ລາວຈະສົ່ງເສີມໃຫ້ລົງທຶນ ໃນພະລັງງານທາງເລືອກຫຼາຍຂຶ້ນ ແທນການສ້າງເຂື່ອນ

11:50 | 13/07/2018

ຍ​ສ​ໝ - ໃນ​ເມື່ອມໍ່ໆ​ມານີ້ ລັດຖະບານລາວ ໄດ້​ວາງ​ແຜນ​ວ່າຈະສົ່ງເສີມໃຫ້ບໍລິສັດເອກະຊົນລົງທຶນໃນການພັດທະນາພະລັງງານ ທາງເລືອກຫລາຍຂຶ້ນ ໂດຍສະເພາະແມ່ນພະລັງງານແສງອາທິດ, ພະລັງງານລົມ ແລະ ຊີວະມວນ ເພື່ອທົດແທນການສ້າງເຂື່ອນໄຟຟ້າ.

ອົງການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ຫລື Mekong Watch ທີ່ມີສໍານັກງານໃຫຍ່ຕັ້ງຢູ່ ນະຄອນໂຕກຽວ ປະເທດຍີ່ປຸ່ນໄດ້ສະເໜີຕໍ່ທາງການລັດຖະບານລາວ ເມື່ອບໍ່ນານມານີ້ວ່າ ຄວນຈະໃຫ້ການສົ່ງເສີມການລົງທຶນເຂົ້າໃນ ການພັດທະນາແຫລ່ງພະລັງງານທາງເລືອກໃຫ້ຫລາຍຂຶ້ນ ໂດຍສະເພາະກໍແມ່ນພະລັງງານຈາກລົມ, ແສງອາທິດ ແລະຊີວະມວນນັ້ນ ຖືວ່າເປັນແຫລ່ງຜະລິດພະລັງງານໄຟຟ້າທີ່ສປປ ລາວ ມີຄວາມອາດສາມາດສູງທັງຍັງເປັນມິດຕໍ່ສິ່ງແວດລ້ອມທຳມະຊາດອີກດ້ວຍ.

ລາວຈະສົ່ງເສີມໃຫ້ລົງທຶນ ໃນພະລັງງານທາງເລືອກຫຼາຍຂຶ້ນ ແທນການສ້າງເຂື່ອນ

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່.

ທາງດ້ານ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ຢືນຢັນວ່າ: ການພັດທະນາພາກພະລັງງານໃນລາວບໍ່ໄດ້ເໜັ້ນໜັກສະເພາະການກໍ່ສ້າງເຂື່ອນເທົ່ານັ້ນ, ຫາກແຕ່ຍັງລວມເຖິງ ການພັດທະນາ ພະລັງງານທາງເລືອກ ເຊັ່ນ: ພະລັງງານລົມ, ແສງອາທິດ ແລະຊີວະມວນ ອີກດ້ວຍ ດັ່ງທີ່ທ່ານຄໍາມະນີໃຫ້ການຢືນຢັນວ່າ:

“ສໍາລັບແຫລ່ງຜະລິດໄຟຟ້າ ຊຶ່ງວ່າເປັນພະລັງງານທົດແທນພວກເຮົາໄດ້ມີການສຶກສາພະລັງງານລົມຢູ່ 4 ແຂວງພາກໃຕ້ຄື ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ,ແລະອັດຕະປື ແລະກໍຄາດວ່າຈະກໍ່ສ້າງພະລັງງານລົມນີ້ 600 ເມກາວັດ ຈະໃຫ້ສໍາເລັດໃນປີ 2025 ແລະພະລັງງານແສງອາທິດກໍມີຄວາມສໍາຄັນຫລາຍຢູ່ທັງພາກກາງແລະພາກໃຕ້ຂອງລາວກໍມີແຫລ່ງເໝາະສົມ ສໍາລັບເຮັດພະລັງງານໂດຍແສງອາທິດຄາດວ່າ ພວກເຮົາຈະພັດທະນາພະລັງງານແສງອາທິດນີ້ ມັນຈະບໍ່ມີບ່ອນທີ່ວ່າຜະລິດບ່ອນໃຫຍ່ໂລດ. ມັນຂຶ້ນກັບລະບົບແສງອາທິດທີ່ສ່ອງເຂົ້າມາ ອັນນຶ່ງອີກ ພວກເຮົາສາມາດຈະຜະລິດພະລັງງານໄຟຟ້າ Bio-Mass ຈາກກາກອ້ອຍທາງພາກກາງ ແລະ ພາກໃຕ້.”

