ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ

10:34 | 01/12/2020

ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ​ນີ້, ເຊິ່ງກະ​ແສ​ໄຟຟ້າ ທີ່ຜະລິດໄດ້ທັງ​ໝົດ 54 MW (3x18 MW), ຈະສົ່ງ​ຂາຍໃຫ້ ປະ​ເທດຫວຽດນາມ.

ໂຄງການເຂື່ອນໄຟຟ້ານໍ້າກົງ 1 ຄືບໜ້າ 80% ຄາດ ຈະສຳເລັດ 100% ໃນທ້າຍເດືອນກໍລະກົດ 2021
ປະເທດລາວ ເລີ່ມດຳເນີນການທົດລອງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ສາຍນໍ້າກົງ ເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື ມາ​ຮອດ​ປັດຈຸບັນ ການ​ກໍ່ສ້າງ ໜ້າ​ວຽກ​ໂດຍ​ລວມສໍາເລັດ ແລ້ວ 87,3% ຂອງໜ້າວຽກທັງໝົດ ພາຍຫລັງເລີ່ມລົງມື ກໍ່ສ້າງມາແຕ່ທ້າຍ ປີ 2017 ໂດຍແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເປັນຜູ້ພັດທະນາ ໂຄງການດັ່ງກ່າວ ແລະ ໄດ້ຈ້າງຊ່ຽວຊານ ແລະ ວິຊາການຈາກບໍລິສັດ Poyry ມາເປັນທີ່ປຶກສາໃນການກໍ່ສ້າງ.

ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ
ເຂື່ອນໄຟຟ້ານໍ້າກົງ 3 ຈະເປີດຜະລິດໄຟຟ້າຈໍາໜ່າຍ ກາງປີ 2021. (ພາບ: KPL)

ທ່ານ ທອງໃສ ທໍາມະວົງ ຜູ້ຈັດການໃຫຍ່ໂຄງການ ເຂື່ອນໄຟຟ້ານໍ້າກົງ 3 ລາຍ​ງານ​ໃຫ້​ຮູ້ ໃນໂອກາດທີ່ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງເຄື່ອນໄຫວຕິດຕາມ ກວດກາໂຄງການດັ່ງກ່າວ ໃນວັນ ທີ 26 ພະຈິກ 2020 ນີ້ວ່າ: ເຂື່ອນໄຟຟ້ານໍ້າກົງ 3 ມີເຄື່ອງຈັກທັງໝົດ 3 ໜ່ວຍ, ມີກໍາລັງຕິດຕັ້ງລວມ ທັງໝົດ 54 MW (3x18 MW), ຄາດວ່າຈະທົດລອງແລ່ນ ຈັກຜະລິດໄຟຟ້າເຄື່ອງຈັກທີ 1 ພາຍໃນເດືອນມີນາ, ເຄື່ອງຈັກທີ 2 ພາຍໃນເດືອນເມສາ ແລະ ທົດລອງແລ່ນຈັກຜະລິດ ໄຟຟ້າເຄື່ອງຈັກທີ 3 ພາຍໃນເດືອນ ພຶດສະພາ ​ແລະ ຄາດວ່າໃນເດືອນມິຖຸນາ 2021 ຈະເລີ່ມຜະລິດກະ​ແສໄຟຟ້າ ເພື່ອສົ່ງອອກຈໍາໜ່າຍ ໃຫ້ປະ​ເທດຫວຽດນາມ ຢ່າງເປັນທາງການ. ມາ​ຮອດ​ປັດຈຸບັນ ການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ​ໃນ​ນັ້ນ, ການກໍ່ສ້າງຖານເຂື່ອນ ແບບຫຍິບຮອຍແຫງ ສໍາເລັດ 100%, ໂຄງສ້າງອຸໂມງ ແລະ ປະຕູປ່ອຍນໍ້າເຂົ້າ ເຮືອນຈັກສໍາເລັດ 100%, ອາຄານເຮືອນຈັກສໍາເລັດ 91%, ວຽກກັງຫັນເຄື່ອງຈັກປັ່ນໄຟ E&M ສໍາເລັດ 90,6%, ຕົວເຂື່ອນສໍາເລັດ 86%, ຝາຍນໍ້າລົ້ນ 63%.

