ການນຳຂອງແຂວງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ I ລວມເຖິງການໂຍກຍ້າຍບ້ານເຮືອນຂອງປະຊາຊົນ

00:54 | 15/05/2019

ໃນວັນທີ 19 ທີ່ຜ່ານມາ, ຢູ່ເມືອງອາດສະພອນ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າ ໃນການໂຍກຍ້າຍບ້ານເຮືອນ ປະຊາຊົນອອກຈາກພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1.

ການນຳຂອງແຂວງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ I ລວມເຖິງການໂຍກຍ້າຍບ້ານເຮືອນຂອງປະຊາຊົນ

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງລົງຕິດຕາມກວດກາຄວາມຄືບໜ້າ ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ1.

ການນຳຂອງແຂວງນຳ ໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຄວາມຄືບໜ້າ ໃນການໂຍກຍ້າຍບ້ານເຮືອນ ປະຊາຊົນອອກຈາກພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ 1 ພ້ອມທັງລົງເບິ່ງຕົວຈິງການຈັດສັນບ້ານເຮືອນທີ່ຕັ້ງໃໝ່ ແລະ ເບິ່ງແບບມາດຕະຖານ ແລະ ການອອກແບບເຮືອນ ຂອງປະຊາຊົນໃຫ້ມີຄວາມແໜ້ນໜາ ແລະ ຮັບປະກັນທາງດ້ານໂຄງສ້າງຂອງເຮືອນແຕ່ລະຫຼັງ ໂດຍມີ ພະແນກການທີ່ກ່ຽວຂ້ອງລົງຕິດຕາມຢ່າງໃກ້ຊິດ.

ເຂື່ອນໄຟຟ້າເຊລະນອງ 1 ຕັ້ງຢູ່ຕອນລຸ່ມຂອງນ້ຳເຊລະນອງ ເຊິ່ງເປັນສາຂາຂອງນ້ຳເຊບັ້ງຫຽງ, ຫ່າງຈາກເມືອງພີນປະມານ 42,8 ກິໂລແມັດ ແລະ ຫ່າງຈາກເທສະບານ ແຂວງສະຫວັນນະເຂດ 180 ກິໂລແມັດ, ລະ​ດັບ​ເກັບ​ກັກ​ນ້ຳ ຄວາມຈຸທີ່ກົງກັບລະດັບລະດັບດັ່ງກ່າວແມ່ນ 881.000.000 ແມັດກ້ອນ, ຄວາມຈຸທີ່ສາມາດ ປັບໄດ້ 284.000.000 ແມັດກ້ອນ, ມີຄວາມສາມາດໃນການປັບ ປະຈຳປີ, ຈຸດສູງສຸດສັນເຂື່ອນ 64,5 ແມັດ, ການຜະລິດພະລັງານໄຟຟ້າສະເລ່ຍຕໍ່ປີ 269.900.00 KWH, ໂຄງການກໍ່ສ້າງເຂື່ອນເຊລະນອງ 1 ມີມູນຄ່າການລົງທຶນປະມານ 151 ລ້ານໂດລາສະຫະລັດ, ຮອດທ້າຍເດືອນ 2 ປິ2019 ໄດ້ສຳເລັດໂຄງການກໍ່ສ້າງໄປ ແລ້ວ 54,6 ລ້ານໂດລາສະ ຫະລັດ, ເທົ່າກັບ 54,2% ຂອງ ມູນຄ່າລວມ.