ພັດທະນາ ໃນດ້ານພະລັງງານ ແລະ ຂຸດຄົ້ນແຮ່ທາດຢ່າງຍືນຍົງ

ທ່ານລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ ​ຍັງຢືນຢັນວ່າ: ຈະເປົ້າໝາຍທີ່ສຳຄັນຂອງການພັດທະນາດ້ານພະລັງງານ ແລະ ຂຸດຄົ້ນແຮ່ທາດໃນລາວ ນັບຈາກປີ 2016-2025 ກໍຄືການພັດທະນາເພື່ອການນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງຍືນຍົງ ແລະ ເກີດຜົນປະໂຫຍດຕໍ່ປະຊາຊົນລາວ ບັນດາເຜົ່າຢ່າງກວ້າງຂວາງ.

ໂດຍສະເພາະແມ່ນ ການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້າ ເພື່ອຕອບສະໜອງ ການຊົມໃຊ້ ພາຍໃນປະເທດໃຫ້ໄດ້ ຢ່າງພຽງພໍກັບຄວາມຕ້ອງການ ທີ່ເພີ້ມຂຶ້ນນັບມື້ ລວມເຖິງການຂຸດຄົ້ນແຮ່ທາດ ທີ່ມີລາຄາສູງ ແລະ ແຮ່ທາດທີ່ມີປະລິມານຢ່າງຫຼວງຫຼາຍ ນັ້ນ ດັ່ງທີ່ ທ່ານຄຳມະນີ ໄດ້ໃຫ້ການຢືນຢັນວ່າ:

ສຳຫລັບຍຸດທະສາດ ຂອງການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ຮອດປີ 2025 ນີ້ ພວກເຮົາວາງໄວ້ວ່າ ອັດຕາການຊົມໃຊ້ພະລັງງານໄຟຟ້າ ຢູ່ພາຍໃນຄອບຄົວ ເຮືອນປະຊາຊົນລາວ ຂອງພວກເຮົານີ້ ໃຫ້ສູງກວ່າ 95 ເປີເຊັນ ແລ້ວກະພັດທະນາ ໄຟຟ້າພະລັງນ້ຳ ເປັນບຸລິມະສິດໃຫ້ໄດ້ ຢ່າງນ້ອຍ 12,000 ເມກາວັດ ພ້ອມນັ້ນ ກໍສືບ ຕໍ່ພັດທະນາແຮ່ທາດ ມີມູນຄ່າສູງ ເຊັ່ນຕົວຢ່າງ ຄຳ ທອງ ເງິນ ແລ້ວ ກະສືບຕໍ່ການເສີມ ຂະຫຍາຍການພັດທະນາແຮ່ທາດ ທີ່ມີປະລິມານໃຫຍ່ ເຊັ່ນເກືອ Potash ຫຼືວ່າ ຖ່ານ Bauxite ແລະອື່ນໆ ຕາມທິດພັດທະນາ ທີ່ມີຄວາມຍືນຍົງ.”

ກ່ອນໜ້ານີ້ ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການເງິນ ໄດ້ສະເໜີລາຍງານວ່າ ຜົນຜະລິດໃນພາກພະລັງງານ ແລະ ບໍ່ແຮ່ ໄດ້ເພີ້ມຂຶ້ນ ໃນອັດຕາສະເລ່ຍ 8 ເປີເຊັນ ຕໍ່ປີ ໃນຊ່ວງແຜນການປີ 2011-2015 ໂດຍ ມີມູນຄ່າລວມ 94,340.39 ຕື້ກີບ ຄິດເປັນ 12 ເປີເຊັນ ຂອງຍອດຜະລິດຕະພັນລວມ ພາຍໃນ (GDP) ແລະເພີ້ມຂຶ້ນ 9.22 ເປີເຊັນ ທຽບກັບແຜນການປີ 2006-2010