ເຂື່ອນໄຟຟ້ານໍ້າກົງ 3 ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ
(ພາບ: KPL)

ທ່ານ ສີນາວາ ສຸພານຸວົງ ໄດ້ເນັ້ນໜັກ ໃຫ້ໂຄງການດັ່ງກ່າວ, ເອົາໃຈໃສ່ປະຕິບັດ ຕາມຂັ້ນຕອນ, ລະບຽບກັກເກັບນ້ຳເຂົ້າອ່າງ ແລະ ແຜນການຮັບມື ໃນກໍລະນີສຸກເສີນ ຢ່າງເຂັ້ມງວດ, ຮັບປະກັນ ບໍ່ໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ, ການກັກນໍ້າ ຕ້ອງໄດ້ມີການທົບທວນ ແລະ ຝຶກຊ້ອມແຜນສໍາລັບຮັບມື ສຸກເສີນຂອງຕົນຢ່າງ ເປັນປົກກະຕິ, ຮັບປະກັນ​ໃຫ້ມີການປະສານງານ ກັບອົງການປົກຄອງທ້ອງຖີ່ນຢ່າງຕໍ່ເນື່ອງ, ຮັບປະກັນມີເຄື່ອງຮັບໃຊ້ ທີ່ຈໍາເປັນໃຫ້ພຽງພໍ ​ແລະ ອື່ນໆ.

ເຂື່ອນໄຟຟ້ານໍ້າກົງ 3 ຈະ​ເປີດຜະລິດໄຟຟ້າຈໍາໜ່າຍ ​ກາງປີ 2021

​ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ສາຍນໍ້າກົງ ເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື ມາ​ຮອດ​ປັດຈຸບັນ ການ​ກໍ່ສ້າງ ໜ້າ​ວຽກ​ໂດຍ​ລວມສໍາເລັດ ແລ້ວ 87,3% ຂອງໜ້າວຽກທັງໝົດ ພາຍຫລັງເລີ່ມລົງມື ກໍ່ສ້າງມາແຕ່ທ້າຍ ປີ 2017 ໂດຍແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເປັນຜູ້ພັດທະນາ ໂຄງການດັ່ງກ່າວ ແລະ ໄດ້ຈ້າງຊ່ຽວຊານ ແລະ ວິຊາການຈາກບໍລິສັດ Poyry ມາເປັນທີ່ປຶກສາໃນການກໍ່ສ້າງ, ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ ...

ການນຳຂອງແຂວງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ I ລວມເຖິງການໂຍກຍ້າຍບ້ານເຮືອນຂອງປະຊາຊົນ

ໃນວັນທີ 19 ທີ່ຜ່ານມາ, ຢູ່ເມືອງອາດສະພອນ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າ ໃນການໂຍກຍ້າຍບ້ານເຮືອນ ປະຊາຊົນອອກຈາກພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1.

ເຕັ່ມໄປດ້ວຍຄວາມຮັກແພງສົງສານຕໍ່ເກີດເຫດການເຂື່ອນໄຟຟ້າແຕກ

ໃນວັນທີ 23 ເດືອນກໍລະກົດ ປີ 2018, ເກີດເຫດການເຂື່ອນໄຟຟ້າເຊປຽນ - ເຊນ້ານ້ອຍ ທີ່ສັນເຂື່ອນແຕກ (ລາວ). ມີຫຼາຍກ່ວາ 1.300 ຄອບຄົວ ແລະ ປະມານ 6.600 ຄົນບໍ່ມີບ່ອນພັກເຊົາ. ຫຼັງຈາກເຫດການນັ້ນເກີດຂຶ້ນ, ພໍ່ແມ່ປະຊາຊົນຫວຽດນາມຫຼາຍຄົນໄດ້ມີການຊ່ວຍເຫຼືອຢ່າງທັນທີຕໍ່ກັບພໍ່ແມ່ປະຊາຊົນຜູ້ຖືກເຄາະຮ້າຍຂອງປະເທດລາວອ້າຍນ້ອງ. ໂດຍສະເພາະແມ່ນສະມາຄົມມິດຕະພາບຫວຽດນາມ - ລາວ, ນອກຈາກໄດ້ມີການຖາມຂ່າວຢູ່ແລ້ວກໍ່ໄດ້ມີການສະຫນັບສະຫນູນໃຫ້ຜູ້ເຄາະຮ້າຍມີເງິນຫຼາຍກວ່າ 500 ລ້ານດົ່ງ ...

kpl.gov.la

ເຫດການ
302 Found

Found

The document has moved here.