ຂໍ້ມູນສະຖິຕິມີຄວາມສຳຄັນຕໍ່ການ ວາງແຜນພັດທະນາ

14:46 | 29/06/2018

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ, ໄດ້ຈັດກອງປະຊຸມສະຖິຕິລະດັບຊາດ ເນື່ອງໃນໂອກາດວັນສະຖິຕິແຫ່ງຊາດ ຫົວຂໍ້ "ການຜະລິດຂໍ້ມູນສະຖິຕິທາງການ" ການເຜີຍແຜ່ຜົນສຳເລັດຂອງ ກອງປະຊຸມຄະນະກຳມາທິການສະຖິຕິອາຊຽນ ແລະ ຄະນະກຳມາທິການອື່ນໆ ຂອງປະຊາຄົມອາຊຽນ ຕໍ່ລະບົບ ສະຖິຕິແຫ່ງຊາດລາວ.

ຂໍ້ມູນສະຖິຕິມີຄວາມສຳຄັນຕໍ່ການ ວາງແຜນພັດທະນາ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

ໃນວັນທີ 28 ມິຖຸນານີ້ ທີ່ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງ ຊາດ, ທ່ານຜູ້ຕາງໜ້າຈາກສະ ຖານທູດ, ອົງການຈັດຕັ້ງ ສາກົນ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍແຂກຖືກເຊີນເຂົ້າ ຮ່ວມ.

ທ່ານ ສຸພັນ ແກ້ວມີໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນ ເລັ່ງໃສ່ 3 ຈຸດປະສົງຄື: ເພື່ອ ສະເຫຼີມສະຫຼອງວັນສະຖິຕິ ແຫ່ງຊາດ, ຖືເອົາວັນທີ 30 ມິຖຸນາຂອງທຸກໆປີ ເປັນວັນສະ ຖິຕິແຫ່ງຊາດ ຄົບຮອບ 8 ປີ ເນື້ອໃນການສະເຫຼີມສະຫຼອງ ແມ່ນແນໃສ່ເສີມຂະຫຍາຍ, ສ້າງຄວາມຮັບຮູ້ ແລະ ເພີ່ມທະວີຄວາມເປັນເອກະພາບໃນການຜະລິດ ແລະ ເຜີຍແຜ່ສະຖິຕິທາງການເພື່ອຕອບສະໜອງໃຫ້ແກ່ການວາງແຜນ ແລະ ຕັດສິນຂອງຜູ້ວາງນະໂຍບາຍຢ່າງກວ້າງຂວາງ ແລະ ທົ່ວເຖິງ, ເພື່ອແລກປ່ຽນບົດຮຽນ ແລະ ປະສົບການຈາກບັນດາຄູ່ຮ່ວມພັດທະນາໃນຂົງເຂດ ແລະ ພາກພື້ນ. ເຜີຍແຜ່ຜົນ ຂອງການເຄື່ອນໄຫວສະຖິຕິ, ເພື່ອຫາລືແຜນການຜະລິດ ແລະ ຄວາມຕ້ອງການຂໍ້ມູນສະຖິຕິທາງການ.

ໃນການຕິດຕາມການປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII. ໂດຍຜ່ານລະບົບລາຍງານການ ບໍລິການ ແລະ ການສຳຫຼວດ ເປັນຕົ້ນແມ່ນ ການສຳຫຼວດ ສະຖິຕິກະສິກຳ ແລະ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III. ທ່ານລັດຖະມົນຕີ ຍັງກ່າວຕື່ມວ່າ: ລັດຖະບານໃຫ້ຄວາມສຳຄັນໃນການພັດທະນາວຽກງານສະຖິຕິ ຊຶ່ງໄດ້ຮັບຮອງເອົາຍຸດທະສາດ ການພັດທະນາລະບົບສະຖິຕິແຫ່ງຊາດ 2016-2025 ແລະ ວິໄສທັດ 2030.

ຖືເອົາວຽກງານການ ເຊື່ອມສານສະຖິຕິເຂົ້າໃນແຜນງານຂອງບັນດາຂະແໜງການ ແລະ ທ້ອງຖິ່ນ, ແນໃສ່ການສ້າງ ລະບົບການເກັບກຳ, ການລາຍ ງານ ແລະ ການກວດກາຕິດ ຕາມການຈັດຕັ້ງປະຕິບັດບັນ ດາຄາດໝາຍຂອງພັກ-ລັດທີ່ ໄດ້ວາງອອກ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດກໍຄືຕອບສະໜອງພັນທະຕໍ່ຂົງເຂດພາກພື້ນ ແລະ ສາກົນ ໃຫ້ມີຄວາມຊັດເຈນ, ມີຄຸນນະພາບ ແລະ ທ່ວງທັນກັບສະພາບການ.

(ແຫຼ່ງ​ຂໍ້​ມູນ​: ​ປ​ຊ​ຊ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.