ສ່ວນໃນຊ່ວງແຜນການປີ 2014-2015 ນັ້ນ ການຜະລິດໃນພາກພະລັງງານ ແລະ ການ ຂຸດຄົ້ນແຮ່ທາດໄດ້ຂະຫຍາຍຕົວເພີ້ມຂຶ້ນ 12 ເປີເຊັນ ເມື່ອທຽບໃສ່ໃນລະຍະດຽວກັນ ໃນແຜນການປີ 2013-2014 ທີ່ຜ່ານມາ ຊຶ່ງກໍເປັນຜົນເຮັດໃຫ້ມີລາຍໄດ້ ຈາກການສົ່ງ ອອກໄຟຟ້າ ໃນມູນຄ່າ 385 ລ້ານໂດລາ ແລະ ແຮ່ທາດ 856 ລ້ານໂດລາ ໂດຍເຮັດໃຫ້ ຄາດໝາຍໄດ້ວ່າຜົນຜະລິດ ໃນພາກພະລັງງານ ແລະ ບໍ່ແຮ່ ຈະເພີ້ມຂຶ້ນ 20 ເປີເຊັນ ຂອງ GDP ໃນປີ 2020 ຖ້າຫາກວ່າ ສາມາດຮັກສາອັດຕາການຂະຫຍາຍຕົວໃຫ້ໄດ້ ໃນລະດັບ 12 ເປີເຊັນ ຕໍ່ປີ ໃນແຜນການປີ 2016-2020 ໂດຍແບ່ງເປັນການຂະຫຍາຍຕົວ ຂອງ ຂະແໜງພະລັງງານ ໃນອັດຕາສະເລ່ຍ 15 ເປີເຊັນ ແລະຂະແໜງບໍ່ແຮ່ ໃນອັດຕາສະເລ່ຍ 10 ເປີເຊັນ ຕໍ່ປີ ຕາມລຳດັບ.

ທັງນີ້ ໂດຍຈາກການສຶກສາ ໃນລະຍະທີ່ຜ່ານມາ ພົບວ່າ ການກໍ່ສ້າງເຂື່ອນໃນລາວ ຢ່າງ ເຕັມກຳລັງນັ້ນ ຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ ລວມກັນລະຫວ່າງ 28,000 ເຖິງ 30,000 ເມກາວັດ ທັງກໍຍັງຈະສົ່ງຜົນດີ ຕໍ່ການພັດທະນາເພື່ອລົບລ້າງ ບັນຫາຄວາມຍາກຈົນຂອງປະຊາຊົນບັນດາເຜົ່າ ທີ່ຢູ່ເຂດຊົນນະບົດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສຳລັບໃນດ້ານຂະແໜງບໍ່ແຮ່ນັ້ນ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ ທຳການກວດສອບການດຳເນີນງານ ຂອງບັນດາບໍລິສັດ ທີ່ໄດ້ຮັບສຳປະທານ ຂຸດຄົ້ນ ແຮ່ທາດ ໃນທົ່ວປະເທດຊຶ່ງພົບວ່າ ການດຳເນີນງານຂອງບໍລິສັດ ສ່ວນໃຫຍ່ບໍ່ເປັນໄປ ຕາມສັນຍາ ເຊັ່ນການຄຸ້ມຄອງໂຄງການບໍ່ໄດ້ມາດຕະຖານ ຈຶ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ທຳມະຊາດ ລະບົບນິເວດວິທະຍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງກວ້າງຂວາງ.

ສ່ວນການຊົດເຊຍຕໍ່ຜົນເສຍຫາຍ ຂອງປະຊາຊົນນັ້ນ ກໍດຳເນີນໄປຢ່າງຊັກຊ້າ ໃນຂະນະດຽວກັນ ກໍຍັງມີການນຳໃຊ້ນິຕິກຳ ໃນການແຈ້ງຊຳລະພາສີອາກອນ ທີ່ກ່ຽວກັບການຂຸດ ຄົ້ນແຮ່ທາດ ທີ່ບໍ່ໂປ່ງໃສ ແລະ ການປະຕິບັດໜ້າທີ່ຂອງພະນັກງານລັດ ກໍຍັງບໍ່ລວມສູນ ແລະ ບໍ່ເປັນເອກະພາບກັນ ໃນທົ່ວປະເທດ ຈຶ່ງເຮັດໃຫ້ເກີດມີການສັບສົນ ໃນການຄຸ້ມ ຄອງ ແລະ ການຈັດເກັບລາຍຮັບຂອງລັດຖະບານລາວດ້ວຍ.

ໂດຍສຳປະທານ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງພະລັງງານ ມີເຖິງ 226 ບໍລິສັດ ຊຶ່ງກວມເອົາພື້ນທີ່ຂຸດຄົ້ນ ລວມກັນກວ້າງກວ່າ 58,569 ກິໂລແມັດມົນທົນ ໂດຍຄິດເປັນ ເກືອບ 25 ເປີເຊັນ ຂອງພື້ນທີ່ທັງໝົດ ຂອງປະເທດລາວໃນປັດຈຸບັນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.