| ເວທີປາໄສອະນາຄົດອາຊຽນ 2026: ຂີດໝາຍຂອງຫວຽດນາມ ແລະ ສານແຫ່ງຄວາມສາມັກຄີພາກພື້ນ | |
| ທ່ານນາຍົກແຫ່ງ ສປປ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AFF 2026 |
ຢາລາຍ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ຮ່ວມກັບ 4 ແຂວງພາກໃຕ້ຂອງລາວ
ຄະນະກຳມະການປະຊາຊົນແຂວງ ຢາລາຍ ຫາກໍປະກາດໃຊ້ ແຜນການຜັນຂະຫຍາຍບັນດາຄາດໝາຍຈຸດສຸມພາຍໃດປີ 2026 ແນໃສ່ຫັນບັນດາບົດບັນທຶກຄວາມເຂົ້າໃຈການຮ່ວມມືໄລຍະປີ 2026-2030 ທີ່ໄດ້ລົງນາມຮ່ວມກັບ ອຳນາດການປົກຄອງ 4 ແຂວງພາກໃຕ້ຂອງລາວ ໃຫ້ເປັນຮູບປະທຳ, ລວມມີ: ອັດຕະປື, ຈຳປາສັກ, ສາລະວັນ ແລະ ເຊກອງ.
ເນື້ອໃນແຜນການແມ່ນໄດ້ຮັບການຜັນຂະຫຍາຍຢູ່ບົນຫຼາກຫຼາຍຂົງເຂດອັນສຳຄັນ. ອີງຕາມແຜນການດັ່ງກ່າວ, ພາຍໃດຂົງເຂດການສຶກສາ ແລະ ການອົບຮົມບຳລຸງສ້າງ, ແຂວງ ຢາລາຍ ຈະສືບຕໍ່ຈັດຕັ້ງປະຕິບັດແຜນງານທຶນການສຶກສາ ທີ່ມອບໃຫ້ແກ່ນັກສຶກສາຕ່າງປະເທດຈາກແຂວງ ຈຳປາສັກ ຕາມບົດບັນທຶກຂໍ້ຕົກລົງທີ່ໄດ້ລົງນາມກັນໃນຜ່ານມາ.
ໃນຂະນະດຽວກັນ, ທາງແຂວງຈະສະໜອງທຶນການສຶກສາທັງໝົດຈຳນວນ 80 ທຶນ ໃຫ້ແກ່ນັກສຶກສາທີ່ມາຈາກ 4 ແຂວງພາກໃຕ້ຂອງລາວ ເພື່ອເຂົ້າຮ່ວມການສຶກສາຮ່ຳຮຽນຢູ່ທີ່ບັນດາສະຖາບັນການສຶກສາອົບຮົມພາຍໃດຂອບເຂດທົ່ວແຂວງ, ລວມມີ 36 ທຶນ ຢູ່ທີ່ ມະຫາວິທະຍາໄລ ກຸຍເຍີນ (Quy Nhon University) (ພາຍໃດນັ້ນມີ 8 ທຶນປະລິນຍາໂທ ແລະ 28 ທຶນປະລິນຍາຕີ), 24 ທຶນ ຢູ່ທີ່ ວິທະຍາໄລເຕັກນິກເຕັກໂນໂລຊີ ກຸຍເຍີນ (Quy Nhon Vocational College of Technology) Ext 20 ທຶນ ຢູ່ທີ່ ວິທະຍາໄລສາທາລະນະສຸກ ຢaລາຍ (Gia Lai Medical College).
