ປະເທດລາວ ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງອາຊຽນ 2020

15:59 | 08/11/2020

ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ (ຖວທ) ຮ່ວມກັບຜູ້ປະກອບການດ້ານການທ່ອງທ່ຽວໄດ້ເປີດງານວາງສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງອາຊຽນ 2020 ຂຶ້ນໂດຍການນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ເພື່ອໂຄສະນາອາຊຽນ ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ.

ປະເທດລາວ ເປ ດງານວາງສະແດງແນວທາງການພ ດທະນາການທ ອງທ ຽວ ແບບຍ ນຍ ງອາຊຽນ 2020 ຫວຽດນາມ ໄດ້ມອບຜ້າບັງປາກຈຳນວນ 30.000 ແຜ່ນ ເພື່ອສະໜັບສະໜູນ ປະເທດລາວ ປ້ອງກັນ ແລະ ຕ້ານ COVID-19
ປະເທດລາວ ເປ ດງານວາງສະແດງແນວທາງການພ ດທະນາການທ ອງທ ຽວ ແບບຍ ນຍ ງອາຊຽນ 2020 ປະເທດລາວ: ໄຂງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ປີ 2020

ພິທີເປີດງານມີຂຶ້ນໃນຕອນເຊົ້າວັນທີ 6 ພະຈິກ ຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ນາງ ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີກະຊວງ ຊັບພະຍາກອນ ທໍາມະຊາດ ແລະ ສິີ່ງແວດລ້ອມ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ປະເທດລາວ ເປ ດງານວາງສະແດງແນວທາງການພ ດທະນາການທ ອງທ ຽວ ແບບຍ ນຍ ງອາຊຽນ 2020
ງານວາງສະແດງແນວທາງການພັດທະນາການທ່ອງທ່ຽວ ແບບຍືນຍົງອາຊຽນ 2020. (ພາບ: Laoedaily)

ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ກ່າວວ່າ: ການຈັດງານຄັ້ງນີ້ແມ່ນ ເພື່ອນໍາສະເໜີຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໃຫ້ບັນດາທຸລະກິດການທ່ອງທ່ຽວ ເປັນຕົ້ນ ແມ່ນ: ທຸລະກິດສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ທຸລະກິດຈໍາໜ່າຍເຄື່ອງຫັດຖະກໍາ ແລະ ກະສິກໍາ, ການນໍາໃຊ້ພະລັງງານ ທົດແທນທີ່ເປັນມິດກັບສິ່ງແວດລ້ອມ; ເພື່ອໂຄສະນາອາຊຽນ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ; ທັງເປັນເວທີພົບປະແລກປ່ຽນ ລະຫວ່າງ “ທຸລະກິດ ແລະ ທຸລະກິດ” ຢູ່ໃນບັນດາປະເທດສະມາຊິກອາຊຽນ ແລະ ບັນດາຜູ້ຊ່ຽວຊານຈາກພາກພື້ນ ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການໃນການດໍາເນີນທຸລະກິດ ໃຫ້ມີຄວາມຍືນຍົງ; ສ້າງໃຫ້ເປັນງານວາງສະແດງການທ່ອງທ່ຽວຕົວແບບ ທີ່ມີຄວາມຍືນຍົງໃນອາຊຽນ.

ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ການວາງສະແດງຄັ້ງນີ້ຈະເປັນການຊຸກຍູ້, ສົົ່ງເສີມການພັດທະນາການທ່ອງທ່ຽວອາຊຽນ ໃຫ້ໄປຕາມທິດການພັດທະນາການທ່ອງທ່ຽວສີຂຽວ ແລະ ຍືນຍົງ, ສົົ່ງເສີມ ແລະ ຊຸກຍູ້ສ້າງ ສປປ ລາວ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວທີີ່ມີຄຸນນະພາບ ທັງສອດຄ່ອງກັບຍຸດທະສາດການເຕີບໂຕສີຂຽວຂອງລັດຖະບານແຫ່ງ ສປປ ລາວ. ທັງເປັນການເຕົ້າໂຮມເອົາພາກສ່ວນຕ່າງໆ ໃນສັງຄົມທັງ ພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ ແລະ ອົງການ ຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາມີສ່ວນຮ່ວມໃນການພັດທະນາການທ່ອງທ່ຽວຕາມທິດສີຂຽວ ແລະ ຍືນຍົງ.

