ຄຳຖະແຫຼງ ຂອງທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດCOVID-19ຢູ່ ສປປ ລາວ

11:19 | 16/04/2020

ໃນ​ໂອ​ກາດຖະແຫຼງ​ຂ່າວກ່ຽວກັບສະພາບການສະກັດ​ກັ້ນ ​ແລະ ຕ້ານ​ການ​ແຜ່​ລະບາດຂອງພະຍາດ​ໂຄວິດ-19ຢູ່ ສປປ ລາວເມື່ອ​ວັນ​ທີ15ເມ​ສາ2020ທີ່​ຫ້ອງວ່າ​ການ​ສຳ​ນັກ​ງາ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ທ່ານ​ທອງ​ລຸນ​ສີ​ສຸ​ລິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສ​ປ​ປ​ລາວໄດ້​ກ່າວ​ວ່າ:ລັດຖະບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວສັງຄົມສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020,   ບັນດານິຕິກໍາ, ຂໍ້ແນະນໍາ ຂອງຄະນະສະເພາະກິດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງ COVID-19 ຈະແກ່ຍາວໄປ ຕື່ມອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020, ຖ້າມີການປ່ຽນແປງແນວໃດ ຈຶ່ງແຈ້ງຕາມທີ່ຫຼັງ.

ຄຳຖະແຫ ງ ຂອງທ ານທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ກ ຽວກ ບສະພາບການສະກ ດກ ນ ແລະ ຕ ານການແຜ ລະບາດຂອງພະຍາດcovid 19ຢ ສປປ ລາວ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳສັ່ງໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອານຸບານຊົ່ວຄາວ
ຄຳຖະແຫ ງ ຂອງທ ານທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ກ ຽວກ ບສະພາບການສະກ ດກ ນ ແລະ ຕ ານການແຜ ລະບາດຂອງພະຍາດcovid 19ຢ ສປປ ລາວ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ
ຄຳຖະແຫ ງ ຂອງທ ານທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ກ ຽວກ ບສະພາບການສະກ ດກ ນ ແລະ ຕ ານການແຜ ລະບາດຂອງພະຍາດcovid 19ຢ ສປປ ລາວ

ທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ສປປ. ລາວ

ພໍ່ແມ່ພີ່ນ້ອງຊາວລາວໃນທົ່ວປະເທດ ທີ່ເຄົາລົບຮັກທັງຫຼາຍ.

ມື້ນີ້, ວັນທີ 15 ເມສາ ປີ 2020 ກົງກັບແຮມ 8ຄໍ່າ ເດືອນ 5 ພສ 2563 ແມ່ນມື້ເນົາຂອງປີໃໝ່ (ປີຊວດ) ຂອງຊາດລາວເຮົາ. ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບພີ່ນ້ອງຮ່ວມຊາດ ໃນທົ່ວປະເທດ, ຮັບເອົາພອນໄຊອັນປະເສີດ (ທີ່ເຕັມໄປດ້ວຍຄວາມສາມັກຄີ ຮັກແພງອັນອົບອຸ່ນ, ຄວາມໂອບເອື້ອອາລີ, ແລະ ຄວາມຫ່ວງໄຍ ອັນເລິກເຊິ່ງ) ຈາກ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດທີ່ເຄົາລົບ ຮັກຂອງປະຊາຊົນລາວ ທົ່ວປະເທດ. ຄຳອວຍພອນນັ້ນໄດ້ກາຍ ເປັນກຳລັງໃຈອັນແຮງກ້າ ປຸກລະດົມ ໃຫ້ແກ່ພີ່ນ້ອງຊາວລາວ, ເຊື້ອຊາດລາວທຸກໆຄົນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ກ້າວຂຶ້ນຜ່ານພົ້ນ ສະພາບການ ທີ່ບໍ່ປົກກະຕິ ແລະ ຫົວລ້ຽວຫົວຕໍ່ ຢູ່ໃນຂະນະນີ້. ໃນໂອກາດລຶກງາມຍາມດີນີ້ ຂ້າພະເຈົ້າ ຂໍຮ່ວມກັບປະຊາຊົນລາວທັງຊາດ ຂໍອວຍພອນໄຊອັນປະເສີດ ແກ່ທ່ານປະທານປະເທດ ແລະ ຜູ້ນຳພັກ-ລັດ ຂອງພວກເຮົາ ຈົ່ງມີພາລານະໄມ ສົມບູນ, ອາຍຸໝັ້ນຂວັນຍືນ ສືບຕໍ່ນໍາພາປະເທດລາວເຮົາ ໃຫ້ຜ່ານພົ້ນວິກິດ ແລະ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ.

ໃນນາມລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍແຈ້ງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ຊາບຢ່າງທົ່ວເຖິງກັນວ່າ: ພະຍາດອັກເສບປອດສາຍພັນໃໝ່ “COVID-19”ກຳລັງເປັນໄພຄຸກຄາມໃນທຸກໆປະເທດໃນໂລກ ແລະ ແຜ່ລະບາດ ດ້ວຍຈັງຫວະໄວ ແລະ ເພີ່ມຄວາມຮຸນແຮງ ຂຶ້ນຊັກໄຊ້. ມາຮອດມື້ນີ້, COVID-19 ໄດ້ຂ້າຊີວິດຂອງຄົນໄປແລ້ວ ເປັນແສນໆ ແລະ ກໍາລັງ ມີຜູ້ຕິດເຊື້ອເປັນລ້ານກວ່າຄົນ ແລະ ກຳລັງ ເພີ່ມຈຳນວນຂຶ້ນເລື້ອຍໆໃນແຕ່ລະຊົ່ວໂມງ ແລະ ຍັງບໍ່ຮູ້ໄດ້ວ່າ ເວລາໃດພວກເຮົາ ຈຶ່ງຈະສາມາດຢັບຢັ້ງ ແລະ ຢຸດຕິມັນໄດ້.

ກອງປະຊຸມສຸດຍອດ ສະໄໝພິເສດ ຂອງບັນດາຜູ້ນຳອາຊຽນ ແລະ ອາຊຽນ ບວກ ສປ ຈີນ, ສ ເກົາຫລີ ແລະ ຢີ່ປຸ່ນ ໂດຍຜ່ານລະບົບສື່ສານທາງໄກ (Video Conference) ທີ່ເປັນຄວາມຄິດລິເລີ່ມຂອງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນຖານະປະທານອາຊຽນໄດ້ໄຂຂຶ້ນ ແລະ ສໍາເລັດລົງໃນມື້ວານນີ້. ບັນດາຜູ້ນໍາອາຊຽນ ແລະ ອາຊຽນ ບວກ3 ໄດ້ປຶກສາຫາລືກັນຢ່າງຈິງຈັງ ແລະ ໄດ້ເຫັນດີເປັນເອກະພາບກັນສູງ ຮັບເອົາມາດຕະການຕ່າງໆເພື່ອຕໍ່ສູ້ກັບCOVID-19 ທັງຢູ່ແຕ່ລະປະເທດ ທັງມີການຮ່ວມມືກັນ ລະຫວ່າງອາຊຽນ ແລະ ອາຊຽນ ບວກ 3. ບັນດາຜູ້ນຳຂອງ 13 ປະເທດ ໄດ້ໃຫ້ຄວາມສໍາຄັນສູງສຸດ ຕໍ່ໄລຍະຫົວລ້ຽວຫົວຕໍ່ນີ້ ໂດຍໄດ້ອອກຖະແຫຼງການຮ່ວມ ຂອງກອງປະຊຸມສໍາຄັນນີ້ດ້ວຍ.

