ໂຄງການເຂື່ອນໄຟຟ້ານໍ້າກົງ 1 ຄືບໜ້າ 80% ຄາດ ຈະສຳເລັດ 100% ໃນທ້າຍເດືອນກໍລະກົດ 2021

00:00 | 29/11/2020

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 1 ໜ້າ​ວຽກ​ໂດຍ​ລວມ ສຳເລັດ​ແລ້ວ 81,9%, ພາຍ ຫລັງ​ເລີມ​ລົງ​ມີ​ກໍ່ສ້າງ ມາ​ແຕ່​ທ້າຍ​ເດືອນ​ຕຸລາ 2017, ປັດຈຸບັນ ພວມດຳເນີນການ ກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ 2, ຄອນກິດໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນໍ້າ ທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 ກິ​ໂລໂວນ. ຄາດ​ວ່າ ການກໍ່ສ້າງທັງໝົດ ຈະ​ໃຫ້​ສຳ​ເລັດ 100% ​​​ໃນ​ເດືອນ ກໍລະກົດ 2021​ ກະ​ແສ​ໄຟຟ້າ​ທັງ​ໝົດ ຈະ​ສົ່ງ​ຂາຍ​ໃຫ້​ລັດ​​ວິ​ສາ​ຫະກິດ​​ໄຟຟ້າ​ລາວ.

ໂຄງການເຂ ອນໄຟຟ ານ າກ ງ 1 ຄ ບໜ າ 80 ຄາດ ຈະສຳເລ ດ 100 ໃນທ າຍເດ ອນກ ລະກ ດ 2021 ໂຄງການກໍ່ສ້າງສະຖານີວິທະຍຸ ແລະໂທລະພາບໄຊສົມບູນ - ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ສ້າງສຳເລັດແລ້ວ 80%
ໂຄງການເຂ ອນໄຟຟ ານ າກ ງ 1 ຄ ບໜ າ 80 ຄາດ ຈະສຳເລ ດ 100 ໃນທ າຍເດ ອນກ ລະກ ດ 2021 80 ມື້ແລ້ວທີ່ ຫວຽດນາມບໍ່ມີຜູ້ຕິດເຊື້ອໃນຊຸມຊົນ
ໂຄງການເຂ ອນໄຟຟ ານ າກ ງ 1 ຄ ບໜ າ 80 ຄາດ ຈະສຳເລ ດ 100 ໃນທ າຍເດ ອນກ ລະກ ດ 2021
ໂຄງການເຂື່ອນໄຟຟ້ານໍ້າກົງ 1 ຄືບໜ້າ 80% ຄາດ ຈະສຳເລັດ 100% ໃນທ້າຍເດືອນກໍລະກົດ 2021

ທ່ານ ສຸກ​ລັດດາ ກວນ​ຊາ​ນົນ ຜູ້​ປະສານ​ງານ​ໂຄງການ ກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ລາຍ​ງານ​ໃຫ້​ຮູ້ ​ເນື່ອງ​ໃນ​ໂອກາດ​ ທ່ານ ສີ​ນາວາ ສຸພາ​ນຸວົງ ຮອງ​ລັດຖະມົນຕີ​ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ​ເຂື່ອນ​ດັ່ງ​ກ່າວ, ​ໃນ​ວັນ​ທີ 26 ພະຈິກ 2020 ນີ້​ວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ຕັ້ງຢູ່ສາຍນໍ້າກົງ ແລະ ນອນຢູ່ໃນເຂດເມືອງພູວົງ ແຂວງອັດຕະປື, ​ເຊິ່ງສາຍນໍ້າກົງ ແມ່ນສາຂາໜຶ່ງ ຂອງແມ່ນໍ້າເຊກອງ ແລະ ມີແຜນພັດທະນາ ເຂື່ອນໄຟຟ້າແບບຂັ້ນໄດ (Cascade) ຈຳນວນ 4 ໂຄງການ ຄື: ໂຄງການເຂື່ອນໄຟຟ້ານໍ້າກົງ 0, ນໍ້າກົງ 1, ນໍ້າກົງ 2 ແລະ ນໍ້າກົງ 3. ສະ​ເພາະເຂື່ອນນໍ້າກົງ 1 ເປັນປະເພດເຂື່ອນຫີນຖົມ, ດ້ານໜ້າປູດ້ວຍເບຕົງ (CFRD), ລວງສູງຂອງໂຕ ເຂື່ອນ 90m, ເຮືອນຈັກໄຟຟ້າ ເປັນປະເພດຕັ້ງຢູ່ໃຕ້ດິນ, ມີກຳລັງຕິດຕັ້ງ 160 MW (2x80 MW), ສາມາດ​​ຜະລິດ​ໄຟຟ້າ​ ໄດ້​ທັງ​ໝົດປະມານ 633 ກິ​ກກະ​ວັດ​ໂມງ​ຕໍ່​ປີ, ​ໂດຍ​​ແມ່ນ​ບໍລິສັດ China International Water & Electric Corp (CWE) ຖື​ຮຸ້ນ 65%, ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຖື​ຮຸ້ນ 20% ​ແລະ ​ບໍລິສັດທີ່​ປຶກສາ​ ດ້ານ​ການ​ລົງທຶນ-ກໍ່ສ້າງ​ ເຂື່ອນ​ໄຟຟ້າ ຈຳກັດ (ICH) ຖື​ຮຸ້ນ 15%.

