ສປປລາວ: ການລະບາດຂອງ COVID-19 ຄາດຈະເຮັດໃຫ້ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຊ້າລົງ | |
ລາວ ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ |
ກົມອຸຕຸນິຍົມ ແລະ ອຸທົກກະສາດປະເທດລາວ ຄາດຄະເນວ່າ ພາຍຸ Goni ຈະພັດເຂົ້າມາບັນດາແຂວງທິດໃຕ້ພາກກາງຂອງຫວຽດນາມໃນສັນທີ 5 ແລະ ວັນທີ 6 ພະຈິກ, ຫຼັງຈາກນັ້ນຈະຍ້າຍໄປເຂົ້າບັນດາແຂວງອັດຕະປື, ຈຳປາສັກ ແລະ ພາກໃຕ້ຂອງລາວ, ແລະ ລົດຜ່ອນອ່ອນເພຍລົງ. ຍ້ອນກະທົບຂອງພາຍຸ, ບັນດາແຂວງພາກໃຕ້ຂອງລາວ ໄດ້ຄາດວ່າຈະມີຝົນຕົກໜັກ ແລະ ມີລົມແຮງຢູ່ບັນດາສະຖານທີ.
ນອກຈາກນັ້ນ, ກົມອຸຕຸນິນົມ ແລະ ອະທົກກະສາດລາວ ກ່າວເຕືອນ ໃຫ້ແກ່ພົນລະເມືອງ ແລະ ອຳນາດການປົກຄອງທ້ອງຖິ່ນ ຕ້ອງການລະວັງຕົວ ຍອ້ນບັນດາຜົນກະທົບຈາກພາຍຸ Goni, ໂດຍສະເພາະແມ່ນໄພອັນຕະລາຍນໍ້າຖ້ວນ ແລະ ນໍ້າແກ່ງນໍ້າຊຸ, ຮຽກຮ້ອງປະຊາຊົນ ແລະ ອຳນາດທອ້ງຖີ່ນຕອ້ງຕິດຕາມສະຖານະການພາຍຸ ແລະ ມີວິທີແກ້ໄຂຢ່າງເໝາະສົມ.
![]() |
ພາຍຸ Goni. (ພາບ: PLO) |
ໃນກາງເດືອນຕຸລາຜ່ານມາ, ໃນຫຼາຍບ້ານຢູ່ແຂວງສະຫວັນນະເຂດ ຂຶ້ນກັບພາກກາງລາວ ຖືກຮັບຜົນສະທ້ອນໄພນໍ້າຖ້ວມໃຫຍ່ທີສຸດໃນ 42 ປີຜ່ານມາ ຍ້ອນຜົນກະທົບຈາກພາຍຸລຸກເຂດຮ້ອນ Linfa ແລະ Kangna. ນໍ້າຖ້ວມໄດ້ສ້າງຄວາມເສຍຫາຍຢ່າງໜັກ, ເນື້ອທີ່ປູກພືດລະດູເກັບກ່ຽວຫລາຍພັນເຮັກຕາຖືກຈົມໃນນໍ້າ ແລະ ພື້ນຖານໂຄງລ່າງຫລາຍໆບ່ອນ ໄດ້ຮັບຄວາມເສຍຫາຍຢ່າງໃຫຍ່ຫລວງ. ມາເຖິງປັດຈຸບັນ, ອົງການທີ່ມີໜ້າທີ່ປະເທດລາວ ແລະ ປະຊາຊົນລາວ ຍັງພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກນ້ຳຖ້ວມ.
![]() | ບັນດາວິສາຫະກິດລາວ ໄດ້ສືບຕໍ່ຮ່ວມແຮງຮ່ວມໃຈສະໜັບສະໜູນ ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ໃນວັນທີ 2 ພະຈິກ 2020 ນີ້, ບໍລິສັດສິຣິກິດ ການຄ້າ ຈຳກັດຜູ້ດຽວ ໄດ້ນຳເອົານ້ຳໝາກໄມ້ ຈຳນວນ 100 ລັງ, ລວມມູນຄ່າ 8 ລ້ານກີບ, ມາມອບໃຫ້ອົງການກາແດງລາວ ເພື່ອນຳໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່ ພາກໃຕ້ຕາງໜ້າມອບໂດຍ ທ່ານ ສົມກຽດ ຣາມະສຸດ ປະທານບໍລິສັດ ດັ່ງກ່າວ ແລະ ... |
![]() | ຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ທາງດ້ານເຈົ້າຫນ້າທີ່ທະຫານ ຕຳຫລວດ ໄດ້ວາງກຳລັງຢູ່ຫລາຍຈຸດເພື່ອຊ່ວຍເຫລືອຍົກຍ້າຍສິ່ງຂອງ ແລະ ສັດລ້ຽງຂອງປະຊາຊົນ ໄປໄວ້ທີ່ປອດໄພ, ສ່ວນອຳນາດການປົກຄອງເມືອງ ກໍໄດ້ເອົາໃຈ ໃສ່ຕິດຕາມ ແລະ ລະດົມເຄື່ອງຊ່ວຍເຫລືອບັນເທົາທຸກແກ່ປະຊາຊົນທີ່ພັກອາໄສຢູ່ໂຮງຮຽນຕ່າງໆ. |
![]() | ກອງທັບ ສປປ.ລາວ ໄດ້ເພີ່ມທະວີໃນການຕອບໂຕ້ຕໍ່ກັບໄພນໍ້າຖ້ວມຈະເກີດຂຶ້ນໃນລະດູຝົນ ໄພພິບັດ ຄື ໄພທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໂດຍສົ່ງຜົນກະທົບຕໍ່ເສດຖະກິດ ແລະ ວິຖີຊີວິດຂອງຄົນ ໃນໄລຍະສັ້ນ ແລະ ໄລຍະຍາວເຊິ່ງ ໄລຍະຜ່ານມາ ໄດ້ເກີດມີ ໄພພິບັດຂະຫນາດໃຫຍ່ເກີດຂຶ້ນເປັນຈໍານວນຫຼາຍ ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນຂອງປະຊາຊົນ, ລະບົບເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຄິດເປັນຈໍານວນມູນຄ່າມະຫາສານ. |
ຄຳຮຸ່ງ