ທ່ານ Park Byeong-Seug ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ​ ສິ້ນ​ສຸ​ດ​ການ​​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

07:00 | 06/11/2020

ຍ​ສໝ - ທີ່ບັນດາການພົບປະ, ສອງຝ່າຍໄດ້ຢັ້ງຢືນການພົວພັນ “ຄູ່ຮ່ວມມືຍຸດທະສາດ” ຫວຽດນາມ - ສ.ເກົາຫຼີ ພວມມີການພັດທະນາຢ່າງແຮງ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ.

ທ ານ park byeong seug ປະ ທານ ສະ ພາ ແຫ ງ ຊາດ ສ ເກ າຫ ສ ນ ສ ດ ການ ຢ ຽມ ຢາມ ຫວຽດ ນາມ ຢ າງ ເປ ນ ທາງ ການ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ
ທ ານ park byeong seug ປະ ທານ ສະ ພາ ແຫ ງ ຊາດ ສ ເກ າຫ ສ ນ ສ ດ ການ ຢ ຽມ ຢາມ ຫວຽດ ນາມ ຢ າງ ເປ ນ ທາງ ການ ເຊື່ອມ​ຕໍ່​ການ​ສະ​ໜອງ​ອຸດ​ສາ​ຫະ​ກຳ​ລະ​ຫວ່າງ ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ສ.ເກົາຫຼີ
ທ ານ park byeong seug ປະ ທານ ສະ ພາ ແຫ ງ ຊາດ ສ ເກ າຫ ສ ນ ສ ດ ການ ຢ ຽມ ຢາມ ຫວຽດ ນາມ ຢ າງ ເປ ນ ທາງ ການ
ທ່ານ Park Byeong Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

ຕອນຄ່ຳວັນທີ 4 ພະຈິກ, ທ່ານ Park Byeong Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ສ.ເກົາຫຼີ, ໄດ້ເດີນທາງອອກຈາກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 31 ຕຸລາ - 4 ພະຈິກ 2020 ຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ.

ໃນຂອບເຂດການຢ້ຽມຢາມ, ທ່ານ Park Byeong Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ໄດ້ມີການພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ພົບປະໂອ້ລົມກັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ…

ທີ່ບັນດາການພົບປະ, ສອງຝ່າຍໄດ້ຢັ້ງຢືນການພົວພັນ “ຄູ່ຮ່ວມມືຍຸດທະສາດ” ຫວຽດນາມ - ສ.ເກົາຫຼີ ພວມມີການພັດທະນາຢ່າງແຮງ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).

ກ່ຽວກັບການພົວພັນສອງສະພາແຫ່ງຊາດ, ສອງຝ່າຍໄດ້ສະໜັບສະໜູນບັນດາລາຍການ, ແຜນການຮ່ວມມືສອງຝ່າຍຂອງ ລັດຖະບານ ກໍ່ຄືບັນດາຂອບເຂດການຮ່ວມມື, ການຮ່ວມສຳພັນໃນພາກພື້ນ ເຊິ່ງສອງປະເທດພ້ອມກັນຊຸກຍູ້, ໃນນັ້ນມີການພົວພັນລະຫວ່າງ ສະພາແຫ່ງຊາດສອງປະເທດເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຮ່ວມມື, ພັດທະນາໃນພາກພື້ນ ແລະ ໂລກ.

ສອງຝ່າຍເຫັນດີເປັນເອກະພາບ, ສືບຕໍ່ຮັກສາການພົວພັນແລກປ່ຽນ, ພົບປະຂັ້ນສູງ, ທຸກຂັ້ນ, ສ້າງສະພາບແວດລ້ອມສະດວກເພື່ອປະຕິບັດເປົ້າໝາຍຄວບຄູ່ແມ່ນທັງປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທັງພັດທະນາເສດຖະກິດ - ສັງຄົມ, ນຳການພົວພັນລະຫວ່າງສອງປະເທດກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ.

