ປະເທດລາວ ໄດ້ປະຕິບັດນະໂຍບາຍ "3 ເປີດ" ເພື່ອດຶງດູດການລົງທຶນຈາກຕ່າງປະເທດ

14:58 | 07/11/2020

ໃນກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 10 ຂອງ​ສະພາແຫ່ງ​ ຊາດ ຊຸດ​ທີ VIII ພາຍ​ໃຕ້ການ​ເປັນ​ປະທານ​ຂອງທ່ານນາງ ປານີ ຢາ​ທໍ່​ຕູ້ - ປະທານ​ສະພາ​ແຫ່ງ​ຊາດ ໂດຍ​ການເຂົ້າຮ່ວມ​ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ທ່ານ ສອນ​ໄຊ ສີ​ພັນ​ດອນ - ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງ​ແຜນການ ແລະ ການ​ລົງທຶນຕາງໜ້າ​ໃຫ້​ລັດຖະບານ ຂຶ້ນ​ຊີ້​ແຈງຕໍ່​ຄຳ​ຊັກ​ຖາມຂອງ​ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ (ສສຊ) ໃນ​ຫຼາຍ​ປະເດັນໂດຍ​ສະເພາະ​ການຈັດຕັ້ງປະຕິບັດນະໂຍບາຍ 3 ເປີດ​ຂອງ​ລັດ ຖະບານ, ການ​ສ້າງ​ສິ່ງແວດ ລ້ອມ ເພື່ອ​ດຶງ​ດູດ​ການ​ລົງທຶນ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ ຂອງ​ປະຊາ​ຊົນ.

ປະເທດລາວ ໄດ ປະຕ ບ ດນະໂຍບາຍ 3 ເປ ດ ເພ ອດ ງດ ດການລ ງທ ນຈາກຕ າງປະເທດ ຄະນະກຳມະການ ປະຈຳລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມເພື່ອດຶງດູດການລົງທຶນຈາກຕ່າງປະເທດ
ປະເທດລາວ ໄດ ປະຕ ບ ດນະໂຍບາຍ 3 ເປ ດ ເພ ອດ ງດ ດການລ ງທ ນຈາກຕ າງປະເທດ ຫວຽດນາມ ສືບຕໍ່ແມ່ນປະເທດດຶງດູດການລົງທຶນຈາກຕ່າງປະເທດ

ທ່ານ ສອນ​ໄຊ ສີ​ພັນ​ດອນ ໄດ້ກ່າວ​ວ່າ ເພື່ອ​ສືບຕໍ່​ປະຕິບັດ​ນະໂຍບາຍ “3 ເປີດ”, ຄື: ເປີດ​ໃຈ, ເປີດ​ປະຕູ ແລະ ເປີດ​ສິ່ງ​ກີດຂວາງໃຫ້​ເປັນ​ຮູບ​ປະ​ທຳ ແລະ ໝາກຜົນ​ຕົວ​ຈິງ​ນັ້ນ, ລັດຖະບານ​ຈະ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ບັນດາ​ນະໂຍບາຍ, ຄາດໝາຍ, ມາດ​ຕະການ ແລະ ວຽກ​ງານ​ຈຸດ​ສຸມ​ຕ່າງໆ ໃຫ້​ມີ​ປະສິດທິພາບ ແລະ ປະສິດ​ທິ​ຜົນ​ຫຼາຍ​ຂຶ້ນ, ພ້ອມ​ເລັ່ງ​ໃສ່​ແກ້​ໄຂບັນດາ​ຂໍ້ຄົງຄ້າງ ແລະ ສິ່ງ​ກີດຂວາງ​ຕ່າງໆ ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ ທີ່​ເອື້ອ​ອຳນວຍ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະເທດ ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ແນໃສ່​ສ້າງ​ຜົນ​ປະໂຫຍດ ໃຫ້​ກັບ​ປະເທດ​ຊາດ ກໍ​ຄື ປະກອບສ່ວນ ເຂົ້າ​ໃນ​ການ​ແກ້​ໄຂ​ຫຼຸດຜ່ອນ ຄວາມທຸກ​ຍາກ​ຂອງ ປະຊາຊົນ​ບັນດາ​ເຜົ່າ.

