ເຂື່ອນໄຟຟ້ານໍ້າກົງ 3 ຈະ​ເປີດຜະລິດໄຟຟ້າຈໍາໜ່າຍ ​ກາງປີ 2021

16:14 | 30/11/2020

​ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ສາຍນໍ້າກົງ ເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື ມາ​ຮອດ​ປັດຈຸບັນ ການ​ກໍ່ສ້າງ ໜ້າ​ວຽກ​ໂດຍ​ລວມສໍາເລັດ ແລ້ວ 87,3% ຂອງໜ້າວຽກທັງໝົດ ພາຍຫລັງເລີ່ມລົງມື ກໍ່ສ້າງມາແຕ່ທ້າຍ ປີ 2017 ໂດຍແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເປັນຜູ້ພັດທະນາ ໂຄງການດັ່ງກ່າວ ແລະ ໄດ້ຈ້າງຊ່ຽວຊານ ແລະ ວິຊາການຈາກບໍລິສັດ Poyry ມາເປັນທີ່ປຶກສາໃນການກໍ່ສ້າງ, ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ​ເປີດຜະລິດກະ​ແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ​ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່​ຈະ​ມາ​ເຖິງ​ນີ້, ເຊິ່ງກະ​ແສ​ໄຟຟ້າ ທີ່ຜະລິດໄດ້ທັງ​ໝົດ 54 MW (3x18 MW), ຈະສົ່ງ​ຂາຍໃຫ້ ປະ​ເທດຫວຽດນາມ.

ເຂ ອນໄຟຟ ານ າກ ງ 3 ຈະ ເປ ດຜະລ ດໄຟຟ າຈ າໜ າຍ ກາງປ 2021 ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021
ເຂ ອນໄຟຟ ານ າກ ງ 3 ຈະ ເປ ດຜະລ ດໄຟຟ າຈ າໜ າຍ ກາງປ 2021 ຫວຽດນາມ ຈະ​ປະສົບ​ຜົນ​ສໍາ​ເລັດ​ໃນ​ບົດບາ​ດ​ເປັນ​ປະທານ ອາຊຽນ 2020 ​ແລະ ກໍາມະການ​ບໍ່​ປະ​ຈໍາ​ການ​ສະພາ​ຄວາມໝັ້ນຄົງ ສປຊ ອາຍຸ​ການ 2020 – 2021
ເຂ ອນໄຟຟ ານ າກ ງ 3 ຈະ ເປ ດຜະລ ດໄຟຟ າຈ າໜ າຍ ກາງປ 2021

ເຂື່ອນໄຟຟ້ານໍ້າກົງ 3 ຈະ​ເປີດຜະລິດໄຟຟ້າຈໍາໜ່າຍ ​ກາງປີ 2021

ທ່ານ ທອງໃສ ທໍາມະວົງ ຜູ້ຈັດການໃຫຍ່ໂຄງການ ເຂື່ອນໄຟຟ້ານໍ້າກົງ 3 ລາຍ​ງານ​ໃຫ້​ຮູ້ ໃນໂອກາດທີ່ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງເຄື່ອນໄຫວຕິດຕາມ ກວດກາໂຄງການດັ່ງກ່າວ ໃນວັນ ທີ 26 ພະຈິກ 2020 ນີ້ວ່າ: ເຂື່ອນໄຟຟ້ານໍ້າກົງ 3 ມີເຄື່ອງຈັກທັງໝົດ 3 ໜ່ວຍ, ມີກໍາລັງຕິດຕັ້ງລວມ ທັງໝົດ 54 MW (3x18 MW), ຄາດວ່າຈະທົດລອງແລ່ນ ຈັກຜະລິດໄຟຟ້າເຄື່ອງຈັກທີ 1 ພາຍໃນເດືອນມີນາ, ເຄື່ອງຈັກທີ 2 ພາຍໃນເດືອນເມສາ ແລະ ທົດລອງແລ່ນຈັກຜະລິດ ໄຟຟ້າເຄື່ອງຈັກທີ 3 ພາຍໃນເດືອນ ພຶດສະພາ ​ແລະ ຄາດວ່າໃນເດືອນມິຖຸນາ 2021 ຈະເລີ່ມຜະລິດກະ​ແສໄຟຟ້າ ເພື່ອສົ່ງອອກຈໍາໜ່າຍ ໃຫ້ປະ​ເທດຫວຽດນາມ ຢ່າງເປັນທາງການ. ມາ​ຮອດ​ປັດຈຸບັນ ການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ມີຄວາມຄືບໜ້າຢ່າງຕໍ່ເນື່ອງ. ​ໃນ​ນັ້ນ, ການກໍ່ສ້າງຖານເຂື່ອນ ແບບຫຍິບຮອຍແຫງ ສໍາເລັດ 100%, ໂຄງສ້າງອຸໂມງ ແລະ ປະຕູປ່ອຍນໍ້າເຂົ້າ ເຮືອນຈັກສໍາເລັດ 100%, ອາຄານເຮືອນຈັກສໍາເລັດ 91%, ວຽກກັງຫັນເຄື່ອງຈັກປັ່ນໄຟ E&M ສໍາເລັດ 90,6%, ຕົວເຂື່ອນສໍາເລັດ 86%, ຝາຍນໍ້າລົ້ນ 63%.

