ສປປລາວ: ການລະບາດຂອງ COVID-19 ຄາດຈະເຮັດໃຫ້ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຊ້າລົງ

06:30 | 05/11/2020

ການລະບາດຂອງ COVID-19 ຄາດວ່າຈະເຮັດໃຫ້ການພັດທະນາ ໄປສູ່ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາ ແບບຍືນຍົງຊ້າລົງ, ເຊິ່ງຜົນກະທົບ ໄລຍະຍາວ ຂອງພະຍາດດັ່ງກ່າວ ແມ່ນມີທ່າອ່ຽງ ຄື ເສດຖະກິດ-ສັງຄົມ, ເຖິງວ່າການຕອບສະໜອງ ໃນການປ້ອງກັນ ແລະ ການຈັດການການແຜ່ກະຈາຍ ຈະມີປະສິດທິພາບສູງແຕ່ຜົນກະທົບໄລຍະຍາວຕໍ່ເສດຖະກິດ, ບຸກຄົນ, ຄອບຄົວ ແລະ ຊຸມຊົນຕ້ອງຫລຸດຜ່ອນລົງ, ເຮັດໃຫ້ໂລກທີ່ພວກເຮົາ ຕ້ອງການ ບໍ່ສາມາດບັນລຸໄດ້ ຕາມເປົ້າໝາຍ.

ສປປລາວ ການລະບາດຂອງ covid 19 ຄາດຈະເຮ ດໃຫ ຄວາມຄ ບໜ າ ແລະ ເປ າໝາຍການພ ດທະນາແບບຍ ນຍ ງຊ າລ ງ ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ 40.264.218 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.118.167 ຄົນ
ສປປລາວ ການລະບາດຂອງ covid 19 ຄາດຈະເຮ ດໃຫ ຄວາມຄ ບໜ າ ແລະ ເປ າໝາຍການພ ດທະນາແບບຍ ນຍ ງຊ າລ ງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ​ເຂົ້າ​ຮ່ວມ​ໂຄງ​ການ ວັກ​ຊິນ ເພື່ອປ້ອງກັນ ໂລກລະບາດ Covid – 19

ຄວາມສາມາດໃນການກັບຄືນ ສູ່ສະເພີມເດີມຈາກ COVID-19 ຮຽກຮ້ອງໃຫ້ທຸກຄົນຮັບຮອງເອົາແນວທາງທີ່ອີງໃສ່ ຄວາມຮັບຜິດຊອບ ແລະ ຄວາມສາມັກຄີ ໃຫ້ເປັນນ້ຳໜຶ່ງໃຈດຽວກັນ, ແຕ່ຍັງຕ້ອງພັດທະນາຮູບແບບໃໝ່ໃນການດຳເນີນການ ແລະ ພຶດຕິກຳຈາກທຸກພາກສ່ວນໃນສັງຄົມ, ລັດຖະບານ, ພາກເອກະຊົນ, ຊຸມຊົນພັດທະນາ ແລະ ສັງຄົມພົນລະເຮືອນ.

ສປປລາວ ການລະບາດຂອງ covid 19 ຄາດຈະເຮ ດໃຫ ຄວາມຄ ບໜ າ ແລະ ເປ າໝາຍການພ ດທະນາແບບຍ ນຍ ງຊ າລ ງ
(ພາບປະກອບ: KPL)

ອົງການ UNFPA ໄດ້ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການຮັກສາການບໍລິການ ແລະ ລະບົບສຸຂະພາບທີ່ຈຳເປັນ ໂດຍໃຫ້ບຸລິມະສິດການບໍລິການ ທີ່ກ່ຽວຂ້ອງກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການສະໜອງ ແລະ ການເລັ່ງການລົງທຶນ ຢ່າງຫ້າວຫັນໃນການ ສ້າງແຮງງານ ທີ່ມີປະສິດທິພາບ ພ້ອມດ້ວຍຂໍ້ມູນ ເພື່ອສະໜັບສະໜູນ ໃຫ້ກັບບັນດາຄຣີນິກ ແລະ ການບໍລິການທີ່ທົ່ວເຖິງ.

