ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ

18:46 | 01/12/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ.

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຄວາມສາມ ກຄ ແບບພ ເສດ ແລະ ການຮ ວມມ ຢ າງຮອບດ ານລະຫວ າງລາວ ຫວຽດນາມ ຢ າງແໜ ນແຟ ນກວ າອ ກ ຫວຽດນາມ ໄດ້ຕັ້ງໜ້າໃນການພັດທະນາຂໍ້ຕົກລົງ GCM ແລະ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງສູງໃນການຊຸກຍູ້ຄວາມຮັບຮູ້ລວມ, ໜ້າທີ່ຄວາມຮັບຜິດຊອບລວມ
ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຄວາມສາມ ກຄ ແບບພ ເສດ ແລະ ການຮ ວມມ ຢ າງຮອບດ ານລະຫວ າງລາວ ຫວຽດນາມ ຢ າງແໜ ນແຟ ນກວ າອ ກ ການທ່ອງທ່ຽວ ຫວຽດນາມ ໄດ້ຮັບການເຊີດຊູໃນພິທີປະກາດ World Travel Award 2020
ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຄວາມສາມ ກຄ ແບບພ ເສດ ແລະ ການຮ ວມມ ຢ າງຮອບດ ານລະຫວ າງລາວ ຫວຽດນາມ ຢ າງແໜ ນແຟ ນກວ າອ ກ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ (02/12/1975 – 02/122020), ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ແລະ ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໄດ້ມາອວຍພອນຢູ່ສະຖານທູດລາວ ປະຈຳຮ່າໂນ້ຍ. ພາບ:baoquocte.vn

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ (02/12/1975 – 02/122020), ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ແລະ ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໄດ້ມາອວຍພອນຢູ່ສະຖານທູດລາວ ປະຈຳຮ່າໂນ້ຍ. ທີ່ພິທີຕ້ອນຮັບ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ທັງໝົດ ແລະ ທ່ານໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະເທດລາວ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະ 45 ປີຜ່ານມາ.

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ຢືນຢັນວ່າ, ຈະສືບຕໍ່ຮ່ວມມືກັບກະຊວງການຕ່າງປະເທດຫວຽດນາມ ໃນການເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ.

ໃນເຫດການທີ່ກ່ຽວຂ້ອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກໍ່ໄດ້ສົ່ງສານອວຍພອນມາຍັງທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ແລະ ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຮ່ວາງບີງກວນ ໄດ້ສົ່ງສານອວຍພອນມາຍັງທ່ານນາງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສູນທອນ ໄຊຍະຈັກ.

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຄວາມສາມ ກຄ ແບບພ ເສດ ແລະ ການຮ ວມມ ຢ າງຮອບດ ານລະຫວ າງລາວ ຫວຽດນາມ ຢ າງແໜ ນແຟ ນກວ າອ ກ
ງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ”.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ” ຂຶ້ນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 01 – 05 ທັນວາ. ດ້ວຍຮູບຖ່າຍກວ່າ 100 ແຜ່ນ, ງານວາງສະແດງຄັ້ງນີ້ຢາກແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ຂະບວນວິວັດການແຫ່ງການປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດ, ຢັ້ງຢືນຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃຫ້ສາຍພົວພັນ ຫວຽດນາມ - ລາວ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ. ງານວາງສະແດງກສຸມໃສ່ແນະນຳເຖິງທ່ານຜູ້ຊົມກ່ຽວກັບຊີວິດ ແລະ ພາລະກິດແຫ່ງການປະຕິວັດຂອງປະທານ ໄກສອນ ພົມວິຫານ - ເຊິ່ງເປັນເພື່ອນມິດສະຫາຍທີ່ສະໜິດສະໜົມຂອງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ.

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຄວາມສາມ ກຄ ແບບພ ເສດ ແລະ ການຮ ວມມ ຢ າງຮອບດ ານລະຫວ າງລາວ ຫວຽດນາມ ຢ າງແໜ ນແຟ ນກວ າອ ກ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ...

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຄວາມສາມ ກຄ ແບບພ ເສດ ແລະ ການຮ ວມມ ຢ າງຮອບດ ານລະຫວ າງລາວ ຫວຽດນາມ ຢ າງແໜ ນແຟ ນກວ າອ ກ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ

ຍສໝ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ (2 ທັນວາ 1960- ວັນທີ 2 ທັນວາປີ 2020) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ກູບານະຄອນໂຮ່ຈີມິນ (1990-2020).

ເພ ມພ ນຄ ນສ າງ ພ ດທະນາສາຍພ ວພ ນມ ດຕະພາບອ ນຍ ງໃຫຍ ຄວາມສາມ ກຄ ແບບພ ເສດ ແລະ ການຮ ວມມ ຢ າງຮອບດ ານລະຫວ າງລາວ ຫວຽດນາມ ຢ າງແໜ ນແຟ ນກວ າອ ກ ສະຖານທູດຫວຽດນາມ ປະຈຳສະວິດເຊີແລນ ເປັນປະທານກອງປະຊຸມຂອງຄະນະກຳມະການ ອາຊຽນທີ່ເມືອງ Bern

ຍສໝ - ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ມຽນມາ, ກຳ ປູເຈຍ ແລະ ໄທ ລ້ວນແຕ່ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງຫວຽດນາມ ໃນໄລຍະມໍ່ໆມານີ້.

ໄຊພອນ

ເຫດການ
302 Found

Found

The document has moved here.