ປະເທດລາວ ໄດ ປະຕ ບ ດນະໂຍບາຍ 3 ເປ ດ ເພ ອດ ງດ ດການລ ງທ ນຈາກຕ າງປະເທດ
ທ່ານ ສອນ​ໄຊ ສີ​ພັນ​ດອນ - ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງ​ແຜນການ ແລະ ການ​ລົງທຶນປະເທດລາວ. (ພາບ: vientianemai)

ສຳລັບ​ຄາດໝາຍ ໃນ​ການ​ລົງທຶນ ແມ່ນ​ຈະ​ເລັງ​ໃສ່​ຂະແໜງທີ່​ເປັນ​​ບຸລິ​ມະ​ສິດ​ຕາມ ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ສົ່ງເສີມ​ການ​ລົງທຶນ (ປີ 2016) ຊຶ່ງ​ລັກສະນະ​ຂອງ​ໂຄງການ​ຕ້ອງ​ເປັນ​ຫົວໃຈ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ ຂອງ​ປະເທດ ແລະ ເປັນ​ການ​ລົງທຶນ ທີ່​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ນະ​ວັດຕະ​ກຳ​ໃໝ່ ທີ່​ຕິດ​ພັນ​ກັບ​ການ​ຫັນ ເປັນ​ອຸດ​ສາ​ຫະ​​ກຳທັນ​ສະໄໝ ໃນ​ຍຸກ 4.0 ຕາມ​ຂະແໜງການ​ທີ່​ມີ​ເງື່ອນໄຂ, ລວມ​ທັງ​ເປັນ​ການ​ສ້າງ​ຕ່ອງ​ໂສ້ ເພື່ອ​ເພີ່ມ​ມູນ​ຄ່າ ໃນ​ການ​ຜະລິດ​ສິນຄ້າ ໃຫ້​ມີ​ຄຸນ​ນະ​ພາບ ແລະ ມີ​ຄວາມ​ຫຼາກ​ຫຼາຍ, ທັງ​ກ້າວ​ໄປ​ສູ່​ມາດຕະຖານ​ສາກົນ ແລະ ປັບ​​ຕົວເຂົ້າ​ກັບ​ຍຸກ​ສະໄໝ​ແຫ່ງ​ປັນຍາ​ປະ​ດິດ.

ພ້ອມ​ກັນ​ນັ້ນ, ກໍ​ເປັນ​ການ​ລົງທຶນ ເພື່ອ​ຜະລິດ​ສິນຄ້າ ທີ່​ຈຳເປັນ​ຕໍ່​ການ​ບໍລິໂພກ ແລະ ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະຊາຊົນ ເປັນ​ຈຳນວນ​ຫຼາຍ ເປັນຕົ້ນ​ແມ່ນ ກະສິກຳ​ສະ​ອາດ-​ປອດ​ສານພິດ, ອຸດສາຫະກຳ​ປຸງ​ແຕ່ງອາຫານ, ອຸດ​ສາ​ຫະ​ກໍາ​ຜະລິດ ເຄື່ອງ​ອຸປະ​ໂພ​ກ-​ບໍລິໂພກ, ການທ່ອງທ່ຽວ, ການ​ສຶກສາ, ການ​ສ້າງ​ໂຮງໝໍ​ທັນ​ສະໄໝ ແລະ ການ​ຜະລິດ​ຢາ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​-​ເສັ້ນທາງ, ການ​ບໍລິການ​ຂົນສົ່ງ​ສິນຄ້າ, ການ​ບໍລິການ​ທາງ​ຜ່ານ ແລະ ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ ລະຫວ່າງ​ປະ​ເທດ.

ນອກຈາກ​ນັ້ນ, ກໍ​ຈະ​ໄດ້​ເອົາໃຈໃສ່​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ໃສ່​ຂົງເຂດ​ເສດຖະກິດ​ພິເສດ, ເຂດ​ນິຄົມ​ອຸດສາຫະກຳ, ໂຄງການ​ຂະໜາດ​ນ້ອຍ ແລະ ຂະໜາດ​ກາງ ແລະ ບັນດາ​ໂຄງການ​ທີ່​ນຳ​ໃຊ້ ເຕັກນິກ​ວິທະຍາສາດ ທີ່​ທັນ​ສະໄໝ ແລະ ຈຳເປັນ, ສົ່ງເສີມ​ການ​ລົງທຶນ​ດ້ວຍ​ຮູບ​ແບບ BOT ແລະ PPP.

ເພື່ອ​ຊຸກຍູ້ ແລະ ສົ່ງເສີມ​ການ​ລົງທຶນ ພາກ​ເອກະ​ຊົນ ໃຫ້​ບັນລຸ​ຄາດໝາຍ​ທີ່​ວາງ​ໄວ້, ລັດຖະບານ ຈະ​ໄດ້​ສຸມ​ໃສ່ ໃນ​ການ​ປະສານ​ສົມ​ທົບ ກັບ​ຂະແໜງການ​ທີ່​ກ່ຽວຂ້ອງ ເພື່ອ​ປັບປຸງ​ລະບຽບ​ການ, ກົນ​ໄກ, ການ​ປະສານ​ງານ ແລະ ວຽກ​ງານ​ອື່ນໆ​ທີ່​ກ່ຽວຂ້ອງ ເພື່ອ​ສ້າງ​ສະພາບ ແວດ​ລ້ອມ​ທີ່​ເອື້ອ​ອຳນວຍ ໃນ​ການ​ດຳເນີນ ທຸລະ​ກິດ​ຢູ່​ໃນ ສປປ ລາວ, ທັງ​ຮັບປະກັນ​ໃຫ້​ມີຄວາມ​ໂປ່​ງ​ໃສ ແລະ ວ່ອງ​ໄວ.