ໂທລະສັບສາຍດ່ວນ ແມ່ນໄດ້ຊ່ວຍເຫລືອຊາວໜຸ່ມ, ແມ່ຍິງຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ແລະ ປະຊາຊົນທົ່ວໄປ ໂດຍໃຫ້ຄຳປຶກສາຜ່ານທາງໂທລະສັບ ແລະ ພັດທະນາການປະສານ ຕໍ່ເຖິງສະຖານທີ່ສຸຂະພາບ ຫລື ສັງຄົມ. ພ້ອມນີ້, ອົງການ UNFPA ຍັງໄດ້ສະໜັບສະໜູນ ກະຊວງ ສຶກສາທິການ ແລະ ກິລາ ເພື່ອຮັບປະກັນການຮຽນຮູ້ສຸຂະພາບ ແລະ ການຈະເລີນພັນທາງເພດ, ສິດທິໃນໂຮງຮຽນ ແລະ ສູນອົບຮົມວິຊາຊີບ ໂດຍຜ່ານຫລັກສູດ ການສອນທີ່ ໄດ້ມາດຕະຖານ, ເຄື່ອງມືການສິດສອນ ແລະ ຄູ ທີ່ໄດ້ຮັບການຝຶກ ອົບຮົມເປັນຢ່າງດີ.

ນອກຈາກນີ້, ໂຄງການການຢຸດຕິຄວາມຮຸນແຮງ ດ້ານບົດບາດຍິງ-ຊາຍ ແມ່ນແນໃສ່ຄວາມຕ້ອງການຂອງແມ່ຍິງ ກ່ຽວກັບການບໍລິການ ດ້ານສັງຄົມ ແລະ ສຸຂະພາບ ແລະ ວາງເສັ້ນທາງການສົ່ງຕໍ່ຜູ້ເຄາະຮ້າຍ ແລະ ຜູ້ລອດຊີວິດຈາກຄວາມຮຸນແຮງ ໃຫ້ເຂົາເຈົ້າໄດ້ມີສິດທິໃນການເລືອກ, ຄວາມປອດໄພ ແລະ ການສ້າງຄວາມເຂັ້ມແຂງ.

ສປປລາວ ການລະບາດຂອງ covid 19 ຄາດຈະເຮ ດໃຫ ຄວາມຄ ບໜ າ ແລະ ເປ າໝາຍການພ ດທະນາແບບຍ ນຍ ງຊ າລ ງ ວາລະສານອາເມລິກາ: ປະເທດຫວຽດນາມ ຍັງມີຄວາມປອດໄພຕໍ່ການລະບາດຂອງ COVID ຍ້ອນຄວາມມານະພະຍາຍາມຂອງລັດຖະບານ ແລະ ປະຊາຊົນ

ຍສໝ - ປະຊາຊົນຫວຽດນາມ ໄດ້ຟື້ນຟູການດຳເນີນທຸລະກິດປະຈຳວັນຂອງພວກເຂົາ. ໃນສະພາບການແຜ່ລະບາດ COVID-19 ຂອງໂລກ, ຫວຽດນາມ ເບິ່ງຄືວ່າຈະມີຄວາມປອດໄພ, ຍ້ອນຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນ.

ສປປລາວ ການລະບາດຂອງ covid 19 ຄາດຈະເຮ ດໃຫ ຄວາມຄ ບໜ າ ແລະ ເປ າໝາຍການພ ດທະນາແບບຍ ນຍ ງຊ າລ ງ ໂລກ​ລະ​ບາ​ດ Covid – 19​ ກໍ່​ຜົນ​ສະ​ທ້ອນ​ເຖິງຫຼາຍ​ເປົ້າ​ໝາຍ​ຂອງ​ລາວ

ຍ​ສ​ໝ - ບົດ​ລາຍ​ງານ​ຂອງ ສ​ປ​ຊ ໃຫ້​ຮູ້​ວ່າ ໂລກ​ລະ​ບາດ Covid – 19 ເກີດ​ຂຶ້ນ ໄດ້​ກີດ​ຂວາງ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ ລາວ ກໍ່​ຄືກ​ໍ່​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ກ້າວ​ໜ້າ​ໃນ​ການ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ SDGs ໃນ​ປີ 2030 ເມື່ອ ມີ ເກືອບ 5 ແສນ​ຄົນ ບໍ່​ມີ​ວຽກ​ເຮັດ​ງານ​ທຳ ແລະ 383.000 ຄົນ​ມີ​ຄວາມ​ສ່ຽງ​ຕົກ​ເຂົ້າ​ສູ່​ສະ​ພາບ​ທຸກ​ຍາກ.

ສປປລາວ ການລະບາດຂອງ covid 19 ຄາດຈະເຮ ດໃຫ ຄວາມຄ ບໜ າ ແລະ ເປ າໝາຍການພ ດທະນາແບບຍ ນຍ ງຊ າລ ງ ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 38 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ 1.085.092 ຄົນ

ອາເມລິກາສືບຕໍ່ແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນ 8.037.757 ຄົນ ແລະ ຜູ້ເສຍຊີວິດ 220.011 ຄົນ.

kpl.gov.la

ເຫດການ
302 Found

Found

The document has moved here.