ພໍ່ແມ່ພີ່ນ້ອງທີ່ຮັກແພງ ທັງຫຼາຍ,

ມື້ນີ້, ຂ້າພະເຈົ້າ ແລະ ການນຳຂອງລັດຖະບານ ໄດ້ຮັບລາຍງານ ຈາກຄະນະສະເພາະກິດຂັ້ນສູນກາງ ກ່ຽວກັບສະພາບການລະບາດ ຂອງ Covid-19 ໃນທົ່ວປະເທດ ແລະ ການຕີລາຄາ, ທົບທວນຜົນຂອງການປະຕິບັດ ຄຳສັ່ງ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ນີ້.ໃນ 2 ອາທິດທີ່ຜ່ານມາ... ຂ້າພະເຈົ້າຮັບຮູ້ຢ່າງເລິກເຊີ່ງວ່າ: ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ ແລະ ການອໍານວຍຄວບຄຸມ ຂອງອໍານາດການ ປົກຄອງຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ, ການປະຕິບັດຄໍາສັ່ງ ໄດ້ດໍາເນີນໄປຢ່າງຂຸ້ນຂ້ຽວ ແລະ ມີປະສິດທິຜົນດີ, ທຸກໆຄົນໃນສັງຄົມ ໄດ້ເຂົ້າຮ່ວມ ແລະ ຮັບຜິດຊອບ ຕາມພາລະບົດບາດຂອງຕົນເອງ, ສ້າງໄດ້ຂະບວນການທີ່ເປັນຮູບ ປະທໍາຢ່າງແທ້ຈິງ, ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສ ຂອງບັນດາມາດຕະການ ຂອງຄຳສັ່ງສະບັບນີ້ ຊຶ່ງທຸກໆອົງການຈັດຕັ້ງແຕ່ເທິງລົງລຸ່ມ ໄດ້ຜັນຂະຫຍາຍຢ່າງມີຄວາມຮັບຜິດຊອບ ແລະ ປະດິດສ້າງໄປໃນທາງ ທີ່ຖືກຕ້ອງ ແລະ ເປັນເອກະພາບກັນ. ຍ້ອນແນວນັ້ນ, ພວກເຮົາ ຈຶ່ງສາມາດຍາດໄດ້ຜົນສຳເລັດເບື້ອງຕົ້ນ ໃນການຕໍ່ສູ້ກັບພະຍາດລະບາດ Covid-19. ຕາງໜ້າລັດຖະບານ,ຂ້າພະເຈົ້າ ຂໍຊົມເຊີຍດ້ວຍຄວາມຈິງໃຈ ມານະໂອກາດນີ້.ພິເສດ ຂ້າພະເຈົ້າ ຢາກຂໍຝາກຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ໄປຍັງພະນັກງານແພດໝໍ ໃນທົ່ວປະເທດ ທີ່ໄດ້ເຮັດວຽກແຂ່ງກັບເວລາ ໂດຍບໍ່ຮູ້ອິດ ຮູ້ເມືອຍ, ດ້ວຍຄວາມເສຍສະຫຼະ, ຄວາມຮັບຜິດຊອບສູງ ທີ່ເຕັມໄປດ້ວຍຄວາມທ້າທາຍ ແລະ ຄວາມສ່ຽງ ເພື່ອປ້ອງກັນ ແລະ ປິ່ນປົວຄົນເຈັບ ໃນໄລຍະທີ່ຜ່ານມາ ຈົນຮອດ ປະຈຸບັນ ແລະ ພວກເພີ່ນກໍ່ຮູ້ຢູ່ສະເໝີວ່າ ພາລະກິດຂອງຕົນນີ້ ຍັງຈະໄດ້ສືບຕໍ່ໄປຈົນເຖິງທີ່ສຸດຢ່າງບໍ່ທໍ້ຖອຍ.

ຂ້າພະເຈົ້າ ຂໍຝາກຄວາມຂອບໃຈ ແລະ ຄວາມເຊື່ອໝັ້ນອັນໜັກແໜ້ນ ໄປຍັງຄະນະສະເພາະກິດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແຕ່ສູນກາງເຖິງທ້ອງຖິ່ນ ທີ່ໄດ້ເຮັດວຽກຢ່າງ ມີຄວາມຮັບຜິດຊອບສູງ ຕະຫຼອດມາ, ໂດຍສະເພາະ ໃນ 2 ອາທິດທີ່ເຄັ່ງຮ້ອນ ມານີ້.

ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສື່ມວນຊົນທັງຫຼາຍ ທີ່ໄດ້ມີຄວາມພະຍາຍາມສູງ ເຮັດໜ້າທີ່ສຳຄັນ ໃນການເກັບກຳຂໍ້ມູນ, ເຜີຍແຜ່ຂໍ້ມູນຂ່າວສານ ເພື່ອສື່ສານໃຫ້ປະຊາຊົນ ຢ່າງເປັນປະຈຳ.ໃຫ້ສັງຄົມ ໄດ້ຮັບຮູ້ ຢ່າງຖືກຕ້ອງ,ທັນການ ແລະ ທົ່ວເຖິງ ທັງຍັງມີການໃຫ້ຄວາມຮູ້ ແລະ ແນະນຳ ກ່ຽວກັບວິທີທາງປະຕິບັດຕົນເອງ ທີ່ຖືກຕ້ອງ ໃຫ້ປະຊາຊົນຕະຫຼອດເວລາອີກດ້ວຍ.

ພໍ່ແມ່ພີ່ນ້ອງທີ່ຮັກແພງ,

ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ຮູ້ສຶກປະທັບໃຈ ທີ່ເຫັນວ່າ ໃນສະພາບການທີ່ຄັບຂັນນີ້ ນອກຈາກ ປະຊາຊົນເຮົາ ສ່ວນຫຼວງຫຼາຍໄດ້ຕື່ນຕົວ ປະຕິບັດຄຳສັ່ງ, ຄຳແນະນຳ ແລະ ຂໍ້ກຳນົດກົດລະບຽບຕ່າງໆ ທີ່ລັດຖະບານ ໄດ້ວາງອອກແລ້ວ, ນັກທຸລະກິດ, ຜູ້ປະກອບການ, ບໍລິສັດ, ຫ້າງຮ້ານ, ບຸກຄົນ, ພົນລະເມືອງ ຈໍານວນບໍ່ໜ້ອຍ ຍັງໄດ້ສະແດງອອກເຖິງນຳ້ໃຈ ເອື້ອເຟື້ອເພື່ອແພ່ ໂດຍໄດ້ເສຍສະຫຼະຊັບສິນເງິນຄຳ ຂອງຕົນ ຊ່ວຍສັງຄົມ ຜ່ານຫຼາກຫຼາຍຮູບແບບ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ມານະໂອກາດນີ້.

ນອກຈາກນັ້ນ, ໃນສະພາບກໍາລັງຄັບຂັນຫຼໍ່ແຫຼມນີ້ ບັນດາປະເທດເພື່ອນມິດຂອງພວກເຮົາ, ອົງການຈັດຕັ້ງສາກົນກໍໄດ້ຍື່ນມືເຂົ້າມາຊ່ວຍເຫຼືອ ດ້ວຍຄວາມຫ່ວງໄຍ ແລະ ນໍ້າໃຈທີ່ເປັນມິດ ຢ່າງຈິງໃຈ, ພວກເຮົາຂໍຮັບເອົາການຊ່ວຍເຫຼືອ ອັນລໍ້າຄ່ານັ້ນ ແລະ ຂໍໃຫ້ການຊ່ວຍເຫຼືອນັ້ນ ນຳໄປໃຊ້ຢ່າງເຖິງຈຸດໝາຍ ຢ່າງແທ້ຈິງ ແລະ ທັນການ ແລະ ຂໍໃຫ້ປະຊາຊົນເຮົາທຸກຄົນ ຈົ່ງພາກັນຮູ້ບຸນຄຸນຕໍ່ການຊ່ວຍເຫຼືອດັ່ງກ່າວ.