![]() |
| ທະຫານເສນາຣັກ ກອງບັນຊາການທະຫານແຂວງ ຢາລາຍ ກວດພະຍາດ, ແຈກຢາຍຢາປົວພະຍາດໂດຍບໍ່ຄິດມູນຄ່າ ໃຫ້ແກ່ປະຊາຊົນແຂວງ ອັດຕະປື. (ພາບ: ໜັງສືພິມ ຢາລາຍ) |
ພາຍໃດຂົງເຂດສາທາລະນະສຸກ, ແຂວງ ຢາລາຍ ຈະສົ່ງຊ່ຽວຊານທາງດ້ານການແພດເດີນທາງໄປສະໜັບສະໜູນດ້ານວິຊາສະເພາະ ແລະ ຖ່າຍທອດເຕັກນິກໃຫ້ແກ່ບັນດາແຂວງພາກໃຕ້ຂອງລາວ; ໃນຂະນະດຽວກັນ ກໍຈະຮັບເອົາ ແລະ ຈັດຕັ້ງບັນດາຊຸດອົບຮົມບຳລຸງສ້າງດ້ານວິຊາສະເພາະ ໃຫ້ແກ່ຖິ້ມງານພະນັກງານສາທາລະນະສຸກ ຂອງ 4 ແຂວງເພື່ອນມິດ. ທາງແຂວງກໍຈະຮັບເອົານັກສຶກສາຂະແໜງການແພດ ຂອງແຂວງ ສາລະວັນ ເດີນທາງມາຝຶກງານ ແລະ ຖອດຖອນບົດຮຽນປະສົບການ ຢູ່ທີ່ບັນດາສະຖານທີ່ທາງດ້ານສາທາລະນະສຸກ ພາຍໃດຂອບເຂດທົ່ວແຂວງ.
ພາຍໃດຂົງເຂດການຮ່ວມມືດ້ານການລົງທຶນ, ທາງແຂວງ ຈະຈັດຕັ້ງບັນດາກຸ່ມເດີນທາງໄປສຳຫຼວດ, ຕີລາຄາທ່າແຮງບົ່ມຊ້ອນ ແລະ ຊອກຮູ້ໂອກາດການລົງທຶນ ຢູ່ທີ່ບັນດາແຂວງພາກໃຕ້ຂອງລາວ ແນໃສ່ຊຸກຍູ້ກິດຈະກຳການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການພັດທະນາວິສາຫະກິດ ລະຫວ່າງ ບັນດາທ້ອງຖິ່ນ.
ຂົງເຂດອຸດສາຫະກຳ ແລະ ການຄ້າ ຍັງຄົງໄດ້ຮັບການເອົາໃຈໃສ່ ໂດຍຜ່ານການຈັດຕັ້ງຄະນະປະຕິບັດງານ ຂອງພະແນກອຸດສາຫະກຳ ແລະ ການຄ້າ ພ້ອມກັບບັນດາພະແນກ, ຂະແໜງການ ແລະ ວິສາຫະກິດທີ່ກ່ຽວຂ້ອງ ເດີນທາງໄປເຮັດວຽກຢູ່ທີ່ 4 ແຂວງພາກໃຕ້ຂອງລາວ. ເນື້ອໃນການເຮັດວຽກ ລວມມີການລົງນາມບັນດາບົດບັນທຶກຄວາມເຂົ້າໃຈພາຍໃດການປະສານງານ, ການສຳຫຼວດຕະລາດ, ການສົ່ງເສີມການຄ້າ, ການເຊື່ອມຕໍ່ວິສາຫະກິດ, ການພັດທະນາການຄ້າເອເລັກໂຕຣນິກ ແລະ ການສະໜັບສະໜູນກິດຈະກຳການນຳເຂົ້າ-ສົ່ງອອກ.
