ຫວຽດນາມ ໄດ້ມອບຜ້າບັງປາກຈຳນວນ 30.000 ແຜ່ນ ເພື່ອສະໜັບສະໜູນ ປະເທດລາວ ປ້ອງກັນ ແລະ ຕ້ານ COVID-19

16:30 | 07/11/2020

ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຢູ່ສຳນັກງານໃຫຍ່ ຄະນະກຳມະການພົວພັນຕ່າງປະເທດສູນກາງພັກກອມມູນິດລາວ ນະຄອນຫຼວງວຽງຈັນ, ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ທ່ານ ຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ມອບ 30.000 ແຜ່ນຜ້າບັງປາກທາງການແພດ ໃຫ້ແກ່ທ່ານນາງ ​ສູນ​ທອນ ​ໄຊ​ຍະ​ຈັກ - ຫົວໜ້າຄະນະການພົວພັນຕ່າງປະເທດສູນກາງພັກ ສປປ.ລາວ.

ຫວຽດນາມ ໄດ ມອບຜ າບ ງປາກຈຳນວນ 30 000 ແຜ ນ ເພ ອສະໜ ບສະໜ ນ ປະເທດລາວ ປ ອງກ ນ ແລະ ຕ ານ covid 19 ວິສາຫະກິດຂອງຫວຽດນາມ ໄດ້ຊ່ວຍເຫຼືອປະຊາຊົນໃນພາກກາງຂອງລາວທີ່ຖືກຮັບຜົນກະທົບຈາກໄພນໍ້າຖ້ວມ
ຫວຽດນາມ ໄດ ມອບຜ າບ ງປາກຈຳນວນ 30 000 ແຜ ນ ເພ ອສະໜ ບສະໜ ນ ປະເທດລາວ ປ ອງກ ນ ແລະ ຕ ານ covid 19 ທະນາຄານ VientinBank ລາວ ໜູນຊ່ວຍລາວ ປ້ອງກັນ ແລະຕ້ານພະຍາດໂຄວິດ-19

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ແຈ້ງໃຫ້ຮູ້ວ່າກ່ຽວກັບການປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19 ຢູ່ຫວຽດນາມ, ພິເສດແມ່ນ ໃນ 65 ວັນທີ່ຜ່ານມາ, ຫວຽດນາມ ບໍ່ມີການຕິດເຊື້ອພະຍາດ COVID-19 ຢູ່ໃນຊຸມຊົນ.

ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ກ່າວວ່າ, ໂດຍໄດ້ຮັບອະນຸຍາດຈາກຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ທ່ານເອກອັກຄະລັດຖະທູດ ແລະ ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳລາວ ໄດ້ມອບ ຜ້າບັງປາກທາງການແພດ 30.000 ແຜ່ນ ໃຫ້ແກ່ຄະນະການພົວພັນຕ່າງປະເທດສູນກາງພັກກອມມູນິດລາວ.

ຫວຽດນາມ ໄດ ມອບຜ າບ ງປາກຈຳນວນ 30 000 ແຜ ນ ເພ ອສະໜ ບສະໜ ນ ປະເທດລາວ ປ ອງກ ນ ແລະ ຕ ານ covid 19
ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ແລະ ທ່ານນາງ ​ສູນ​ທອນ ​ໄຊ​ຍະ​ຈັກ - ຫົວໜ້າຄະນະການພົວພັນຕ່າງປະເທດສູນກາງພັກ ສປປ.ລາວ. (ພາບ: nhandan.com.vn)

ຕາງໜ້າໃຫ້ຄະນະການພົວພັນຕ່າງປະເທດລາວ ທ່ານນາງ ​ສູນ​ທອນ ​ໄຊ​ຍະ​ຈັກ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເອກອັກຄະລັດຖະທູດ ແລະ ຄະນະຜູ້ແທນທີ່ໄດ້ມາຢ້ຽມຢາມ ແລະ ມອບຜ້າບັງປາກດ້ານການແພດ 30.000 ແຜ່ນໃຫ້ແກ່ປະຊາຊົນລາວ. ທ່ານ ​ສູນ​ທອນ ​ໄຊ​ຍະ​ຈັກ ໄດ້ຢືນຢັນວ່າ ເຖິງວ່າຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງທີ່ເກີດຈາກໄພນ້ຳຖ້ວມ ແລະ ພາຍຸກໍ່ຕາມ, ແຕ່ກໍ່ຍັງມີການສະໜັບສະໜູນຊ່ວຍເຫຼືອປະຊາຊົນລາວ ໃນໄລຍະຕະຫຼອດມາ.