ໂຄງການກໍ່ສ້າງເຂື່ອນ ໄຟຟ້ານໍ້າກົງ 1 ໄດ້ສໍາເລັດບັນດາ ໜ້າວຽກສໍາຄັນ ເປັນຕົ້ນ, ການກໍ່ສ້າງຕົວເຂື່ອນ, ວິສະວະກອນທີ່ປຶກສາ ຂອງໂຄງການ ໄດ້ສໍາເລັດການຕີລາຄາ ປະເມີນຄຸນນະພາບການກໍ່ສ້າງ ແລະ ການປະເມີນ ຄວາມປອດໄພຂອງຕົວເຂື່ອນ ແລະ ສິ່ງປະກອບຕ່າງໆ ກ່ອນການກັກ ເກັບນໍ້າ ​ແລະ ໄດ້ສໍາເລັດການຕິດຕັ້ງ ອຸປະກອນຕິດຕາມຕົວເຂື່ອນ, ຈັດຕັ້ງທີມງານ ວິຊາການ ເພື່ອດໍາເນີນ ການກັກເກັບນໍ້າ ​ແລະ ໄດ້ເຜີຍແຜ່ ແຜນການກັກນໍ້າ ແລະ ແຜນຮັບມືໃນກໍລະນີ ສຸກເສີນໃຫ້ແກ່ອໍານາດ ການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ຈໍານວນ 14 ບ້ານ.

ຄຽງຄູ່​ກັບ​ຄວາມ​ຄືບ​ໜ້າ​ ຂອງ​ວຽກ​ງານ​ກໍ່ສ້າງ​ດັ່ງ​ກ່າວ, ວຽກ​ງານ​ຄຸ້ມ​ຄອງ ສິ່ງ​ແວດລ້ອມ-ສັງຄົມ ກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ ​ໃນ​ການ​ລົງ​ກວ​ດກາ​ຕິດຕາມ ຈາກ​ຜູ້​ພັດທະນາ​ໂຄງການ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ​ໂດຍ​ສະ​ເພາະ ​ແມ່ນ​ໜ່ວຍ​ງານ​ຄຸ້ມ​ຄອງ ​ສິ່ງ​ແວດ​ລ້ອມ ​ໄດ້​ລົງ​ຊຸກຍູ້ ​ແລະ ​ໃຫ້ການ​ຊີ້​ນຳ​ເປັນ​ປະຈຳ, ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດ​ ວຽກງານ​ດັ່ງກ່າວ​ ຂອງ​ໂຄງການ​ມີ​ ຄວາມ​ຄືບ​ໜ້າ​ຫລາຍ​ດ້ານ ​ເປັນ​ຕົ້ນການ​ຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາ​ ຄຸນ​ນະພາ​ບນ້ຳ, ການ​ຄຸ້ມ​ຄອງ​ວັດ​ສະດຸ ​ທີ່​ເປັນ​ອັນຕະລາຍ, ວຽກ​ງານ​ແກ້​ໄຂ​ຜົນ​ກະທົບ ​ທີ່​ເກີດ​ຈາກ​ການ​ກໍ່ສ້າງ ​ແລະ ອື່ນໆ.

ໂຄງການເຂ ອນໄຟຟ ານ າກ ງ 1 ຄ ບໜ າ 80 ຄາດ ຈະສຳເລ ດ 100 ໃນທ າຍເດ ອນກ ລະກ ດ 2021 ແຂວງກວ໋າງບິ່ງ: ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ

ຍສໝ - ຄະນະຊາວໜຸ່ມແຂວງ ກວ໋າງບິ່ງ ໄດ້ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ ພວມສຶກສາຮ່ຳຮຽນໃນບໍລິເວນແຂວງ ກວ໋າງບິ່ງ.

ໂຄງການເຂ ອນໄຟຟ ານ າກ ງ 1 ຄ ບໜ າ 80 ຄາດ ຈະສຳເລ ດ 100 ໃນທ າຍເດ ອນກ ລະກ ດ 2021 ຫວຽດນາມສະໜອງທຶນການສຶກສາ 1.100 ທຶນໃຫ້ແກ່ລາວ

ຍ​ສໝ - ຄະ​ນະ​ປະ​ຕິ​ບັດ​ງານ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ລາວ​ຫາ​ກໍ່​ມີ​ການ​ພົວ​ປ​ະ ແລ​ະ ເຮັດ​ວຽກ​ກັບ​ ​ກະ​ຊວງ​ສຶກ​ສາທິ​ການ ແລະ ກິ​ລາ ລາວ ເພື່ອ​ແລ​ກ​ປ່ຽນກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ຂົງ​ເຂດ​ການ​ສຶກ​ສາ​ສອງ​ຝ່າຍ. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ຄາດ​ວ່າ​ຈະ​ລົງ​ນາມ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ແຜນ​ການ​ຍຸດ​ທະ​ສາດ​ຮ່ວ​ມ​ມື​ການ​ສຶກ​ສາ​ໄລ​ຍະ 2021 – 2030 ໃນ​ທ້າຍ​ປີນີ້,

ໂຄງການເຂ ອນໄຟຟ ານ າກ ງ 1 ຄ ບໜ າ 80 ຄາດ ຈະສຳເລ ດ 100 ໃນທ າຍເດ ອນກ ລະກ ດ 2021 ວິສາຫະກິດຫວຽດນາມ ລົງທຶນຫຼາຍກ່ວາ 80 ລ້ານໂດລາສະຫະລັດ ຢູ່ ແຂວງຊຽງຂວາງ

ຍສໝ - ໃນໄລຍະດຽວກັນ (2011-2020), ຍອດຈຳນວນເງິນຊ່ວຍເຫລືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ແຂວງຊຽງຂວາງບັນລຸ 258.72 ຕື້ກີບ, ໃນຈຳນວນທັງໝົດ 17 ໂຄງການ.

kpl.gov.la

ເຫດການ
302 Found

Found

The document has moved here.