ສາຍສົ່ງ 115 kv, ລວງຍາວ 32,8 km ເຊື່ອມຕໍ່ກັບສະຖານີເມືອງພີນ, ປະຈຸບັນນີ້ ທາງໄຟຟ້າລາວ ກຳລັງເຮັດວຽກເກັບກຳຂໍ້ມູນຜົນກະທົບສິ່ງແວດລ້ອມ ແລະ ສຳຫຼວດແລວສາຍສົ່ງ. ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການມີທັງໝົດ 2 ບ້ານຄື: ບ້ານລະເບົານ້ຳ ແລະ ບ້ານລອຍນ້ຳ, ມີຄອບຄົວທີ່ ຈະຕ້ອງໄດ້ຍົກຍ້າຍທັງໝົດ 88 ຫຼັງຄາເຮືອນ, ມີ 489 ຄົນ, ເນື້ອທີ່ກໍ່ສ້າງເຮືອນໃໝ່ມີ 6.142 m2 , ໄດ້ກໍ່ສ້າງໂຮງຮຽນລະດັບອະນຸບານຫາມັດທະຍົມ 14 ຫ້ອງ, ສຸກສາລາ 8 ຫ້ອງ, ຫ້ອງການບ້ານ ແລະ ຫ້ອງປະຊຸມບ້ານ 3 ຫ້ອງ ແລະ ຕະຫຼາດຂາຍເຄື່ອງ, ກໍ່ສ້າງ ສາຍສົ່ງ 22 kv 7 ກິໂລແມັດ, ເຈາະນ້ຳບາດານ 6 ບໍ່, ກໍ່ສ້າງທາງເຂົ້າບ້ານຈັດສັນ 9,5 ກິໂລແມັດ. ຕາມແຜນໂຄງການກໍ່ສ້າງ ແລະການ ຜະລິດໄຟຟ້າແມ່ນ: ການຍົກຍ້າຍບ້ານເຮືອນຂອງປະຊາຊົນ ແມ່ນຈະໃຫ້ສຳເລັດທ້າຍ ເດືອນເມສາ 2019, ເລີ່ມຕັນນ້ຳທ້າຍເດືອນພຶດສະພາ 2019, ກໍ່ແລວສາຍສົ່ງ ໃນທ້າຍເດືອນກັນຍາ 2019, ເລີ່ມຜະລິດໄຟເຄື່ອງຈັກໜ່ວຍທີ 1 ໃນທ້າຍເດືອນຕຸລາ 2019, ເລີ່ມຜະລິດໄຟເຄື່ອງຈັກໜ່ວຍທີ 2 ໃນວັນທີ 31 ທັນວາ 2019. ສ່ວນປະຫວັດຄວາມເປັນມາ ຂອງໂຄງການນີ້: ໃນວັນທີ 28 ມິຖຸນາ 2011 ໄດ້ເຊັນບົດບັນ ທຶກຄວາມເຂົ້າໃຈ (MOU) ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດຊັນເປເປີ້ໂຮນດິງລາວ ແລະ ກຸ່ມບໍລິ ສັດດາວສະຫວັນ ລົງທຶນກໍ່ສ້າງຈຳກັດ.

ການນຳຂອງແຂວງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າເຊລະນອງ I ລວມເຖິງການໂຍກຍ້າຍບ້ານເຮືອນຂອງປະຊາຊົນ

ເຂື່ອນໄຟຟ້າເຊລະນອງ 1 ຢູ່ ເມືອງອາດສະພອນແຂວງສະຫວັນນະເຂດ.

ໃນວັນທີ 19 ມັງກອນ 2015 ໄດ້ເຊັນສັນຍາພັດທະນາໂຄງການ (PDA), ໃນວັນທີ 28 ທັນວາ 2017 ໄດ້ເຊັນສັນຍາສຳປະທານ ໂຄງການ (CA)ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບບໍລິສັດໄຟຟ້າເຊລະນອງ 1 ຈຳກັດ(ບໍລິສັດໂຄງການ), ໃນວັນທີ 29 ທັນວາ 2017 ບໍລິສັດໄຟຟ້າເຊລະນອງ 1 ຈຳ ກັດໄດ້ເຊັນສັນຍາຊື້ຂາຍໄຟ ຟ້າກັບລັດວິສາຫະກິດໄຟຟ້າ ລາວ (EDL), ການກໍ່ສ້າງ ຢ່າງເປັນທາງການໄດ້ເລີ່ມ ຂຶ້ນໃນວັນທີ 1 ກໍລະກົດ 2017. ໃນໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະຍັງໄດ້ລົງເບິ່ງຂັ້ນ ຕອນການກໍ່ສ້າງເຂື່ອນໃນພື້ນທີ່ຕົວຈິງ, ລົງເບິ່ງພື້ນທີ່ສຳລັບ ບຸກເບີກເນື້ອທີ່ປູກຝັງຂອງປະ ຊາຊົນ ແລະລົງເບິ່ງພື້ນທີ່ທີ່ ນອນໃນສາຍເຊລະນອງ(ເຂດຈຸດສຸມຕັງອາໄລ) ທີ່ມີຄວາມ ເປັນໄປໄດ້ໃນການສ້າງເຂື່ອນ ຂະໜາດນ້ອຍອີກດ້ວຍ./.

(ແຫຼ່ງ​ຂໍ້​ມູນ​: Savanhphuttana News)

ເຫດການ
302 Found

Found

The document has moved here.