​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ລາຍ​ງານ​ໝາກ​ຜົນ​ການ​ຮ່ວມ​ມື ຕໍ່​ການ​ນຳ​ຂັ້ນ​ສູງ​ລາວ

10:17 | 02/12/2020

ຍ​ສ​ໝ - ບັນດາການນຳຂັ້ນສູງລາວ ໄດ້ຕີລາຄາສູງຕໍ່ເລື່ອງ ກະຊວງການຕ່າງປະເທດ ສອງປະເທດໄດ້ຮັກສາກົນໄກຮ່ວມມືສຳຄັນເປັນປະຈຳເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ບົນເນື້ອໃນຈິດໃຈກົງໄປກົງມາ, ໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າການເປັນເສນາທິການໃຫ້ແກ່ການນຳພັກ, ລັດ ຂອງ ແຕ່ລະຝ່າຍ ໃນນັ້ນມີວຽກງານການຕ່າງປະເທດ

ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຫວຽດ ນາມ ລາຍ ງານ ໝາກ ຜ ນ ການ ຮ ວມ ມ ຕ ການ ນຳ ຂ ນ ສ ງ ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ
ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຫວຽດ ນາມ ລາຍ ງານ ໝາກ ຜ ນ ການ ຮ ວມ ມ ຕ ການ ນຳ ຂ ນ ສ ງ ລາວ ກອງ​ປະ​ຊຸມ​ລະ​ຫວ່າງ 10 ປະ​ເທດ​ກຳ​ມະ​ການ​ບໍ່​ປະ​ຈຳ​ການໃນປັດ​ຈຸ​ບັນ (E10) ແລະ 5 ປະ​ເທດ​ຫາກໍ່​ໄດ້ຮັບ​ການ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ການ (I5)
ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຫວຽດ ນາມ ລາຍ ງານ ໝາກ ຜ ນ ການ ຮ ວມ ມ ຕ ການ ນຳ ຂ ນ ສ ງ ລາວ
ທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ​ສີ​ສຸ​ລິດ (ພາບ: ກ​ະ​ຊວງ​ການ​ຕ່າງ​ປະ​ເທດ)

ໃນຂອບເຂດການຢ້ຽມຢາມ ລາວຢ່າງເປັນທາງການ ແລະ ກອງປະຊຸມປຶກສາຫາລືດ້ານການເມືອງ ປະຈຳປີ ຂັ້ນລັດຖະມົນຕີ ການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 7, ວັນທີ 30 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້.

ທີ່ບັນດາການພົບປະ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ລາຍງານຕໍ່ການນຳຂັ້ນສູງລາວ ກ່ຽວກັບໝາກຜົນຂອງກອງປະຊຸມປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດລາວ ເມື່ອວັນທີ 29 ພະຈິກ 2020, ທ່ານກໍ່ຢັ້ງຢືນວ່າ ກະຊວງການຕ່າງປະເທດສອງປະເທດຈະມານະພະຍາຍາມສົມທົບກັບບັນດາກະຊວງ, ຂະແໜງການສອງຝ່າຍສືບຕໍ່ປະຕິບັດບັນດາຂໍ້ຕົກລົງ, ລາຍການ ແລະ ໂຄງການຮ່ວມມື ຫວຽດນາມ ລາວ ໃຫ້ເປັນຢ່າງດີ, ພ້ອມທັງຕັ້ງໜ້າກະກຽມໃຫ້ແກ່ບັນດາການເຄື່ອນໄຫວທາງການທູດສຳຄັນຂອງສອງປະເທດ ໃນເດືອນທັນວາຈະມາເຖິງ, ໃນນັ້ນມີກອງປະຊຸມຄັ້ງທີ 43 ຂອງ ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ.

ສ່ວນບັນດາການນຳຂັ້ນສູງລາວ ໄດ້ຕີລາຄາສູງຕໍ່ເລື່ອງ ກະຊວງການຕ່າງປະເທດ ສອງປະເທດໄດ້ຮັກສາກົນໄກຮ່ວມມືສຳຄັນເປັນປະຈຳເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ບົນເນື້ອໃນຈິດໃຈກົງໄປກົງມາ, ໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າການເປັນເສນາທິການໃຫ້ແກ່ການນຳພັກ, ລັດ ຂອງ ແຕ່ລະຝ່າຍ ໃນນັ້ນມີວຽກງານການຕ່າງປະເທດ, ການນຳລາວກໍ່ຢັ້ງຢືນວ່າ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບ ຫວຽດນາມ.

ແລະກໍ່ໃນວັນດຽວກັນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງສະພາແຫ່ງຊາດລາວ ຫຼັງໃໝ່, ເຂົ້າຮ່ວມການເຮັດວຽກກັບທ່ານຮອງປະທານສະພາແຫ່ງຊາດ ລາວ ສົມພັນ ແພງຄຳມີ…

ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຫວຽດ ນາມ ລາຍ ງານ ໝາກ ຜ ນ ການ ຮ ວມ ມ ຕ ການ ນຳ ຂ ນ ສ ງ ລາວ ຮູບຖ່າຍກວ່າ 100 ແຜ່ນ ແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ ...

ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຫວຽດ ນາມ ລາຍ ງານ ໝາກ ຜ ນ ການ ຮ ວມ ມ ຕ ການ ນຳ ຂ ນ ສ ງ ລາວ ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ...

ຮອງ ນາ ຍ ກ ລ ດ ຖະ ມ ນ ຕ ລ ດ ຖະ ມ ນ ຕ ກະ ຊວງ ການ ຕ າງ ປະ ເທດ ຫວຽດ ນາມ ລາຍ ງານ ໝາກ ຜ ນ ການ ຮ ວມ ມ ຕ ການ ນຳ ຂ ນ ສ ງ ລາວ ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.