ປະເທດລາວ ເປ ດງານວາງສະແດງແນວທາງການພ ດທະນາການທ ອງທ ຽວ ແບບຍ ນຍ ງອາຊຽນ 2020
ຮ້ານຂາຍເຄື່ອງປະເທດຫວຽດນາມ ໃນງານວາງສະແດງ. (ພາບ: Laoedaily)

ການຈັດງານວາງສະແດງດັ່ງກ່າວນີ້ກໍແມ່ນໜຶ່ງໃນກິດຈະກໍາຂອງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂອງອົງການສະຫະປະຊາຊາດ ກໍຄືຂອງ ສປປ ລາວ ພາຍໃຕ້ເປົ້າໝາຍທີ 12 ຮັບປະກັນອຸປະໂພກບໍລິໂພກ ແລະ ການຜະລິດໃຫ້ມີຄວາມຍືນຍົງ.

ປະເທດລາວ ເປ ດງານວາງສະແດງແນວທາງການພ ດທະນາການທ ອງທ ຽວ ແບບຍ ນຍ ງອາຊຽນ 2020 ປະເທດລາວ ໄດ້ປະຕິບັດນະໂຍບາຍ "3 ເປີດ" ເພື່ອດຶງດູດການລົງທຶນຈາກຕ່າງປະເທດ

ໃນກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 10 ຂອງ​ສະພາແຫ່ງ​ ຊາດ ຊຸດ​ທີ VIII ພາຍ​ໃຕ້ການ​ເປັນ​ປະທານ​ຂອງທ່ານນາງ ປານີ ຢາ​ທໍ່​ຕູ້ - ປະທານ​ສະພາ​ແຫ່ງ​ຊາດ ໂດຍ​ການເຂົ້າຮ່ວມ​ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ທ່ານ ສອນ​ໄຊ ສີ​ພັນ​ດອນ - ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງ​ແຜນການ ແລະ ການ​ລົງທຶນຕາງໜ້າ​ໃຫ້​ລັດຖະບານ ຂຶ້ນ​ຊີ້​ແຈງຕໍ່​ຄຳ​ຊັກ​ຖາມຂອງ​ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ (ສສຊ) ...

ປະເທດລາວ ເປ ດງານວາງສະແດງແນວທາງການພ ດທະນາການທ ອງທ ຽວ ແບບຍ ນຍ ງອາຊຽນ 2020 ປະເທດລາວ ໄດ້ເຕືອນກ່ຽວກັບຄວາມສ່ຽງຂອງໄພນໍ້າຖ້ວມ ຍ້ອນຜົນກະທົບຂອງພະຍຸ Goni

ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳປະເທດລາວ, ຕາມກົມອຸຕຸນິຍົມ ແລະ ອຸທົກກະສາດປະເທດລາວ ຫາກໍ່ອອກແຈ້ງເຕືອນ ໃຫ້ແກ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ຕ້ອງການລະວັງຕົວກັບໄພອັນຕະລາຍນໍ້າຖ້ວນ ແລະ ນໍ້າແກ່ງນໍ້າຊຸຍ້ອນຜົນກະທົບຈາກພາຍຸ Goni.

ປະເທດລາວ ເປ ດງານວາງສະແດງແນວທາງການພ ດທະນາການທ ອງທ ຽວ ແບບຍ ນຍ ງອາຊຽນ 2020 ສປປລາວ: ການລະບາດຂອງ COVID-19 ຄາດຈະເຮັດໃຫ້ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຊ້າລົງ

ການລະບາດຂອງ COVID-19 ຄາດວ່າຈະເຮັດໃຫ້ການພັດທະນາ ໄປສູ່ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາ ແບບຍືນຍົງຊ້າລົງ, ເຊິ່ງຜົນກະທົບ ໄລຍະຍາວ ຂອງພະຍາດດັ່ງກ່າວ ແມ່ນມີທ່າອ່ຽງ ຄື ເສດຖະກິດ-ສັງຄົມ, ເຖິງວ່າການຕອບສະໜອງ ໃນການປ້ອງກັນ ແລະ ການຈັດການການແຜ່ກະຈາຍ ຈະມີປະສິດທິພາບສູງແຕ່ຜົນກະທົບໄລຍະຍາວຕໍ່ເສດຖະກິດ, ບຸກຄົນ, ຄອບຄົວ ແລະ ຊຸມຊົນຕ້ອງຫລຸດຜ່ອນລົງ, ເຮັດໃຫ້ໂລກທີ່ພວກເຮົາ ຕ້ອງການ ບໍ່ສາມາດບັນລຸໄດ້ ...

Laoedaily

ເຫດການ
302 Found

Found

The document has moved here.