ພາຍໃດຂົງເຂດກະສິກຳ, ແຂວງ ຢາລາຍ ຈະສົ່ງບັນດາຊ່ຽວຊານກ່ຽວກັບການລ້ຽງສັດ ແລະ ສັດວະແພດ ເດີນທາງໄປແນະນຳດ້ານເຕັກນິກ, ການປ້ອງກັນ ແລະ ຕ້ານພະຍາດລະບາດ ຢູ່ບົນຝູງສັດລ້ຽງ ແລະ ສັດປີກ. ໃນຂະນະດຽວກັນ, ກໍຈະຈັດຕັ້ງກອງປະຊຸມແລກປ່ຽນດ້ານວິຊາສະເພາະ, ແບ່ງປັນບົດຮຽນປະສົບການພາຍໃດການຄຸ້ມຄອງລັດ ຂົງເຂດການລ້ຽງສັດ ແລະ ສັດວະແພດ; ກໍ່ສ້າງບັນດາຮູບແບບການຜະລິດກະສິກຳທີ່ມີປະສິດທິຜົນ ຄື: ການປູກຜັກປອດໄພ, ການປູກເຂົ້າແບບທະວີຄູນທີ່ໄດ້ຮັບການປັບປຸງ; ຈັດຊຸດອົບຮົມບຳລຸງສ້າງເຕັກນິກການເພາະປູກພືດພັນ ແລະ ການລ້ຽງສັດ, ສັດປີກ ໃຫ້ແກ່ພະນັກງານ ແລະ ປະຊາຊົນຂອງບັນດາແຂວງເພື່ອນມິດ.
ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ, ແຂວງ ຢາລາຍ ຈະຈັດຕັ້ງບັນດາກຸ່ມສຳຫຼວດ ປະສົມປະສານກັບການອົບຮົມບຳລຸງສ້າງ ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນປ່ຽນເປັນດິຈິຕອນ ແລະ ປັນຍາປະດິດ (AI); ຍົກສູງສະມັດຖະພາບກ່ຽວກັບມາດຕະຖານ, ການວັດແທກ, ຄຸນນະພາບ; ໃນຂະນະດຽວກັນ ກໍຈະຖ່າຍທອດບັນດາຮູບແບບເຕັກນິກທີ່ກ້າວໜ້າ, ການປະຕິຮູບປະດິດສ້າງ ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.
ຂົງເຂດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຈະສຸມໃສ່ຈັດຕັ້ງບັນດາກິດຈະກຳແລກປ່ຽນວັດທະນະທຳ, ໂຄສະນາຄຸນຄ່າມູນເຊື້ອ, ເພີ່ມທະວີສາຍພົວພັນຄວາມສາມັກຄີລະຫວ່າງປະຊາຊົນບັນດາທ້ອງຖິ່ນ. ຄຽງຄູ່ກັນນັ້ນ ແມ່ນບັນດາແຜນງານແລກປ່ຽນ, ການແຂ່ງຂັນກິລາ; ການກໍ່ສ້າງບັນດາລາຍການທ່ອງທ່ຽວ, ເສັ້ນທາງການທ່ອງທ່ຽວເຊື່ອມຕໍ່ ແຂວງ ຢາລາຍ ຮ່ວມກັບບັນດາແຂວງພາກໃຕ້ຂອງລາວ; ປະສານງານກັນໂຄສະນາພາບພົດການທ່ອງທ່ຽວ ໂດຍຜ່ານບັນດາສິ່ງພິມ, ວິດີໂອກລິບ ແລະ ເວທີດິຈິຕອນ.
ສຳລັບວຽກງານຊາວໜຸ່ມ, ທາງແຂວງຈະຈັດຕັ້ງການລົງນາມ ແຜນງານການຮ່ວມມືໄລຍະປີ 2026-2030 ລະຫວ່າງ ຊາວໜຸ່ມປະຊາຊົນປະຕິວັດຫວຽດນາມແຂວງ ຢາລາຍ ແລະ ຊາວໜຸ່ມຂອງບັນດາແຂວງພາກໃຕ້ຂອງລາວ; ຈັດຕັ້ງງານມະຫະກຳຊາວໜຸ່ມ 5 ແຂວງ; ຢ້ຽມຊົມບັນດາຮູບແບບເສດຖະກິດຊາວໜຸ່ມທີ່ເປັນແບບຢ່າງ, ສະຖານທີ່ຮ່ອງຮອຍປະຫວັດສາດ, ສະຖານທີ່ທ່ອງທ່ຽວທຳມະຊາດ; ຜັນຂະຫຍາຍບັນດາກິດຈະກຳການເລີ່ມຕົ້ນທຸລະກິດ, ການສ້າງຕົວ ແລະ ການອົບຮົມບຳລຸງສ້າງແບບອອນລາຍ ກ່ຽວກັບການຫັນປ່ຽນເປັນດິຈິຕອນ, ປັນຍາປະດິດ ໃຫ້ແກ່ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນ.
