ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດ ສປປ.ລາວ ຄົບຮອບ 45 ປີ

19:12 | 01/12/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ  ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ. 

ການນ າພ ກ ລ ດ ສສ ຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ສປປ ລາວ ຄ ບຮອບ 45 ປ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ
ການນ າພ ກ ລ ດ ສສ ຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ສປປ ລາວ ຄ ບຮອບ 45 ປ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມື
ການນ າພ ກ ລ ດ ສສ ຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ສປປ ລາວ ຄ ບຮອບ 45 ປ
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ. ພາບ: TTXVN.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ, ວັນທີ 01 ທັນວາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ.

ເນື້ອໃນສານມີຕອນຂຽນວ່າ: "ຫວຽດນາມ ອວຍພອນ ປະຊາຊົນລາວອ້າຍນ້ອງຢ່າງຈິງໃຈ ພາຍໃຕ້ການຊີ້ນຳນຳພາຢ່າງສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ນຳໜ້າ, ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາອີກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດ ລາວ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2016 – 2020 ຢ່າງມີໄຊ, ກ້າວໄປເຖິງການຈັດກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວປະສົບຜົນສຳເລັດ".

ລາວ-ຫວຽດນາມ, ຫວຽດນາມ-ລາວ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​, ຮ່​ວມ​ສາຍ​ພູຫລວງ, ​ຮ່ວມ​ແມ່​ນ້ຳ, ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ ​ຖານ​ອ້າຍ​ນ້ອງ ​ລະ​ຫວ່າງ​ສອງ​ຊາດ​ ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ເພີ່ມ​ພູນ​ຄູນ​ສ້າງ​ ໃນ​ປະ​ຫວັດ​ສາດ ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ ປະ​ເທ​ດ​ຊາດ. ການ​ພົວ​ພັນ​ມູນ​ເຊື້ອ​ອັນ​ດີ​ງາມ, ຄວາມ​ສະ​ໜິດ​ຕິ​ດ​ພັນ​ ຈິດ​ໜຶ່ງ​ໃຈ​ດຽວ​ ລະ​ຫວ່າງ ​ປະ​ຊາ​ຊົນ​ ສອງ​ປະ​ເທດ ລາວ-ຫວຽດ​ນາມ, ຫວຽດນາມ - ລາວ, ໂດຍ​ປະ​ທານ​ໂຮ່​ຈິມິງ ແລະ ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ເປັນ​ຜູ້ກໍ່​ຕັ້ງ, ການນໍາຮຸ່ນ​ຕ່າງໆ ແລະ ປະ​ຊາ​ຊົນ​ສອ​ງ​ປະ​ເທດ ​ເພີ່​ມ​ພູນ​ຄູນ​ສ້າງ. ນີ້​ແມ່ນ​ຊັບ​ສົມ​ບັດ ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ເໝາະ​ສົມ​ກັບ​ກົດ​ເກນ​ ພັດ​ທະ​ນາ​ລວມ​ ຂອງ​ສອງ​ປະ​ເທດ ​ໃນ​ໄລ​ຍະ​ທາງ​ ແຫ່ງ​ການ​ພັດ​ທະ​ນາ ​ປະ​ເທດ​ຊາດ ​ວັດ​​ທະ​ນາ​ຖາ​ວອນ​, ປະ​ຊາ​ຊົນ​ອີ່ມໜຳ​ສຳ​ລານ ແລະ ມີ​ຄວາມ​ຜາ​ສຸກ.

ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ແລະ​ ຍາດ​ເອົາ​ເອ​ກະ​ລາດ ຂອງ​ແຕ່​ລະ​ປະ​ເທດ, ຄວາມ​ສະ​ໜິ​ດ​ຕິດ​ພັນ​ທີ່​ສະ​ໜິດ​ແໜ້ນ, ການ​ສົມ​ທົບ​ກັນ, ການ​ຊ່ວຍ​ເຫລືອທີ່ບໍ່​ລຳ​ອ​ຽງ, ສຸດ​ອົກ​ສຸດ​ໃຈ ລະ​ຫວ່າງ​ສອງ​ປະ​ເທດ, ສອງ​ຊາດລາວ-ຫວຽດນາມ ໄດ້​ກາຍ​ເປັນ​ກຳ​ລັງ​ແຮງ​ ອັນ​ໃຫຍ່ຫລວງ ແລະ ແມ່ນ​ປັດ​ໄຈ​ສຳ​ຄັນ ປະ​ກອບ​ສ່ວນ​ນຳ​ການ ​ປະ​ຕິ​ວັດ​ສອງ​ປະ​ເທດ​ ໄປ​ສູ່​ໄຊ​ຊະ​ນະ​ສົມ​ບູນ ​ເມື່ອ​ປີ 1975. ໃນ​ 45 ປີ ​ຜ່ານ​ມາ, ພາຍ​ໃຕ້​ການ​ນຳ​ພາ​ທີ່​ ສະຫລາດ​ສ່ອງໃສ​ ຂອງ​ພັກ​ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ, ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ບັນ​ລຸ​ໄດ້ຫລາຍ​ຜົນ​ງານ ​ອັນ​ໃຫຍ່ຫລວງ, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ: ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ​ໄດ້​ຮັບ​ການ​ຮັກ​ສາ​ ຢ່າງ​ໜັກ​ແໜ້ນ, ການ​ເມືອງ - ສັງ​ຄົມ​ສະ​ຖຽນ​ລະ​ພາບ, ເສດ​ຖະ​ກິ​ດ ​ໄດ້ຮັກ​ສາ​ທ່າ​ເຕີບ​ໂຕ​ພໍ​ສົມ​ຄວນ. ຍາມ​ໃດລາວ ກໍ່​ນອນ​ຢູ່ໃນ​ກຸ່ມ ​ບັນ​ດາ​ປະ​ເທດ​ເຕີບ​ໂຕ​ ເສດ​ຖະ​ກິດ​ສູງ​ທີ່​ສຸດ ​ໃນ​ກຸ່ມ​ອາ​ຊຽນ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ, ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ​ມີ​ຄວາມ​ສາ​ມັກ​ຄີ, ເຊື່ອ​ໝັ້ນ​ອະານາ​ຄົດ ​ທີ່​ສົດ​ໃສ​ຂອງ​ປະ​ເທດ​ຊາດ. ບົດ​ບາດ ແລະ ທີ່​ຕັ້ງ​ຂອງ​ລາວ ນັບ​ມື້​ນັບ​ໄດ້​ຮັບ​ ການ​ຍົກ​ສູງ​ຢູ່​ເທິງເວທີພາກ​ພື້ນ ແລະ ​ສາ​ກົນ.

ການນ າພ ກ ລ ດ ສສ ຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ສປປ ລາວ ຄ ບຮອບ 45 ປ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ສົມທົບກັບສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ

ຍສໝ - ທີ່ພິທີ, ສະມາຄົມມິດຕະພາບຫວຽດນາມ- ລາວ ແຂວງດົ່ງນາຍ ໄດ້ມອບຂອງຂວັນ 10 ພູດ ໃຫ້ແກ່ນັກສຶກສາລາວ 10 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລດົ່ງນາຍ.

ການນ າພ ກ ລ ດ ສສ ຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ສປປ ລາວ ຄ ບຮອບ 45 ປ ຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ແກ່ປະຊາຊົນບັນດາຕາແສງເລ່ຍ, ເມືອງເຮືອງຮວາ, ແຂວງກວາງຈິ ສສ.ຫວຽດນາມ ແລະປະຊາຊົນ, ກໍາລັງປ້ອງກັນຊາຍແດນ ສປປ.ລາວ

ຍສໝ - ຄະນະກຸສົນຂອງສູນກາງສະມາຄົມພຸດທະສາສະໜາຫວຽດນາມ ແລະສະມາຄົມກຸສົນ “ແບ່ງປັນ-Sharing” ໄດ້ມອບຂອງຂວັນ 2.000 ພູດໃຫ້ແກ່ເດັກນ້ອຍທີ່ຮຽນຢູ່ໂຮງຮຽນອະນຸບານ; ມອບຂອງຂວັນຈຳນວນ 4.000 ພູດ ໃຫ້ແກ່ຄອບຄົວທຸກຍາກ ແລະໃກ້ຈະທຸກຍາກໃນ 7 ຕາແສງ ຢູ່ ເຂດເລ່ຍ, ແຂວງກວາງຈິ ແລະປະຊາຊົນ 10 ບ້ານ ຢູ່ ລຽບຕາມຊາຍແດນຂອງເມືອງສະໝ້ວຍ, ແຂວງສາລະວັນ ແລະເມືອງນອງ, ແຂວງສະຫວັນນະເຂດ ສປປ.ລາວ.

ການນ າພ ກ ລ ດ ສສ ຫວຽດນາມ ໄດ ສ ງສານອວຍພອນວ ນຊາດ ສປປ ລາວ ຄ ບຮອບ 45 ປ ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ

ຍສໝ - ໃນວັນທີ 27 ພະຈິກ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ປະຊາຊົນລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.