ໃນ​ຂະນະ​ທີ່ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ເປັນ​ວຽກ​ບຸລິ​ມະ​ສິດ​ທີ່​ພັກ ແລະ ລັດຖະບານ ໄດ້​ໃຫ້​ຄວາມ​ສຳຄັນ ແລະ ເອົາໃຈໃສ່​ຕະຫຼອດ​ມາ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ ຊຶ່ງ​ສະແດງ​ອອກ​ຄື: ເອົາໃຈໃສ່​ປັບປຸງ ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຊົນນະບົດ​ທີ່​ຈຳເປັນ​ຄື: ໂຮງຮຽນ, ໂຮງໝໍ, ສຸກສາລາ, ຊົນລະປະທານ, ບຸກເບີກ​ເນື້ອທີ່​ການ​ຜະລິດ, ສະໜອງ​ວັດຖຸ​ອຸປະກອນ, ຊ່ວຍເຫຼືອ​ທາງ​ດ້ານ​ວິຊາ​ການ ແລະ ອື່ນໆ.

ອີງ​ຕາມ​ຜົນ​ການ​ສຳຫຼວດ​ການ​ໃຊ້​ຈ່າຍ ແລະ ຊົມໃຊ້​ຄົວ​ເຮືອນ​ໃນ​ປີ 2018-2019 ທີ່​ສຳເລັດ​ໃນ​ປີ 2019 ຊຶ່ງ​ໃນ​ການ​ສຳຫຼວດ​ລະດັບ​ປະເທດ​ທີ່​ນຳ​ໃຊ້​ມາດຕະຖານ​ສາກົນ​ເຫັນ​ອັດຕາຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຍັງ​ເຫຼືອ 18,3%.

ປະເທດລາວ ໄດ ປະຕ ບ ດນະໂຍບາຍ 3 ເປ ດ ເພ ອດ ງດ ດການລ ງທ ນຈາກຕ າງປະເທດ ລັດຖະບານປະເທດລາວ ໄດ້ຄາດຈະອອກໃບຕາດິນໃຫ້ໄດ້ຫລາຍກວ່າ 600.000 ຕອນໃນປີ 2030

ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ XIII ວ່າ ເປົ້າໝາຍດ້ານສິ່ງແວດລ້ອມ ໄດ້ສຳເລັດການສ້າງ ແລະ ປັບປຸງນິຕິກຳ ຫລາຍສະບັບເພື່ອຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ...

ປະເທດລາວ ໄດ ປະຕ ບ ດນະໂຍບາຍ 3 ເປ ດ ເພ ອດ ງດ ດການລ ງທ ນຈາກຕ າງປະເທດ ລາວ ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ

ຍສໝ - ໃນວັນທີ 1 ພະຈິກ, ຢູ່ຫໍປະຊຸມແຫ່ງຊາດ ສປປ.ລາວ, ນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມນັກຂ່າວທີ່ປະກາດ ການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ ແລະ ບັນດາອະນຸກຳມະການເລືອກຕັ້ງແຫ່ງຊາດ.

ປະເທດລາວ ໄດ ປະຕ ບ ດນະໂຍບາຍ 3 ເປ ດ ເພ ອດ ງດ ດການລ ງທ ນຈາກຕ າງປະເທດ ປະເທດລາວ: ຄວາມຜິດດ່ຽງຂອງອັດຕາແລກປ່ຽນເງິນຕານັບມື້ນັບເປີດກວ້າງ

ໜັງສືພິມ Laotian Times ໃຫ້ຂ່າວວ່າ ຍ້ອນວ່າສະພາບການຂາດຄວາມສົມດຸນລະຫວ່າງການສະໜອງ ແລະຄວາມຕ້ອງການ ກ່ຽວກັບເງິນຕາຕ່າງປະເທດ, ການຜິດດ່ຽງຂອງອັດຕາແລກປ່ຽນເງິນຕາ ລະຫວ່າງຕະຫຼາດທາງການ ແລະຕະຫຼາດເສລີຢູ່ລາວ ທີ່ນັບມື້ນັບ ເປີດກວ້າງ, ສ້າງຄວາມກົດດັນຕໍ່ບັນດາບໍລິສັດນໍາເຂົ້າ ແລະສະພາບເງິນເຟີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.