ນອກຈາກນັ້ນ, ແຂວງ ຢາລາຍ ຈະສືບຕໍ່ປະສານງານຮ່ວມກັບບັນດາແຂວງພາກໃຕ້ຂອງລາວ ເພື່ອສະເໜີບັນຊີລາຍຊື່ບັນດາໂຄງການມິດຕະພາບ ເພື່ອສະໜັບສະໜູນການລົງທຶນກໍ່ສ້າງ ຫຼື ປັບປຸງບູລະນະພາຍໃດໄລຍະຕໍ່ໜ້າ.
ຢາລາຍ ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈການຮ່ວມມື ຮ່ວມກັບ ບັນດາແຂວງພາກຕາເວັນອອກສ່ຽງເໜືອຂອງກຳປູເຈຍ ພາຍໃດປີ 2026
ຄະນະກຳມະການປະຊາຊົນແຂວງ ຢາລາຍ ຫາກໍປະກາດໃຊ້ແຜນການຜັນຂະຫຍາຍ ບັນດາບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ແຂວງ ຢາລາຍ ຮ່ວມກັບ ບັນດາແຂວງພາກຕາເວັນອອກສ່ຽງເໜືອ ຂອງກຳປູເຈຍ ລວມມີ: ພຣະວິຫານ (Preah Vihear), ສະຕຶງແຕຣງ (Stung Treng) ແລະ ຣັດຕະນະຄີຣີ (Ratanakiri) ພາຍໃດປີ 2026 ແນໃສ່ຫັນບັນດາເນື້ອໃນການຮ່ວມມືໄລຍະປີ 2026-2030 ໃຫ້ເປັນຮູບປະທຳຕົວຈິງ.
ອີງຕາມແຜນການ, ສອງຝ່າຍຈະເພີ່ມທະວີການຮ່ວມມືຢູ່ບົນຫຼາກຫຼາຍຂົງເຂດ ຄື ເສດຖະກິດ, ການລົງທຶນ, ການຄ້າ, ການຄົມມະນາຄົມຂົນສົ່ງ, ກະສິກຳ, ວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ວິທະຍາສາດເຕັກໂນໂລຊີ ແລະ ການຕ່າງປະເທດ.
![]() |
| ຄະນະຜູ້ແທນຂັ້ນສູງແຂວງ ຢາລາຍ ຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ປະເພນີ ໂຈນຈະນຳທະໄມ (Chôl Chnăm Thmây) ຢູ່ທີ່ແຂວງ ສະຕຶງແຕຣງ (ກຳປູເຈຍ) ພາຍໃດເດືອນເມສາ ປີ 2026. (ພາບ: ເວັບໄຊຂໍ້ມູນຂ່າວສານເອເລັກໂຕຣນິກ ຄະນະກຳມະການປະຊາຊົນແຂວງ ຢາລາຍ) |
ພາຍໃດນັ້ນ, ແຂວງ ຢາລາຍ ຈະຈັດຕັ້ງການລົງສຳຫຼວດໂອກາດການລົງທຶນ ຢູ່ທີ່ບັນດາແຂວງພາກຕາເວັນອອກສ່ຽງເໜືອ ຂອງກຳປູເຈຍ; ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ; ຈັດຕັ້ງງານຕະຫຼາດນັດແນວຊາຍແດນ ຢູ່ທີ່ດ່ານສາກົນ ເລແທັງ; ເຊື່ອມຕໍ່ການແລກປ່ຽນການຄ້າ ແລະ ພັດທະນາບັນດາຜະລິດຕະພັນການທ່ອງທ່ຽວເຊື່ອມໂຍງ ລະຫວ່າງ ແຂວງ ຢາລາຍ ຮ່ວມກັບບັນດາແຂວງເພື່ອນມິດ.