ບັນດາທ່ານ, ບັນດາສະຫາຍ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງ ທັງຫຼາຍ,

ຂ້າພະເຈົ້າຂໍຮຽນມາຍັງທຸກໆທ່ານ ໃຫ້ຊາບວ່າ ສະໜາມຮົບແຫ່ງສົງຄາມ ການຕ້ານສັດຕູໂຕຮ້າຍກາດ COVID-19 ຍັງບໍ່ທັນຈົບລົງເທື່ອ ຫາກຍັງເປັນໄປໄດ້ວ່າ ຈະດຸເດືອດ, ຂ້ຽວຂາດກວ່ານີ້ກໍເປັນໄດ້, ເພາະປະເທດເຮົາ ແລະ ປະຊາຊົນເຮົາ ຍັງຢືນຢູ່ຕໍ່ຫນ້າ ຄວາມສ່ຽງຫຼາຍດ້ານ ທີ່ຈະປະເຊີນໃນວັນ ຕໍ່ໜ້າທີ່ຈະມາເຖິງນີ້. ດັ່ງນັ້ນ,ຂ້າພະເຈົ້າ, ໃນນາມຕາງໜ້າລັດຖະບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວສັງຄົມ ສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020, ບັນດານິຕິກໍາ, ຂໍ້ແນະນໍາ ຂອງຄະນະສະເພາະກິດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງ COVID-19 ຈະແກ່ຍາວໄປ ຕື່ມອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020, ຖ້າມີການປ່ຽແປງແນວໃດ ຈຶ່ງແຈ້ງຕາມທີ່ຫຼັງ.

ການຕື່ນຕົວປະຕິບັດບັນດານິຕິກຳ ທີ່ປະກາດໃຊ້ມາແລ້ວ ແລະ ອາດປະກາດໃຊ້ຕື່ມອີກ ຕາມສະຖານະການທີ່ຜັນແປ ໃນເວລາຕໍ່ໜ້ານັ້ນຢ່າງເຂັ້ມງວດເຄັ່ງຄັດ, ແມ່ນພັນທະ, ໜ້າທີ່, ຄວາມຮັບຜິດຊອບ ຂອງທຸກພາກສ່ວນ, ທຸກການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນ ເພື່ອປ້ອງກັນຕົນເອງ ແຕ່ລະຄົນ, ປ້ອງກັນຄອບຄົວ, ຍາດພີ່ນ້ອງທີ່ຕົນຮັກ, ປ້ອງກັນຄົນອື່ນໃນສັງຄົມ ໃນການຕັດວົງຈອນການລະບາດ. ຕ້ອງຖືສະເໝີວ່າ ພວກເຮົາທຸກໆຄົນບໍ່ວ່າໃຫຍ່ ຫຼື ນ້ອຍ, ທຸກເພດທຸກໄວ, ທຸກຊັ້ນວັນນະ ລ້ວນແຕ່ມີຄວາມສ່ຽງເທົ່າທຽມກັນ ທີ່ຈະຕິດເຊື້ອຈາກພະຍາດທີ່ຮ້າຍກາດນີ້ ໄດ້ໃນທຸກໆຄົນ ແລະ ທຸກເວລາ. ການປະຕິບັດເຂັ້ມງວດ ຂອງແຕ່ລະຄົນ ມັນເປັນການຊ່ວຍ ພັກ-ລັດ, ຊ່ວຍລັດ, ຊ່ວຍແບ່ງເບົາການເປັນພາລະ ຂອງຄະນະສະເພາະກິດ ແລະ ແພດໝໍຂອງພວກເຮົາ ທີ່ກໍາລັງເຮັດວຽກ ດ້ວຍຄວາມອິດເມື່ອຍ ເຕັມໄປດ້ວຍຄວາມສ່ຽງ, ຊ່ວຍແບ່ງເບົາພາລະຂອງສັງຄົມ, ຊ່ວຍກອບກູ້ເອົາຊີວີດ ຂອງປະຊາຊົນ ເຮົາທັງທາງກົງ ແລະ ທາງອ້ອມ.

