ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 360 ຄົນ​ຈາກ​ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ​ ກັບ​ຄື​ນ​ປະ​ເທດ

06:35 | 10/11/2020

ຍ​ສ​ໝ -  ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ ດ​່າ​ນັ້ງ, ຜູ້​ໂດຍ​ສານ​ທຸກ​ຄົນ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ 340 ຄົນ ຫວຽດ​ນາມ ຈາກ​ເຢຍ​ລະ​ມັນ ແລະ ຣູ​ມາ​ນີ​ກັບ​ຄືນ​ປະ​ເທດ
ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 450 ຄົນ​ຈາກ ​ສ.ເກົາຫຼີ​ ກັບ​ມາ​ປະ​ເທດ​ຢ່າງ​ປອດ​ໄພ
ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 360 ຄົນ​ຈາກ​ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ​ ກັບ​ຄື​ນ​ປະ​ເທດ
ຜູ້​ໂດຍ​ສານ​ລໍ​ຖ້າ​ຂຶ້ນ​ເຮືອ​ບິນ

ໃນ​ລະ​ຫວ່າງວັນ​ທີ 7 – 8 ພະ​ຈິກ, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ຫວຽດ​ນາມ, ບັນ​ດາ​ອົງ​ການ​ຕ່າງ​ໜ້າ ຫວຽດ​ນາມ​ປະ​ຈຳ ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ, ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ປະ​ເທດ​ປະ​ຈຳ​ຖິ່ນ​ຈັດ​ສົງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 360 ຄົນ​ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ.

ຜູ້​ໂດຍ​ສານ​ໃນ​ຖ້ຽວ​ບິນ​ລວມ​ມີ ເດັກ​ນ້ອຍ​ມີ​ອາ​ຍຸ​ຕ່ຳ​ກ່​ວາ 18 ປີ, ຜູ້​ມີ​ອາ​ຍຸ​ສູງ, ຜູ້​ເຈັບ​ປວດ, ນັກ​ສຶກ​ສາ​ໄດ້​ສຳ​ເລັດ​ການ​ຮຽນ​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ຍ້ອນ​ປິດ​ຫໍ​ພັກ ແລະ ບັນ​ດາ​ກໍ​ລະ​ນີ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ

ບັນ​ດາ​ອົງ​ການ​ຕ່າງ​ໜ້າ ຫວຽດ​ນາມ​ໄດ້​ຕັ້ງ​ໜ້າ ໜູນ​ຊ່ວຍ​ພົນ​ລະ​ເມືອງ​ໃນ​ນັ້ນ​ມີ​ຜູ້​ຢູ່​ໄກ, ມີ​ຜູ້​ຕ້ອງ​ການ​ການ​ໜູນ​ຊ່ວຍ​ພິ​ເສດ​ເດີນ​ທາງ​ມາ​ຍັງ​ສະ​ຖານ​ທີ່​ເຕົ້າ​ໂຮມ ຢູ່​ສະ​ໜາມ​ບິນ San Francisco ແລະ Los Angeles, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ, ພ້ອ​ມ​ທັງ​ໄດ້​ສົ່ງ​ພະ​ນັກ​ງານ​ມາ​ສະ​ໜາມ​ບິນ​ໂດຍ​ກົງ​ເພື່ອ​ໜູນ​ຊ່ວຍ​ພົນ​ລະ​ເມືອງ​ປະ​ຕິ​ບັດ​ສຳ​ເລັດ​ລະ​ບຽບ​ການ ແລະ ໄລ​ຍະ​ຂຶ້ນ​ເຮືອ​ບິນ​ໂດຍ​ໄວ ແລະ ປອດ​ໄພ.

ດ້​ວຍ​ເປົ້າ​ໝາຍ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ພົນ​ລະ​ເມືອງ, ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ ໂລກ​ລະ​ບາດ, ບໍ​ລິ​ສັດ​ການ​ບິນ​ໄດ້​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ບັນ​ດາ​ມາດ​ຕະ​ການ​ກ່​ຽວ​ກັບ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ ໃນ​ໄລ​ຍະ​ບິນ. ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ ດ​່າ​ນັ້ງ, ຜູ້​ໂດຍ​ສານ​ທຸກ​ຄົນ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ 340 ຄົນ ຫວຽດ​ນາມ ຈາກ​ເຢຍ​ລະ​ມັນ ແລະ ຣູ​ມາ​ນີ​ກັບ​ຄືນ​ປະ​ເທດ

ຍ​ສໝ - ພາຍຫຼັງ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ ເຕິນ​ເຊີນ​ເຍິດ, ຜູ້​ໂດຍ​ສານ​ທັງ​ໝົດ​ໄດ້​ຮັບ​ການ​ກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ລວມ​ໝູ່.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ເກືອບ 450 ຄົນ​ຈາກ ​ສ.ເກົາຫຼີ​ ກັບ​ມາ​ປະ​ເທດ​ຢ່າງ​ປອດ​ໄພ

ຍ​ສ​ໝ - ພາຍຫຼັງ​ລົງ​ຈອດ​ຢູ່​ສະ​ໜາມ​ບິນສາ​ກົນເກິ່ນ​ເທີ, ຜູ້​ໂດຍ​ສານ​ທັງ​ໝົດ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕ​ົວ​ຕາມ​ຂໍ້​ກ​ຳ​ນົດ.

ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ​ຈາກ​ຟີ​ລິບ​ປິນ​ກັບ​ມາ​ປະ​ເທດ​ຢ່າງ​ປອດ​ໄພ

ຍ​ສ​ໝ - ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນສາ​ກົນເຕິນ​ເຊີນ​ເຍິດ, ຜູ້​ໂດຍ​ສານ​ທັງ​ໝົດ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂ​ໍ້​ກຳ​ນົດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.