ພາຍໃດຂົງເຂດກະສິກຳ, ທາງແຂວງ ຈະສົ່ງຊ່ຽວຊານເດີນທາງໄປ ປະເທດ ກຳປູເຈຍ ເພື່ອຈັດຊຸດອົບຮົມບຳລຸງສ້າງດ້ານເຕັກນິກການລ້ຽງສັດ ແລະ ສັດວະແພດ; ກໍ່ສ້າງຮູບແບບການປູກມັນຕົ້ນແບບທະວີຄູນຢ່າງຍືນຍົງ ແລະ ການຄຸ້ມຄອງສັດຕູພືດແບບປະສົມປະສານ.
ພາຍໃດຂົງເຂດການສຶກສາ, ແຂວງ ຢາລາຍ ຈະສືບຕໍ່ສະໜອງທຶນການສຶກສາຈຳນວນ 60 ທຶນ ໃຫ້ແກ່ນັກສຶກສາທີ່ມາຈາກ 3 ແຂວງພາກຕາເວັນອອກສ່ຽງເໜືອ ຂອງກຳປູເຈຍ ເພື່ອເຂົ້າຮ່ວມການສຶກສາຮ່ຳຮຽນ ຢູ່ທີ່ບັນດາສະຖາບັນການສຶກສາອົບຮົມ ພາຍໃດຂອບເຂດທົ່ວແຂວງ.
ຄຽງຄູ່ກັນນັ້ນ, ສອງຝ່າຍຈະຍູ້ແຮງບັນດາກິດຈະກຳແລກປ່ຽນວັດທະນະທຳ, ກິລາ, ຊາວໜຸ່ມ, ການແລກປ່ຽນລະຫວ່າງປະຊາຊົນເຂດຊາຍແດນ; ເພີ່ມທະວີການຮ່ວມມືທາງດ້ານສາທາລະນະສຸກ, ການອົບຮົມບຳລຸງສ້າງພະນັກງານ ແລະ ການສະໜັບສະໜູນດ້ານວິຊາສະເພາະ ໃຫ້ແກ່ບັນດາສະຖານທີ່ທາງດ້ານສາທາລະນະສຸກ ຂອງກຳປູເຈຍ.
| ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ ຍສໝ - AFF 2026 ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເເສດຖະກິດ ແລະ ວັດທະນະທຳ-ສັງຄົມ. |
| AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ ຍສໝ - ຕາມການໃຫ້ຮູ້ຂອງ ທ່ານ ຫງວຽນແມ້ງເກືອງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 (AFF 2026) ຈະເປັນເວທີເປີດກວ້າງໃຫ້ແກ່ບັນດາຜູ້ນຳ, ນັກວິຊາການ, ວິສາຫະກິດ, ຊາວໜຸ່ມ ພ້ອມດ້ວຍບັນດາຄູ່ຮ່ວມມື ໄດ້ຮ່ວມກັນປຶກສາຫາລືກ່ຽວກັບວິທີການແກ້ໄຂ ແນໃສ່ຮັດແໜ້ນບົດບາດສູນກາງຂອງອາຊຽນ, ເພີ່ມທະວີຂີດຄວາມສາມາດພາຍໃດການເຂັ້ມແຂງດ້ວຍຕົນເອງ ແລະ ຊຸກຍູ້ການພັດທະນາໂດຍເອົາປະຊາຊົນເປັນສູນກາງ ທາມກາງສະພາບແວດລ້ອມພາກພື້ນ ແລະ ທົ່ວໂລກທີ່ມີການຜັນແປຢ່າງຫຼາກຫຼາຍ. |