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 04 ພະຈິກ, ທ່ານ ຫງວຽນວັນເນນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ມີການຕ້ອນຮັບທ່ານ Park Byeong-Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ. ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນນ ໃຫ້ຮູ້ວ່າ: ໃນສະພາບການໂລກລະບາດໂຄວິດ-19, ບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ແລະ ຫວຽດນາມ ຍັງສືບຕໍ່ການໜູນຊ່ວຍ, ແບ່ງປັນການປ້ອງກັນ, ສະກັດກັ້ນໂລກລະບາດໄດ້ເປັນຢ່າງດີ. ມາຮອດຈຸດເວລານີ້, ສ.ເກົາຫຼີ ພວມຢືນອັນດັບທີ 3 ກ່ຽວກັບເງິນລົງທຶນ ແລະ ພວມມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງນະຄອນໂຮ່ຈີມິນ.

ເມື່ອແລກປ່ຽນກ່ຽວກັບບັນດາການກຳນົດທິດພັດທະນາຂອງນະຄອນໂຮ່ຈີມິນ ໃນໄລຍະຈະມາເຖິງ, ທ່ານ ຫງວຽນວັນເນນ ປາດຖະໜາຢາກໃຫ້ ສ.ເກົາຫຼີ ໜູນຊ່ວຍນະຄອນບຳລຸງສ້າງຊັບພະຍາກອນມະນຸດໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ, ສາທາລະນະສຸກ, ການທ່ອງທ່ຽວ, ການຄຸ້ມຄອງຕົວເມືອງ, ການຫັນເປັນອັດຕະໂນມັດ, ໂລຈີຕິກ.

ສ່ວນທ່ານ Park Byeong-Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ກໍ່ຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາການກຳນົດທິດພັດທະນາຂອງນະຄອນໂຮ່ຈີມິນ ແລະ ທ່ານຢືນຢັນວ່າ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດເພີ່ມທະວີການຮ່ວມມືກັບນະຄອນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດກ່ວາອີກ.

ທ ານ park byeong seug ປະ ທານ ສະ ພາ ແຫ ງ ຊາດ ສ ເກ າຫ ສ ນ ສ ດ ການ ຢ ຽມ ຢາມ ຫວຽດ ນາມ ຢ າງ ເປ ນ ທາງ ການ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ

ຍສໝ - ທ່ານ Park Byeong - Seug ໄດ້ກ່າວຄຳເຫັນວ່າ ຄວນຍົກລະດັບການພົວພັນລະຫວ່າງສອງປະເທດ ຈາກການພົວພັນຄູ່ຮ່ວມມືຍຸດທະສາດ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ ານ park byeong seug ປະ ທານ ສະ ພາ ແຫ ງ ຊາດ ສ ເກ າຫ ສ ນ ສ ດ ການ ຢ ຽມ ຢາມ ຫວຽດ ນາມ ຢ າງ ເປ ນ ທາງ ການ ເຊື່ອມ​ຕໍ່​ການ​ສະ​ໜອງ​ອຸດ​ສາ​ຫະ​ກຳ​ລະ​ຫວ່າງ ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ສ.ເກົາຫຼີ

ຍ​ສ​ໝ - ມີ​ວິ​ສາ​ຫະ​ກິດ​ກ່​ວາ 30 ແຫ່ງ​ເຂົ້າ​ຮ່ວມ​ວາ​ລະ​ການ​ເຊື່ອມ​ຕໍ່, ໃນ​ນັ້ນ​ມີວິ​ສາ​ຫະ​ກິດ 5 ແຫ່ງ​ໄດ້​ເຊື່ອມ​ຕໍ່​ທາງ​ອອນ​ລາຍ​ກັບ ​ສ.ເກົາ​ຫຼີ.

ທ ານ park byeong seug ປະ ທານ ສະ ພາ ແຫ ງ ຊາດ ສ ເກ າຫ ສ ນ ສ ດ ການ ຢ ຽມ ຢາມ ຫວຽດ ນາມ ຢ າງ ເປ ນ ທາງ ການ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ຕ້ອນຮັບປະທານກຸ່ມຜູ້ແທນສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ

ຍສໝ - ສ.ເກົາຫຼີ ພ້ອມທີ່ຈະສະໜັບສະໜູນການພັດທະນາຂອງຫວຽດນາມ, ປາດຖະໜາຢາກຊຸກຍູ້ການພົວພັນຂອງສອງປະເທດ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ຊ່ອງທາງ ແລະ ທຸກຂັ້ນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.