ທ່ານ ສີນາວາ ສຸພານຸວົງ ໄດ້ເນັ້ນໜັກ ໃຫ້ໂຄງການດັ່ງກ່າວ, ເອົາໃຈໃສ່ປະຕິບັດ ຕາມຂັ້ນຕອນ, ລະບຽບກັກເກັບນ້ຳເຂົ້າອ່າງ ແລະ ແຜນການຮັບມື ໃນກໍລະນີສຸກເສີນ ຢ່າງເຂັ້ມງວດ, ຮັບປະກັນ ບໍ່ໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ, ການກັກນໍ້າ ຕ້ອງໄດ້ມີການທົບທວນ ແລະ ຝຶກຊ້ອມແຜນສໍາລັບຮັບມື ສຸກເສີນຂອງຕົນຢ່າງ ເປັນປົກກະຕິ, ຮັບປະກັນ​ໃຫ້ມີການປະສານງານ ກັບອົງການປົກຄອງທ້ອງຖີ່ນຢ່າງຕໍ່ເນື່ອງ, ຮັບປະກັນມີເຄື່ອງຮັບໃຊ້ ທີ່ຈໍາເປັນໃຫ້ພຽງພໍ ​ແລະ ອື່ນໆ.

ເຂ ອນໄຟຟ ານ າກ ງ 3 ຈະ ເປ ດຜະລ ດໄຟຟ າຈ າໜ າຍ ກາງປ 2021 ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມື

ຍ​ສ​ໝ - ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ເຂ ອນໄຟຟ ານ າກ ງ 3 ຈະ ເປ ດຜະລ ດໄຟຟ າຈ າໜ າຍ ກາງປ 2021 ການໂອ້ລົມສົນທະນາຫວຽດນາມ - ອາເມລິກາ: ຢັ້ງຢືນບົດບາດຂອງການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະມາຄົມຫວຽດນາມ - ອາເມລິກາ (17 ຕຸລາ 1945 - 17 ຕຸລາ 2020) ຄົບຮອບ 25 ປີແຫ່ງການພົວພັນຫວຽດນາມ - ອາເມລິກາ, ໃນຕອນບ່າຍວັນທີ 28 ພະຈິກ, ຢູ່ສູນປະຊຸມແຂວງຕ່ຽນກວາງ, ສະມາຄົມຫວຽດນາມ - ...

ເຂ ອນໄຟຟ ານ າກ ງ 3 ຈະ ເປ ດຜະລ ດໄຟຟ າຈ າໜ າຍ ກາງປ 2021 COVID-19: ນຳສົ່ງພົນລະເມືອງຫວຽດນາມ 368 ຄົນ ຈາກມາກາວ (ປະເທດຈີນ) ກັບຄືນປະເທດ

ຍສໝ - ໃນວັນທີ 28 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ໄຕ້ຫວັນ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບ ບັນດາອົງການທີ່ມີໜ້າທີ່ມາກາວ ເພື່ອນຳສົ່ງພົນລະເມືອງຫວຽດນາມ 368 ຄົນກັບເມືອບ້ານຢ່າງປອດໄພ.

kpl.gov.la

ເຫດການ
302 Found

Found

The document has moved here.