ປະເທດລາວ ເລີ່ມດຳເນີນການທົດລອງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ

15:21 | 17/10/2019

ຍສໝ - ຕາມແຜນການ, ເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ຈະດຳເນີນການທົດລອງ ຂອງແຕ່ລະໜ່ວຍຫົວຈັກ 10 ວັນກ່ອນທີ່ທຸກໜ່ວຍຫົວຈັກ ຈະດຳເນີນການຢ່າງເປັນທາງການໃນທ້າຍປີນີ້.

ວັນທີ 27 ພຶດສະພາ, ໂຄງການເຂື່ອນໄຟຟ້ານ້ຳຕົກ ດອນສະຫົງ ໄດ້ດຳເນີນຂັ້ນຕອນການເກັບຮັກສານ້ຳ ເພື່ອກະກຽມການຜະລິດກະແສໄຟຟ້າ. ນີ້ແມ່ນເຫດການໜຶ່ງ ທີ່ສະແດງໃຫ້ເຫັນຄວາມຄືບໜ້າ ຂອງໂຄງການໄດ້ກ້າວສູ່ໄລຍະສຸດທ້າຍ ກ່ອນການສະຫຼອງໂຮງງານຜະລິດໄຟຟ້າການຄ້າ.

ປະເທດລາວ ເລີ່ມດຳເນີນການທົດລອງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ

ເຂື່ອນໄຟຟ້ານ້ຳຕົກ ດອນສະຫົງ ໄດ້ດຳເນີນຂັ້ນຕອນການເກັບຮັກສານ້ຳ ເພື່ອກະກຽມການຜະລິດກະແສໄຟຟ້າ. (ພາບ: Lao's News)

ໂຄງການເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ມີມູນຄ່າ 500 ລ້ານໂດລາສະຫະລັດ, ລົງທຶນໂດຍບໍລິສັດ Mega First Corporation Berhad (MFCB) ຂອງ ມາເລເຊຍ, ຜູ້ຮັບເໝົາແມ່ນບໍລິສັດກົມກໍ່ສ້າງເຂື່ອນ 15, ກຸ່ມບໍລິສັດກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ຂອງຈີນ - Sinohydro Group Ltd,. ໂຄງການທີ່ຈັດຄຸ້ມຄອງ ໂດຍບໍລິສັດພະລັງງານ ດອນສະໂຮງ.

ໂຄງການນີ້ ຄາດວ່າ ຈະໄດ້ຊ່ວຍຫຼຸດຜ່ອນການຂາດແຄນໄຟຟ້າ ຢູ່ບັນດາແຂວງທາງພາກໃຕ້ຂອງລາວ, ລວມທັງແຂວງຈຳປາສັກ ເຊິ່ງເປັນແຂວງທີ່ພັດທະນາໄວຂອງປະເທດລາວ; ແລະ ຄາດວ່າຈະມີແຫຼ່ງໄຟຟ້າ ຈຳນວນຫລວງຫລາຍ ຈະໄດ້ສົ່ງອອກໄປປະເທດເພື່ອນບ້ານເຊັ່ນ: ຫວຽດນາມ, ໄທ ແລະ ກຳປູເຈຍ. ຍ້ອນວ່າ ເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ໄດ້ຕັ້ງຢູ່ ສາຍໃຫຍ່ແມ່ນໍ້າຂອງ, ການສ້າງເຂື່ອນໄຟຟ້ານີ້ ໄດ້ເຮັດໃຫ້ຜູ້ຊ່ຽວຊານຫລາຍຄົນເປັນຫ່ວງ ກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນຫລາຍລ້ານຄົນໃນພື້ນທີ່ແມ່ນ້ຳຂອງ, ໃນນັ້ນມີເຂດທົ່ງພຽງແມ່ນ້ຳ ກິ໋ວລອງ - ປະເທດຫວຽດນາມ.

ປະເທດລາວ ເລີ່ມດຳເນີນການທົດລອງຂອງເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ

ໂຄງການເຂື່ອນໄຟຟ້າ ດອນສະໂຮງ ໜຶ່ງປີກ່ອນ. (ພາບ: Lao's News)

ໃນປີ 2005, ລາວມີພຽງແຕ່ 9 ເຂື່ອນໄຟຟ້າໃນທົ່ວປະເທດທີ່ມີກຳລັງການຜະລິດ 680 MW, ປະຈຸບັນ, ລາວ ມີເຂື່ອນໄຟຟ້ານ້ຳຕົກ ທັງໝົດ 63 ແຫ່ງກຳລັງດຳເນີນງານ ດ້ວຍກຳລັງການຜະລິດ 7,207 MW. ປະເທດລາວ ກໍ່ກຳລັງວາງແຜນກໍ່ສ້າງເຂື່ອນໄຟຟ້ານ້ຳຕົກອີກ 55 ແຫ່ງດ້ວຍ ກຳລັງການຜະລິດ 2.570 MW ເພື່ອຮັບໃຊ້ຈຸດປະສົງ ເພື່ອຫັນປະເທດເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້”.

(ແຫຼ່ງ​ຂໍ້​ມູນ​: Lao's News)

ເຫດການ
302 Found

Found

The document has moved here.