈົ້າການຮັບມືກັບພາຍຸ Goni ແລ້ວ, ຄວນສືບຕໍ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນ້ຳຖ້ວມ ແລະ ພາຍຸຫົວທີ 9 (Molave) ທີ່ຜ່ານມາ.

ປະຊາຄ ມຊາວຫວຽດນາມ ອາໄສ ໄທ ບ ລ ຈາກເງ ນ ໄດ ປະມານ 3 7 ຕ ດ ງ ສະໜ ບສະໜ ນພ ແມ ປະຊາຊ ນພາກກາງ ສສ ຫວຽດນາມ ຊາວຫວຽດນາມ ອາໄສ ຢູ່ ກຳປູເຈຍ ບໍລິຈາກເງິນສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ

ຕອນບ່າຍວັນທີ 21 ຕຸລາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Preah Sihanouk ຢູ່ ກຳປູເຈຍ ໄດ້ຈັດຕັ້ງການບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມປີ 2020.

ປະຊາຄ ມຊາວຫວຽດນາມ ອາໄສ ໄທ ບ ລ ຈາກເງ ນ ໄດ ປະມານ 3 7 ຕ ດ ງ ສະໜ ບສະໜ ນພ ແມ ປະຊາຊ ນພາກກາງ ສສ ຫວຽດນາມ ຫວຽດນາມ ໄດ້ມອບໃບຢັ້ງຢືນການສຳເລັດການແຍກອອກຫ່າງ ໃຫ້ນັກສຶກສາລາວ ຈຳນວນ 7 ຄົນ

ຍສໝ - ພາຍຫຼັງປະຕິບັດການແຍກຫ່າງພາຍໃນ 14 ມື້ ແລະ ການທົດສອບວິເຄາະ 2 ຄັ້ງດ້ວຍຜົນການວິໄຈບໍ່ມີປະກົດການຂອງພະຍາດ SASR-CoV-2, ນັກສຶກສາລາວຈຳນວນ 7 ຄົນທີ່ກຳລັງສຶກສາຢູ່ມະຫາວິທະຍາໄລ ໃຕຫງວຽນ ໄດ້ຮັບໃບຢັ້ງຢືນການສຳເລັດການແຍກອອກຫ່າງ ແລະ ໄດ້ກັບຄືນໄປໂຮງຮຽນ.

ປະຊາຄ ມຊາວຫວຽດນາມ ອາໄສ ໄທ ບ ລ ຈາກເງ ນ ໄດ ປະມານ 3 7 ຕ ດ ງ ສະໜ ບສະໜ ນພ ແມ ປະຊາຊ ນພາກກາງ ສສ ຫວຽດນາມ ຮັບຮອງເອົາເນື້ອໃນຂອງບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດການສຶກສາລະຫວ່າງ ໄທ ແລະ ຫວຽດນາມ

ຍ​ສ​ໝ - ມະຕິດັ່ງກ່າວອະນຸຍາດໃຫ້ການນຳຂອງກະຊວງສຶກສາ ແລະ ບຳລຸງສ້າງ ເປັ​ນ​ຕາງ​ໜ້າ​ຂອງ​ລັດ​ຖະ​ບານ​ເຊັນບົດ​ບັນ​ທຶກ​ຊ່ວຍ​ຈຳ​ກັບ​ຜູ້​ຕາງ​ໜ້າ​ຂອງທີ່ໄດ້ຮັບໜ້າ​ທີ່ຈາກລັດຖະບານແຫ່ງຣາຊະອານາຈັກໄທກ່ຽວກັບການຮ່ວມມືດ້ານການສຶກສາ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.