ລັດຖະບານ ຊາບດີເຖິງຄວາມປ່ຽນແປງ ວິຖີຊີວີດຂອງສັງຄົມເຮົາ ທີ່ເກີດຂຶ້ນຢ່າງກະທັນຫັນແບບນີ້. ມັນເປັນສິ່ງທີ່ບໍ່ເພິ່ງປາດຖະໜາ ທັ້ງໆທີ່ປະຊາຊົນເຮົາ ຄວນໄດ້ມີເສລີພາບໃນການດຳລົງຊີວິດ, ການເຄື່ອນໄຫວໄປ ມາຫາສູ່ກັນຢ່າງບໍ່ຈຳກັດໃດໆ, ກະທົບເຖິງທຸລະກິດທຸກລະດັບ ໃນການທຳມາຫາກິນ ອັນເປັນສະຕິ ຕະຫຼອດເຖິງການມ່ວນຊື່ນ ເບີກບານໃນວັນສົງການປີໃໝ່ ຕາມປົກກະຕິ ທີ່ເປັນປະເພນີ ປະຕິບັດຜ່ານມາຫຼາຍຮ້ອຍ ຫຼາຍພັນປີ ຂອງຊາດເຮົານັ້ນ, ມື້ນີ້ ພວກເຮົາພັດຖືກຈຳກັດ...ນີ້ແຫຼະ ຄືພວກເຮົາພວມຢູ່ໃນສະຖານະການ ທີ່ບໍ່ເປັນປົກກະຕິ (ສະຖານະການສຸກເສີນ) ຂອງສະພາບການເກີດຂຶ້ນ, ແຕ່ມັນພັດຮຽກຮ້ອງໃຫ້ ທຸກຄົນຕ້ອງໄດ້ເສຍສະຫຼະ, ເສຍສະຫຼະ ເພື່ອຕົນເອງ ແລະ ເສຍສະຫຼະເພື່ອຄວາມ ສະຫງົບສຸກຂອງສັງຄົມ ແລະ ເສຍສະຫຼະເພື່ອສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດຊາດເຮົາ... ຖ້າພວກເຮົາພ້ອມກັນ ຜ່ານພົ້ນໄລຍະວິກິດນີ້ໄປ ໄດ້ຄວາມຜາສຸກ ຮ່ວມກັນໃນວົງ ຄະນະຍາດແຫ່ງຊາດ ຂອງພວກເຮົາ, ຂອງຄອບຄົວເຮົາ ຈະກັບຄືນມາອີກຄັ້ງຢ່າງແນ່ນອນ.

ໃນກອງປະຊຸມ ຄັ້ງຜ່ານມາ, ລັດຖະບານ ໄດ້ຕົກລົງ ສະບັບເລກທີ 31/ນຍ ທີ່ໄດ້ກຳນົດບັນດານະໂຍບາຍ ແລະ ມາດຕະການ ທາງດ້ານເສດຖະກິດ-ການເງິນ ເພື່ອຊ່ວຍແບ່ງເບົາ ການກະທົບທາງດ້ານເສດຖະກິດ ຂອງປະເທດເຮົາ, ຫວັງວ່າພາກສ່ວນກ່ຽວຂ້ອງຕ່າງໆ ຈະດຳເນີນການຢ່າງເປັນຮູບປະທຳ ແລະ ທັນເວລາ. ພ້ອມກັນນັ້ນ ກໍ່ຂໍໃຫ້ທຸກຄອບຄົວ, ທຸກທ້ອງຖິ່ນ ຖືເອົາວິກິດການນີ້ ເປັນກາລະໂອກາດ ລົງມືປະຕິບັດການເພີ່ມພູນ ຜະລິດຜົນ ເພື່ອຮັບມືກັບການຂາດແຄນ ສະບຽງອາຫານ ທີ່ຈະເກີດໄດ້ໃນອະນາຄົດ ທັງເປັນການຊ່ວຍ ໃຫ້ເສດຖະກິດຂອງຊາດດີຂຶ້ນ.

ຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກຄົນຈົ່ງມີສະຕິ, ຈົ່ງຢ່າສວຍໃຊ້ ໃນຍາມຫຍຸ້ງຍາກນີ້ ໃຫ້ເປັນໂອກາດຂອງບຸກຄົນ, ກຸ່ມຄົນ ເພື່ອຫາຜົນປະໂຫຍດໃສ່ຕົນເອງ, ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນ ແລະ ສັງຄົມ, ປະຊາຊົນ ຈະບໍ່ອະໄພໃຫ້ໄດ້. ຂໍໃຫ້ທຸກຄົນມີສະຕິ, ຢ່າເຊື່ອຂ່າວລວງ, ຂ່າວລື, ຂ່າວອະກຸສົນ, ຂ່າວປັ່ນປວ່ນໃດໆ. ຂໍໃຫ້ຕິດຕາມຂ່າວທາງການ, ຂໍຢ່າປັກໃຈເຊື່ອກະແສ ທີ່ຝືນຕໍ່ກົດເກນ ແຫ່ງຄວາມເປັນຈິງ ແລະ ຄວາມເປັນທຳ. ຄວາມມີຈັນຍາທຳ ແລະ ຈັນຍາບັນຍັງຕິດແໜ້ນຢູ່ໃນຫົວໃຈຂອງຄົນລາວ ທີ່ຮັກຊາດ ທຸກສ່ວນ ຢູ່ຕະຫຼອດມາ ແລະ ຕະຫຼອດໄປ.

ພວກເຮົາຕ້ອງສາມັກຄີກັນ, ທົ່ວທັງຊາດ ເປັນຈິດໜຶ່ງໃຈດຽວກັນ, ຄົນລາວເຮົາບໍ່ຖິ້ມກັນ, ໃນໄລຍະນີ້ ຂໍໃຫ້ອົດທົນຢູ່ເຮືອນ, ລ້າງມືເລື້ອຍໆ, ໃສ່ຜ້າປິດປາກ, ປິດດັງ, ຢູ່ຫ່າງກັນ (ຮັກສາໄລຍະຫ່າງໃນສັງຄົມ), ບໍ່ເຕົ້າໂຮມ ກັນຫຼາຍຄົນ... ພວກເຮົາ ພ້ອມກັນສູ້ໆ ຕ້ານກັບCovid-19, ໄຊຊະນະຈະຕ້ອງເປັນຂອງພວກເຮົາທຸກຄົນ. ປະຕິບັດຄຳຂວັນ “ ຮ່ວມແຮງຮ່ວມໃຈຕ້ານ Covid-19 ແມ່ນພາລະກິດຂອງໝົດ ທຸກຄົນ ”.

(ຂໍຂອບໃຈ)

ຄຳຖະແຫ ງ ຂອງທ ານທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ກ ຽວກ ບສະພາບການສະກ ດກ ນ ແລະ ຕ ານການແຜ ລະບາດຂອງພະຍາດcovid 19ຢ ສປປ ລາວ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ຫງວ໋ຽນ ຟູ໋ຈ້ອງ ຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ຍສໝ - ຕອນບ່າຍຂອງວັນທີ 6 ມັງກອນ ຢູ່ ທີ່ ສຳນັກງານສູນກາງພັກ, ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ຫງວ໋ຽນ ຟູ໋ຈ້ອງ ຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດມາຮ່ວມກອງປະຊຸມ ກຳມະການຮ່ວມມື ລາວ-ຫວຽດນາມ ...

ຄຳຖະແຫ ງ ຂອງທ ານທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ກ ຽວກ ບສະພາບການສະກ ດກ ນ ແລະ ຕ ານການແຜ ລະບາດຂອງພະຍາດcovid 19ຢ ສປປ ລາວ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ພົບປະໂອ້ລົມ ປະຊາຊົນເມືອງສະໜາມໄຊ ແຂວງ ອັດຕະປື

ໃນວັນທີ 17 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າ ຈາກກະຊວງ-ອົງການທີ່ກ່ຽວ ຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມກັບປະຊາຊົນ ທີ່ຖືກຜົນກະ ທົບ ...

ຄຳຖະແຫ ງ ຂອງທ ານທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ກ ຽວກ ບສະພາບການສະກ ດກ ນ ແລະ ຕ ານການແຜ ລະບາດຂອງພະຍາດcovid 19ຢ ສປປ ລາວ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ, ກວດກາຄືນ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ ຫວຽດນາມ - ລາວ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.