ທ່ານນາງ ​ສູນ​ທອນ ​ໄຊ​ຍະ​ຈັກ ໄດ້ຢືນຢັນວ່າ ການສືບຕໍ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ຂອງປະເທດຫວຽດນາມ ໃຫ້ແກ່ປະເທດລາວ ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19 ກໍ່ໄດ້ສະແດງໃຫ້ເຫັນນໍ້າໃຈຈິງໃຈເຊິ່ງ ຫວຽດນາມ ສະຫງວນໃຫ້ແກ່ ລາວ. ທ່ານນາງ ​ສູນ​ທອນ ​ໄຊ​ຍະ​ຈັກ ໃຫ້ຫູ້ວ່າ ການປ້ອງກັນ ແລະ ຕ້ານການລະບາດຂອງ ພະຍາດ COVID-19 ຢ່າງມີປະສິດຕິຜົນໃນລາວ ແລະ ຫວຽດນາມ ແມ່ນມາຈາກຄວາມພະຍາຍາມສູງຂອງສອງປະເທດ; ຢັ້ງຢືນວ່າ ຈະນຳໃຊ້ຈຳນວນຜ້າບັງປາກດັ່ງກ່າວ ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ.

ຫວຽດນາມ ໄດ ມອບຜ າບ ງປາກຈຳນວນ 30 000 ແຜ ນ ເພ ອສະໜ ບສະໜ ນ ປະເທດລາວ ປ ອງກ ນ ແລະ ຕ ານ covid 19
ຫວຽດນາມ ໄດ້ມອບຜ້າບັງປາກຈຳນວນ 30.000 ແຜ່ນ ເພື່ອສະໜັບສະໜູນ ປະເທດລາວ ປ້ອງກັນ ແລະ ຕ້ານ COVID-19. (ພາບ: nhandan.com.vn)

ໃນໂອກາດນີ້, ທ່ານນາງ ສູນ​ທອນ ໄຊ​ຍະ​ຈັກ ຫົວໜ້າ ຄະນະການພົວພັນຕ່າງປະເທດສູນກາງພັກ ສປປ.ລາວ ກໍ່ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ແບ່ງປັນກັບປະຊາຊົນພາກກາງຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນພາຍຸ ແລະ ໄພນໍ້າຖ້ວມ; ສະແດງຄວາມເຊື່ອໝັ້ນຢ່າງແນ່ນອນວ່າ ພາຍໃຕ້ການ ນຳພາຂອງພັກກອມມູນິດຫວຽດນາມ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸ ແລະ ໄພນ້ຳຖ້ວມ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຢ່າງໄວວາ ແລະ ໄດ້ສະຖຽນລະພາບໃນຊີວິດຂອງພວກເຂົາ.

ຫວຽດນາມ ໄດ ມອບຜ າບ ງປາກຈຳນວນ 30 000 ແຜ ນ ເພ ອສະໜ ບສະໜ ນ ປະເທດລາວ ປ ອງກ ນ ແລະ ຕ ານ covid 19 ຫວຽດນາມ ໄດ້ຕີລາຄາສູງທະນາຄານໂລກ ໃນການສະໜັບສະໜູນປະເທດຕ່າງໆ ເພື່ອປ້ອງກັນການລະບາດຂອງ COVID-19

ຍສໝ - ໃນວັນທີ 4 ພະຈິກ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະທາງຖ່າຍທອດສົດ ກັບທ່ານ Axel van Trotsenburg - ຜູ້ອຳນວຍການໃຫຍ່ທະນາຄານໂລກ.

ຫວຽດນາມ ໄດ ມອບຜ າບ ງປາກຈຳນວນ 30 000 ແຜ ນ ເພ ອສະໜ ບສະໜ ນ ປະເທດລາວ ປ ອງກ ນ ແລະ ຕ ານ covid 19 ອັງກິດ ໃຫ້ການຊ່ວຍເຫຼືອມີມູນຄ່າ 500.000 ປອນ ໃຫ້ແກ່ປະຊາຊົນຢູ່ເຂດພາກກາງຫວຽດນາມ

ຍສໝ - ບ້ວງເງິນຊ່ວຍເຫຼືອຂອງອັງກິດ ທີ່ໄດ້ຊ່ວຍໃນການຂະຫຍາຍການຈັດແຈງທີ່ຢູ່ພັດພາອາໄສ, ສະໜອງນ້ຳສະອາດ, ອາຫານ ແລະ ການດຳລົງຊີວິດໃຫ້ປະຊາຊົນປະມານ 160.000 ຄົນ ທີ່ຖືກຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ຫວຽດນາມ.

ຫວຽດນາມ ໄດ ມອບຜ າບ ງປາກຈຳນວນ 30 000 ແຜ ນ ເພ ອສະໜ ບສະໜ ນ ປະເທດລາວ ປ ອງກ ນ ແລະ ຕ ານ covid 19 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug

ຍ​ສ​ໝ - ທ່ານປະທານສະພາແຫ່ງຊາດສາ​ທາ​ລະ​ນະ​ລັດ ເກົາຫຼີ​ Park Byeong Seung ຢືນຢັນວ່າສາ​ທາ​ລະ​ນະ​ລັດ ເກົາຫຼີ​​ ຍາມ​ໃດ​ກ​ໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ກັບ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ ຫວຽດ​ນາມ ທີ່​ທີ່​ຕັ້ງ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ສາ​ທາ​ລະ​ນະ​ລັດ ເກົາຫຼີ​ ຢູ່​ພາກ​ພື້ນ.

ຄຳຮຸ່ງ

302 Found

Found

The document has moved here.